ວັນພຸດ, 24/04/2024

.

ເງິນຝາກປະຢັດບໍ່​ມີ​ກຳ​ນົດ

ບັນຊີເງີນຝາກປະຢັດບໍ່ມີກຳນົດ ແມ່ນບັນຊີທີ່ບໍລິສັດສາມາດ ເຄື່ອນໄຫວບັນຊີໃນເວລາໃດ ກໍ່ໄດ້.

ຜົນປະໂຫຍດທີ່ຈະໄດຮັບ

-      ໄດ້ຮັບດອກເບ້ຍເງິນຝາກປະຢັດ ຕາມທີ່ ທລວ ໄດ້ລະບຸ;

-      ລູກຄ້າສາມາດຖອນເງິນໄດ້ ຕະຫຼອດເວລາຂອງການບໍລິການ ແຕ່ຍັງຄົງໄດ້ຮັບດອກເບ້ຍ ປົກກະຕິ;

-      ລູກຄ້າໄດ້ນຳໃຊ້ບັນດາບໍລິການຊຳລະ​ສະ​ສາງ, ບໍລິການອື່ນໆ ທີ່ ທລວ ສະໜອງໃຫ້;

-      ລູກຄ້າສາມາດ ເຄື່ອນໄຫວບັນຊີໄດ້ທີ່ ທຸກໆສາຂາຂອງ ທລວ ທົ່ວປະເທດ.

ຄຸນລັກສະນະຂອງຜະລິດຕະພັນ

-      ປະເພດເງິນຝາກ ກີບ, ໂດລາ, ບາດ, ດົງ;

-      ຍອດເງິນຕ່ຳສຸດ 500,000 ກີບ/ 50 ໂດລາ/ 2,000 ບາດ/ 1,000,000 ດົງ;

-      ອັດຕາ​ດອກ​ເບ້​ຍປ່ຽນ​ແປງ​ຕາມ​ແຕ່ລະໄລຍະ ຕາມປະກາດຂອງ ທລວ;

-      ດອກ​ເບ້ຍ​​ຄິດ​ໄລ່ຕາມ​ຍອດ​ເຫຼືອບັນຊີ ສະເລ່ຍຕໍ່ມື້;

-      ​ເວລາ​ໃນ​ການ​ຊຳລະ​ດອກ​ເບ້ຍ​ ແມ່ນທຸກໆ​ວັນ​ທີ 30/06 ​ແລະ 31/12 ຂອງ​ປີ.

ເງື່ອນໄຂໃນການລົງທະບຽນ

        ເປົ້າໝາຍລູກຄ້າແມ່ນ ບັນດາບໍລິສັດລາວ ແລະ ບໍລິສັດຕ່າງປະເທດ ທີ່ກຳລັງເຄື່ອນໄຫວຢູ່ລາວ.

ເອກະ​ສານລົງທະບຽນ

-      ເປີດບັນຊີໃໝ່: ແບບຟອມຂໍເປີດບັນຊີຈາກ ທລວ, ​ໃບທະບຽນທຸລະກິດ, ໃບທະບຽນ ອາກອນ, ໃບອະນຸຍາດລົງທຶນ, ບັດປະຈຳຕົວ/ ສຳມະໂນຄົວ/ ປັດສະປໍ, ກາຈ້ຳ, ປື້ມຝາກປະຢັດ;

-      ຖອນເງິນຈາກບັນຊີ: ປື້ມບັນຊີເງິນຝາກ, ໃບຖອນເງິນທີ່ມີເງື່ອນໄຂຄົບຖ້ວນ ຕາມທີ່ໄດ້ ລົງທະບຽນ, ບັດປະຈຳຕົວ.