ວັນສຸກ, 19/04/2024

.

ໜັງສືສິນເຊື່ອຂາເຂົ້າ

ໜັງສືສິນເຊື່ອແມ່ນ ການໃຫ້ຄໍາ​ໝັ້ນ​ສັນຍາ​ການ​ຈ່າຍ​ເງິນ​ ໂດຍ​ມີ​ເງື່ອນ​ໄຂທີ່ເປັນໜັງສືຂອງ​ສະ​ຖາ​ບັນ​ການ​ເງິນ (ປົກກະຕິ​ແມ່ນ​ທະນາຄານ​ຕາມ) ໃຫ້ການ​ແກ່​ຜູ້​ໄດ້​ຮັບ ປະ​ໂຫຍ​ດ (ຜູ້​ຂາຍ) ພາຍໃຕ້ເງືອນໄຂຜູ້ຂາຍຕ້ອງສົ່ງເອກະສານຮຽກເກັບຖືກຕ້ອງ ແລະ ສອດຄ່ອງ​ກັບ​ທຸກ​ເງື່ອນ​ໄຂ​ທີ່​ລະບຸ​ໄວ້​ໃນ L/C, ສອດຄ່ອງ​ກົດ​ລະບຽບ​ ເອກະ​ພາບ​ຂອງ​ການ​ປະຕິບັດ​ຂອງ​​ເອກະສານ​ໜັງສືສິນ​ເຊື່ອ​ຕາມ (UCP) ອ້າງ​ອີງໃສ່ເງື່ອນໄຂຢູ່​ໃນໜັງສິນເຊື່ອ ແລະ ກົດລະບຽບການ​ປະຕິບັດຂອງທະນາຄານ ມາດຖານສາກົ ນເພື່ອນໍາ​ໃຊ້ ໃນການກວດກາ ​ເອກະສານໜັງສື ສິນເຊື່ອ.

ຖ້າ​ບັນ​ດາ​ທ່ານ​ສົນ ​ແລະ ມີຄວາມຕ້ອງການນຳເຂົ້າສິນຄ້າມາຈາກຕ່າງ ປະເທດ, ​ບັນດາ​ທ່ານສາມາດ​ເລືອກໃຊ້​ບໍລິການ ​ກັບ​ທະນາຄານຮ່ວມ​ທຸລະ​ກິດລາວ​ຫວຽດ​ ໄດ້​ໃນ​ຮູບ​ແບບໜັງ ສືສິນເຊື່ອ, ທາງ​ທະ​ຄານ​ຂອງ​ພວກ​ເຮົາ ຈະ​ໃຫ້​ບໍລິການ​ທ່ານ​ດ້ວຍ​ຄວາມ​ວ່ອງ​ໄວ ແລະ ມີ​ຄວາມ​ໝັ້ນ​ໃຈ, ທ່ານ​ຈະ​ໄດ້​ຮັບ​ຄວາມ​ໝັ້ນ​ໃຈ ​ແລະ ​ເຊື່ອ​ຖືຈາກຄູ່​ຮ່ວມທຸລະ​ກິດ​ຂອງ​ທ່ານ.

ຜົນປະໂຫຍດສຳລັບລູກຄ້າ:

-    ໄດ້ຮັບຄຳແນະນຳຈາກທະນາຄານ ໂດຍບໍ່ເສຍຄ່າບໍລິການ ກ່ຽວກັບກົດ​ລະບຽບ ​ແລະ ການ​ປະຕິບັດ​ມາດຕະຖານ ຂອງ​ການ​ຄ້າສາກົນ, ຕໍ່ກັບຂໍ້ກຳໜົດພິເສດຂອງໜັງສື ສິນ ເຊື່ອ, ​ເພື່ອຫຼຸດຜ່ອນຄວາມສ່ຽງ ທີ່ຈະເກີດຂື້ນໃນຂັ້ນຕອນການແລກປ່ຽນຄ້າຂາຍ;

-     ທະນາຄານຮ່ວມທຸລະກິດລາວຫວຽດ ຈະຊ່ວຍກວດກາຄວາມຖືກຕ້ອງ ເໝາະສົມຂອງ ຊຸດເອກະສານ;

-     ໄດ້ຮັບການສະໜັບສະໜູນ ທາງດ້ານການເງິນ ໂດຍຜ່ານການສະໜັບສະໜູນສິນ​ເຊື່ອ​ໃນການນຳເຂົ້າ;

-     ຂັ້ນຕອນປະກອບ​ເອກະສານ ​ເປີດໜັງສືສິນເຊື່ອ ສະດວກສະບາຍ, ວ່ອງໄວ ແລະ ງ່າຍດາຍ.

-     ຜູ້ນຳເຂົ້າໝັ້ນໃຈໄດ້ວ່າ ເງິນທີ່ຕົນຊຳລະຄ່າສິນຄ້ານັ້ນ ຈະໄປເຖິງຜູ້ສົ່ງອອກດ້ວຍ ຄວາມວ່ອງໄວ ແລະ ປອດໄພ.

ເອກະສານ:

-    ໃບສະເໜີເປີດໜັງສືສິນເຊື່ອ (​ແບບ​ຟອມຂອງທະນາຄານຮ່ວມ​ທຸລະ​ກິດລາວ​ຫວຽດ).

-    ສັນຍາຊື້ຂາຍ ແລະ ບັນດາເອກະສານທີ່ກ່ຽວຂ້ອງກັບການນຳເຂົ້າສິນຄ້າ.

-    ເອກະສານຢັ້ງຢືນແຫຼ່ງຊຳລະ (ທຶນສ່ວນຕົວ ຫຼື ທຶນກູ້ຢືມ).

-    ເອກະສານ​ນິຕິ​ກໍາ “ໃບທະບຽນດໍາເນີນທຸລະກິດ, ໃບອາກອນຂອງ​ບໍລິສັດ,…”.

-    ເອກະສານຕ່າງໆຕາມຂໍ້ກຳນົດຂອງ ທະນາຄານຮ່ວມທຸລະກິດ ລາວ ຫວຽດ.