ວັນສຸກ, 29/03/2024

.

ໂອນເງິນລະຫວ່າງປະເທດ

ຜະລິດ​ຕະພັນ​ເງີ​ນ​ໂອນ​ຕ່າງປະ​ເທດຂອງ LVB ​ໄດ້​ຕອບ​ສະໜອງ​ຕາມ​ຄວາມ​ຕ້ອງການ​ຂອງ​ທ່ານ ​ໂດຍ​ສະ​ເພາະ​ແມ່ນ​ຕອບ​ສະໜອງ​ໃຫ້​ບັນດາ​ບໍລິສັດ​,ອົງການ, ບຸກຄົນ ທີ່​ມີ​ຄວາມ​ຕ້ອງ​ການ​ໂອນ​ເງີ​ນ​ເພື່ອຊຳ​ລະ​ຄ່າ​ເຄື່ອງ,ຄ່າ​ຮຽນ,ຄ່າປີ່​ນປົວ, ​ໂອນ​ໃຫ້​ພີ່ນ້ອງ​….. ດ້ວຍ​ຄວາມ​ວ່ອງ​ໄວ,ປອດ​ໄພ, ​ເຊີ່ງ​ຜ່ານທະນາຄານ​ຕົວ​ແທນຂອງ​LVB ທີ່​ສາມາດ​ໂອນ​ເງີ​ນຂອງ​ທ່ານ​ໄປ​ໄດ້​ທົ່ວ​ໂລກ. ທ່ານ​ສາມາດ​ເລືອ​ກ​ໂອນ​

ຜ່ານ 2 ​ແບບຄື:

-    ​ໂອນ​ຜ່ານ SWIFT ​ເຊີ່ງ​ແມ່ນ​ລະບົບ​ມາດຕະຖານ​ສາກົນ​ທີ​ຍອມຮັບ.

-    ​ໂອນ​ຜ່ານ INTERNAL ​ເຊີ່ງ​ແມ່ນ​ລະບົບ​ໂອນ​ພາຍ​ໃນ​ລະ​ຫວ່າງ LVB ກັບ​ 2 ສາຂາ ຢູ່​ຫວຽດນາມ.

ຜົນ​ປ​ະ​ໂຫຍ​ດ

-    ວອງ​ໄວ​, ປອດ​ໄພ, ຊັດ​ເຈນ, ຮັບປະກັນ​ຄວາມ​ລັບ ​ເພາະ LVB ​ໃຊ້​ລະ​ບົບທີ່​ທັນ​ສະ​ໄໝ.

-    ຕອບ​ສະໜອງ​ຕາມ​ຄວາມ​ຕ້ອງການ ຫຼາຍ​ສະກຸນ​ເງີ​ນຕາ​ຕ່າງປະ​ເທດ.

-    ຄ່າ​ທຳນຽມ​ຖືກ ​ແລະ ສາມາດ​ຕໍ່​ລອງ​ກັນ​ໄດ້ຖ້າ​ທຽບກັບ​ ບັນດາ​ທະນາຄານ​ທຸລະ​ກິດອອ້ມຂ້າງ

-    ຂັ້ນ​ຕອນ​ປະກອບ​ເອກະສານ ສະດວກ, ວອ່ງ​ໄວ, ​ເຂົ້າ​ໃຈງ່າຍ.

-    ທ່ານ​ສາມາດ​ເລືອ​ກທີ່​ຈະ​ຕັດ​ບັນຊີ​ໂອນ​ໄປ ຫຼື ​ເງີ​ນສົດ​ໂອນ​ໄປ​ກໍ່​ໄດ້.

ສະກຸນ​ເງີ​ນທີ່​ນຳ​ໃຊ້: LAK, VND, THB, USD, EUR.

