ວັນພຸດ, 24/04/2024

.

ເງິນກູ້​ລົງ​ທຶນ​ໂຄງ​ການ

ແມ່ນການໃຫ້ກູ້ຢືມເພື່ອຕອບສະໜອງບັນດາຄວາມຕ້ອງການໃຫ້ເກີດເປັນຊັບສົມບັດຄົງທີ່ອະສັງຫາລິມະຫາຊັບຂອງລູກຄ້າຄື: ການລົງທຶນໃໝ່, ການລົງທຶນເປີດກວ້າງສະມັດຕະພາບ,  ລົງທຶນປ່ຽນ ແປງເຕັກໂນໂລຢີເຄື່ອນໄຫວທຸລະກິດ.

ເປົ້າໝາຍລູກຄ້າ:

        ບັນດາບໍລິສັດ/ວິສາຫະກິດທີ່ສ້າງຕັ້ງ ແລະ ເຄື່ອນໄຫວຕາມລະບຽບກົດໝາຍ ຂອງ ສ.ປ.ປ.ລາວ.

ຄຸນລັກສະນະ:

        -    ເປົ້າໝາຍກູ້ຢືມ: ບັນດາລາຍຈ່າຍທີ່ກ່ຽວພັນເຖິງໂຄງການ;

        -    ສະກຸນເງິນກູ້ຢືມ: ກີບ, ໂດລາສະຫະລັດ, ບາດໄທ;

        -    ໄລຍະການໃຫ້ກູ້ຢືມ: ສູງສຸດ 20 ປີ (ຕາມຄວາມສາມາດຊຳລະໜີ້ຕົວຈິງຂອງໂຄງການ);

        -    ອັດຕາດອກເບ້ຍ: ຕາມອັດຕາດອກເບ້ຍໃຫ້ກູ້ຢືມຂອງ ທລວ ໃນແຕ່ລະໄລຍະ;

        -    ຮູບແບບການໃຫ້ກູ້ຢືມ: ໃຫ້ກູ້ຢືມເປັນບ້ວງ.

ຜົນປະໂຫຍດທີ່ໄດ້ຮັບ.

        -    ຕອບສະໜອງຄວາມຕ້ອງການ ທຶນໄລຍະກາງ-ຍາວ ເພື່ອດຳເນີນລົງທຶນໂຄງການໃໝ່, ດຳເນີນລົງທຶນ ຂະຫຍາຍໂຄງການ;

        -    ໄລຍະກູ້ຢືມຍາວ,ໄລຍະປອດໜີ້ເໝາະສົມ;

        -    ອັດຕາດອກເບ້ຍຕໍ່າ ແລະ ເໝາະສົມ;

        -    ສາມາດຖອນເງິນກູ້ຄັ້ງດຽວ ຫຼື ຫຼາຍຄັ້ງຕາມບໍລິມາດວຽກ;

        -    ເອກະສານ​ການ​ກູ້​ຢືມງ່າຍ,ສະດວກ​ສະບາຍ.

ເງື່ອນໄຂການກູ້ຢືມ:

        -    ມີຄວາມສາມາດທາງດ້ານນິຕິກໍາ;

        -    ເປົ້າໝາຍນຳໃຊ້ເງິນກູ້ຖືກຕ້ອງ;

        -    ມີຄວາມສາມາດທາງດ້ານການເງິນ ເພື່ອຮັບປະກັນການຊຳລະໜີ້;

        -    ແຜນການດໍາເນີນທຸລະກິດມີປະສິດທິຜົນ.

ເອກະສານປະກອບການກູ້ຢືມ:

       ໃບສະເໜີຂໍກູ້ຢືມ(ຕາມແບບຟອມຂອງທະນາຄານ).