ວັນເສົາ, 20/04/2024

.

ເງິນຝາກປະຢັດບໍ່​ມີ​ກຳ​ນົດ

ບັນຊີເງິນຝາກປະຢັດບໍ່ມີ​ກຳນົດ 

          ບັນຊີເງິນຝາກປະຢັດບໍ່ມີກຳນົດແມ່ນ ບັນຊີເງິນຝາກທີ່ຜູ້ຝາກ ສາມາດຖອນໄດ້ຕະຫຼອດເວລາ.

ຜົນປະໂຫຍດທີ່ລູກຄ້າຈະໄດ້ຮັບ

          -      ໄດ້ຮັບດອກເບ້ຍເງິນຝາກປະຢັດ ຕາມທີ່ ທລວ ໄດ້ລະບຸ.

          -      ລູກຄ້າສາມາດຖອນເງິນ ໄດ້ຕະຫຼອດເວລາ ຂອງການບໍລິການ ແຕ່ຍັງຄົງໄດ້ຮັບດອກເບ້ຍ ປົກກະຕິ.

          -      ລູກຄ້າໄດ້ນຳໃຊ້ບັນດາບໍລິການ ຊຳລະ​ສະ​ສາງ, ບໍລິການອື່ນໆ ທີ່ ທລວ ສະໜອງໃຫ້.

          -      ລູກຄ້າສາມາດ ເຄື່ອນໄຫວບັນຊີໄດ້ທີ່ ທຸກໆສາຂາຂອງ ທລວ ທົ່ວປະເທດ.        

ຄຸນລັກສະນະຂອງຜະລິດຕະພັນ 

         -      ປະເພດເງິນຝາກ ກີບ, ໂດລາ, ບາດ, ດົງ;

         -      ຍອດເງິນຕ່ຳສຸດ 50,000 ກີບ/ 5 ໂດລາ/ 200 ບາດ/ 100,000 ດົງ;

         -      ອັດຕາ​ດອກ​ເບ້​ຍປ່ຽນ​ແປງ​ຕາມ​ແຕ່ລະໄລຍະ ຕາມປະກາດຂອງ ທລວ;

         -      ດອກ​ເບ້ຍ​​ຄິດ​ໄລ່ຕາມ​ຍອດ​ເຫຼືອບັນຊີ ສະເລ່ຍຕໍ່ມື້;

         -      ເວລາ​ໃນ​ການ​ຊຳລະ​ດອກ​ເບ້ຍ​ ແມ່ນທຸກໆ​ວັນ​ທີ 30/06 ​ແລະ 31/12 ຂອງ​ປີ.

ເງື່ອນໄຂໃນການລົງທະບຽນ

         -      ບຸກຄົນທີ່ເປັນພົນລະເມືອງລາວ, ບຸກຄົນຕ່າງປະເທດ ທີ່ໄດ້ຮັບອະນຸຍາດ ຕາມຂໍກຳນົດ ກົດໝາຍທີ່ໄດ້ວາງອອກ;

         -      ກໍລະນີເປີດບັນຊີເງິນຝາກປະຢັດ ໂດຍສະກຸນເງິນຕາຕ່າງປະເທດ ຕ້ອງແມ່ນບຸກຄົນທີ່ ອາໃສຢູ່ພາຍໃນປະເທດລາວ.

ເອກະສານລົງທະບຽນ

         -      ເປີດບັນຊີໃໝ່: ແບບຟອມຂໍເປີດບັນຊີຈາກ ທລວ, ​ບັດປະຈຳຕົວ, ປື້ມບັນຊີເງິນຝາກ ປະຢັດ;

         -      ຖອນເງິນຈາກບັນຊີ: ໃບຖອນເງິນສົດ, ບັດປະຈຳຕົວ, ປື້​ມຝາກ​ປະ​ຢັດ.