ຄ່າ​ທຳນຽມ​ບໍລິການ

-    ສຳລັບ​ເງິນ​ໂອນ​ໄປ-ມາ ຈາກ​ຫວຽດນາມ ຄ່າ​ທຳນຽມ​ແມ່ນ: ຈຳນວນ​ເງິນທີ່​ໂອນ X 0.08% ( ຕ່ຳ​ສຸດ 5USD ​ແລະສູງ​ສຸດ 600USD)

-    ສຳລັບ​ເງິນ​ໂອນ​ໄປ-ມາ ຈາກ​ປະ​ເທດ​ອື່ນ ຄ່າ​ທຳນຽມ​ແມ່ນ: ຈຳນວນ​ເງິນທີ່​ໂອນ X 0.10% ( ຕ່ຳ​ສຸດ 5USD ​ແລະສູງ​ສຸດ 800USD)

-    ຄ່າ​ສາຍ 18 USD (ສະ​ເພາະ​ເງິນ​ໂອນ​ອອກ).

ເອກະສານ​ປະກອບ​ມີ:

                 +   ໂອນ​ເງີ​ນ​ໄປ:

​                 -    ເອກະສານ​ນິຕິ​ກໍາ “ໃບທະບຽນດໍາເນີນທຸລະກິດ, ໃບອາກອນຂອງ​ບໍລິສັດ,…” (ກໍລະນີ​ຍັງ​ບໍ່​ມີ​ບັນຊີ​ກັບ LVB);

                 -    ສັນຍາ​ຊື້​ຂາຍ ຫຼື ​ໃບ​ສັ່ງ​ຊື້ເຄື່ອງ;

                 -    ​ໃບ​ຮຽກ​ເກັບ;

                 -    ​ໃບ ຂໍ​ຊື້​ເງີ​ນຕາ​ຕ່າງປະ​ເທດ (ກໍລະ​ນີມີ​ການ​ຊື້​ຂາຍ);

                 -    ​ເອກະສານ​ອື່ນໆ ທີ່​ກ່ຽວຂ້ອງ (ຖ້າ​ມີ).

                 +    ໂອນ​ເງີ​ນມາ:

                      ທ່ານ​ຈະ​ມີ​ບັນຊີ ຫຼື ບໍ່​ມີ​ບັນຊີ ຢູ່​ກັບ​ LVB ທ່ານ​ກໍ່​ສາມາດ​ຮັບ​ເງິນ​ໂອນມາ​ຈາກ​ຕ່າງປະ​ເທດ​ໄດ້ ພຽງ​ແຕ່​ທ່ານ​ສະໜອງ​ຂໍ້​ມູນ ທີ່​ຖືກຕ້ອງ​ແນ່ນອນ ​ແລະ ຄົບ​ຖ້ວນ ຂອງ​ຜູ້​ຮັບ​ເງິນ ຕາມ​ກໍລະນີ​ລຸ່ມ​ນີ້:

ກໍລະນີ​ໂອນ​ເຂົ້າ​ບັນຊີ ຢູ່ LVB: 

                 -    ​ເລກ​ບັນຊີ​ຂອງ​ຜູ້​ຮັບ​ເງິ​ນ;

                 -    ຊື່​​ບັນຊີ​ທີ່​ຖື​ກຕ້ອງ;

                 -    ທະນາຄານ​ຕົວ​ແທນ​ຂອງ LVB;

                 -    SWIFT CODE ຂອງ LVB: (LAOVLALAXXX)

ກໍລະນີ​ໂອນ​ມາ ຮັບ​ດວ້ຍບັດປະຈຳ​ຕົວ​, ໜັງສືຜ່ານ​ແດນ:

                 -    ​ເລກ​ບັດປະຈຳຕົວ ຫຼື ​ເລກ​ໜັງສືຜ່ານ​ແດນ;

                 -    ວັນ​ທີ ອອກບັດ ຫຼື ວັນ​ທີ ອອກ ໜັງສືຜ່ານ​ແດນ;

                 -    ບ່ອນ ອອກບັດ ຫຼື ວັນ​ທີ ອອກ ໜັງສືຜ່ານ​ແດນ;

                 -    SWIFT CODE ຂອງ LVB: (LAOVLALAXXX).