ວັນອັງຄານ, 16/04/2024

.

ເອກະສານຮຽກເກັບຂາອອກ

ແມ່ນ​ການ​ບໍລິການ​ໜື່ງຂອງ​ LVB, ​ ​ເຊິ່ງ LVBເປັນ​ຕົວ​ແທນໃຫ້​ແກ່​ຜູ້​ສົ່ງ​ອອກ ຮຽກ​ເກັບເງີ​ນ, ທວງ​ເງິນກັບ ຜູ້ນຳ​ເຂົ້າ ຫຼັງ​ຈາກ​ຜູ້​ສົ່ງ​ອອກໄດ້​ສົ່ງ​ສິນຄ້າ​ ໃຫ້​ຜູ້ນຳ​ເຂົ້າ​ແລ້ວ ​ແລະ ພ້ອມ​ນັ້ນ​ຍັງ​ເປັນຜູ້​ຕິດຕາມ​,ແຈ້ງ​ທວງ​ການຊຳລະຈ່າຍ ໃນ​ກໍລະນີ​ຜູ້ນຳ​ເຂົ້າ​ຍັງ​ບໍ່​ທັນຊຳລະ. ໂອນ​ເຂົ້າ​ບັນຊີ​ຂອງ​ທ່ານ ​​​ເມື່ອຜູ້ນຳ​ເຂົ້າ​ມີ​ການ​ຊຳລະ ​ຈາກ​ທະນາຄານ​ຜູ້ຕາງໜ້າ​ນຳ​ເຂົ້າ​ສິນຄ້າ.

ຜົນ​ປະ​ໂຫຍ​ດຂອງ​ລູກ​ຄ້າ

-    ທ່ານ​ຈະ​ລຸດຜ່ອນ​ເມື່ອ​ທ່ານ​ໃຊ້​ຮູບ​ແບບ​ໜັງສື​ສິນ​ເຊື່ອຫຼື​ເອກະສານ​ຮຽກ​ເກັບ;

-    ທ່ານ​ຈະ​ໄດ້​ຮັບຄວາມ​ສະດວກ​ສະບາຍ, ປອດ​ໄພ​ໃນ​ການຮຽກ​ເກັບ​ເງິນ​ພາຍຫຼັງ​ທ່ານ​ສົ່ງ​ອອກ​ສິນຄ້າ;

-    ທ່ານ​ຈະ​ໄດ້​ຮັບການແນະນຳ​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດສູງ​ສຸດ;

-    ຈະໄດ້ຮັບການສະໜັບສະໜູນທາງດ້ານການເງິນໂດຍຜ່ານຮູບແບບການສະໜັບ ສະໜູນສິນເຊື່ອຂອງການສົ່ງອອກ;

-    ແຕ່ລະ​ຂັ້ນ​ຕອນ​ສະດວກງ່າ​ຍ ​​ແລະ ທລວ ຍັງ​ຊ່ວຍ​ເຫຼືອ​ທາງ​ດ້ານ​ການ​ເງີ​ນ;

-    ໃຊ້​ເວລາ​ປະຢັດ​ໃນ​ການ​ແກ້​ໄຂທວງ​ການ​ຊຳລະ​ສະ​ສາງ;

-    ຮັບປະກັນ​ຄວາມ​ປອດ​ໄພ​, ປິດ​ລັບ​ຂໍ້​ມູນ​ຂອງ​ລູກ​ຄ້າ.

ຮູບ​ການ​ຮຽກ​ເກັບ

-    ຮຽກ​ເກັບ​ຈ່າຍ​ທັນທີ D/A(ຮຽກ​ເກັບ​ຕາມ​ຮູບ​ການ​ຊຳລະ​ຊຸດຈ່າຍ​ເອກະສານທັນທີ);

-    ຮຽກ​ເກັບ​ຈ່າຍ​ເປັນ​ງວດ D/P (ຮຽກ​ເກັບ​ຕາມ​ຮູບ​ການ​ ຍອມຮັບຊຳລະ​​ຈ່າຍຊຸດ​ເອ ກະສານ​​ແບ​ບມີ​ເງື່ອນ​ໄຂ).

ເອກະສານ​ປະກອບ

-    ​ໃບ​ສະ​ເໜີ​ສົ່ງ​​ເອກະສານຮຽກ​ເກັບ ( ຕາມ​ແບບ​ຟອມ ຂອງ ທລວ );

-    ​ເອກະສານ​ນິຕິ​ກໍາ “ໃບທະບຽນດໍາເນີນທຸລະກິດ, ໃບອາກອນຂອງ​ບໍລິສັດ,…”

-    ສັນຍາ​ຊື້​ຂາຍ , ​ສັນຍາ​ສົ່ງ​ອອກ​ສິນຄ້າ, ສັນຍາ​ບໍລິການ​ອື່ນໆ,….

-    ໃບ​ຮຽກ​ເກັບ​​ເງິນ;

-    ຊຸດ​ເອກະສານ​ຮຽກ​ເກັບ (​ເອກະສານ​ສົ່ງ​ເຄື່ອງ);

-    ​ໃບ​ອານຸຍາດ​ສົ່ງ​ອອກ​ສິນຄ້າ;

-    ບັນດາ​ເອກະສານ​ອື່ນໆ​ທີ່​ກ່ຽວຂ້ອງ​ໃນ​ການ​ສົ່ງ​ອອກ.