.
ແມ່ນຜະລິດຕະພັນ ທ່ີຕອບສະໜອງ ຄວາມຕ້ອງການຂອງລູກຄ້າ ທີມີຄວາມຕ້ອງການ ຢາກຈະຊື້ລົດໃຫຍ່ ສຳລັບລູກຄ້າບຸກຄົນ ຫຼື ຄອບຄົວ ເຊິ່ງ ທລວ ຈະເປັນຜູ້ສະໜອງທຶນ ໃຫ້ລູກຄ້າເພື່ອຈະຊື້ລົດມືສອງ ຫຼື ລົດໃໝ່.
ຄຸນລັກສະນະ ຄຸນປະໂຫຍດ:
- ເອກະສານການກູ້ຢືມງ່າຍດາຍ, ການອະນຸມັດເງິນກູ້ທີວ່ອງໄວ;
- ອັດຕາດອກເບ້ຍທ່ີເໝາະສົມ ແລະ ຄິດໄລ່ຕາມຍອດໜີ້ເຫຼືອຕົວຈິງ;
- ຈຳນວນເງິນໃຫ້ກູ້ຢືມ ສູງສຸດເຖິງ 90% ຂອງມູນຄ່າລົດ;
- ລູກຄ້າກູ້ຢືມ ແມ່ນສຳລັບລູກຄ້າບຸກຄົນ;
- ສະກຸນເງິນໃຫ້ກູ້ຢືມ: ກີບ;
- ອັດຕາດອກເບ້ຍ: ຕາມກົດລະບຽບຂອງ ທລວ ໃນແຕ່ລະໄລຍະ;
- ໄລຍະເວລາການກູ້ຢືມ: + ສຳລັບລົດໃໝ່ 100 % ສູງສຸດ 05 ປີ;
+ ສຳລັບລົດມືສອງ ສູງສຸດ 03 ປີ;
- ຮູບການຊຳລະ: + ຊຳລະຕົ້ນ ເປັນລາຍເດືອນ ຫຼື ເປັນງວດ;
+ ຊຳລະດອກເບ້ຍທຸກເດືອນ;
- ຫຼັກຊັບຄ້ຳປະກັນ: ຫຼັກຊັບຄ້ຳປະກັນທີເກີດຈາກເງິນກູ້ (ລົດ), ອະສັງລິມະຊັບ, ຫຼັກຊັບຄ້ຳ ປະກັນອື່ນທີເປັນກຳມະສິດຂອງຜູ້ກູ້ຢືມ ຫຼື ຂອງບຸກຄົນທີສາມ.
ເງື່ອນໄຂການກູ້ຢືມ.
- ການນຳໃຊ້ເງິນກູ້ຖືກຕ້ອງຕາມເປົ້າໝາຍ;
- ມີຄວາມສາມາດທາງດ້ານການເງິນ ເພື່ອຮັບປະກັນໃຫ້ແກ່ການຊຳລະຄືນ.
ເອກະສານການກູ້ຢືມ.
- ໃບສະເໜີຂໍກູ້ຢືມ (ຕາມແບບຟອມຂອງທະນາຄານ);
- ເອກະສານນິຕິກໍາ (ໃບຊີວະປະຫວັດຫຍໍ້, ບັດປະຈຳຕົວ, ໜັງສືຜ່ານແດນ, ສຳມະໂນຄົວ, ໃບຢັ້ງ ຢືນທີ່ຢູ່);
- ເອກະສານຢັ້ງຢືນຖານະການເງິນ, ລາຍຮັບ;
- ເອກະສານກ່ຽວກັບຫຼັກຊັບຄ້ຳປະກັນ;
- ເອກະສານກ່ຽວກັບລົດທີ່ຊື້ ( ໃບສະເໜີລາຄາລົດ… ).
ຕິດຕໍ່ພົວພັນ:
ສອບຖາມຂໍ້ມູນເພີ່ມເຕີມ, ກະລຸນາ ຕິດຕໍ່ພົວພັນໂດຍກົງ ກັບພະນັກງານ ພະແນກ ພົວພັນລູກຄ້າ.ໂທລະສັບ: 021 216316. Email: Phongquanhekhachhang@yahoo.com.