ວັນສຸກ, 29/03/2024

.

ເງິນຝາກ​ມີ​ກຳ​ນົດທຳມະດາ

ເງິນ​ຝາກ​ປະຢັດມີ​ກຳນນົດຈ່າຍ​ເປັນ​ງວດ​ແມ່ນ: ​ເງິນ​ຝາກ​ທີ່​ລູກຄ້າ ສາມາດຖອນເງິນໄດ້ ຫຼັງຈາກ​ສິ້ນ​ສຸດ​ໄລ​ຍະ​ຝາກເງິນ ໃດໜື່ງ​ທີ່​ທັງ​ສອງ​ຝ່າຍ​ໄດ້​ຕົກ​ລົງ​​ກັນ.

ຜົນ​ປະ​ໂຫຍ​ດທີ່​ລູກ​ຄ້າ​ຈະ​ໄດ້ຮັບ

-      ມີຫຼາກຫຼາຍໄລຍະຝາກ, ຫຼາກຫຼາຍປະເພດເງິນຝາກ ແລະ ຄ່ອງຕົວທີ່ສຸດ;

-      ໄດ້ຮັບອັດຕາດອກເບ້ຍເງິນຝາກ ທີ່ໄດ້ລະບຸໄວ້ໃນ ທລວ;

-      ລູກຄ້າສາມາດຖອນເງິນໄດ້ຢູ່ທຸກໆສາຂາຂອງ ທລວ;

-      ມີປະກັນ​ເງິນ​ຝາກ;

-      ລູກຄ້າສາມາດນຳໃຊ້ຍອດເງິນ ໃນບັນຊີຝາກປະຢັດ​ເພື່ອ​ຄ້ຳປະກັນ, ຈຳນຳ​ເພື່ອ​ກູ້​ຢືມ​​ເງິນ​ບັນດາ​ສະ​ຖາ​ບັນ​ການ​ເງິນ;

-      ລູກຄ້າສາມາດໂອນກຳມະສິດບັນຊີເງິນຝາກປະຢັດໄດ້.

ຄຸນ​ຫຼັກສະ​ນະ​ຂອງ​ຜະລິກຕະພັນ

-      ປະເພດສະກຸນເງິນກີບ, ບາດ, ໂດລາ;

-      ຍອດບັນຊີຕ່ຳສຸດ 500,000 ກີບ, 100ໂດລາ, 2,000 ບາດ;

-      ໄລຍະ 01,02,03,04,05,06,07,08,09,10,11,12,13,15,18,24,36,48,60 ເດືອນ;

-      ອັດຕາດອກເບ້ຍຄົງທີ່ ຕະຫລອດໄລຍະເວລາຝາກ, ອັດຕາດອກເບ້ຍແມ່ນຄິດໄລ່​ຕາມ​ຈຳນວນ​ມື້ ແລະ ຈ່າຍໃຫ້ທຸກເດືອນ, ທຸກ 03 ເດືອນ, ທຸກປີຂຶ້ນກັບແຕ່ລະ ຜະລິດຕະພັນ ເງິນຝາກ;

-      ວິທີການຊຳລະອັດຕາດອກເບ້ຍມີຢູ່ 03 ວິທີ: ຊຳລະດອກເບ້ຍລ່ວງໜ້າ, ຊຳລະ​ເປັນ​ເດືອນ ແລະ ຊຳລະເປັນງວດ;

-      ໝູນ​ຮອບ: ໝູນຮອບໃໝ່ເມື່ອຮອດກຳນົດ, ຖ້າຫາກລູກຄ້າບໍ່ມາປິດບັນຊີ ທະນາຄານ ຈະເອົາດອກ ເບ້ຍບວກເຂົ້າກັບຕົ້ນທຶນ ແລະ ໝູນຮອບໃໝ່ທີ​ມີ​ໄລຍະ​ເວລາ​​ເທົ່າ​ກັບຮອບ ທຳອິດ ແລະນຳໃຊ້ອັດຕາດອກເບ້ຍໃນໄລຍະ​ເວລາ ທີ່ໝູນຮອບນັ້ນ (ບໍ່ນຳໃຊ້ກັບ ຮູບແບບການຈ່າຍດອກເບ້ຍກ່ອນ).

ເງື່ອນ​ໄຂ​ການ​ລົງທະບຽນ

-      ເປົ້າໝາຍລູກຄ້າ ແມ່ນບັນດາບໍລິສັດລາວ ແລະ ບໍລິສັດຕ່າງປະເທດ ທີ່ກຳລັງເຄື່ອນໄຫວ ຢູ່ລາວ.

ອກະ​ສ່ນ​ປະກອບ​ລົງ​ທະບຽນ

-      ເປີດບັນຊີໃໝ່: ແບບຟອມຂໍເປີດບັນຊີຈາກ ທລວ, ​ໃບທະບຽນທຸລະກິດ, ໃບທະບຽນ ອາກອນ, ໃບອະນຸຍາດລົງທຶນ, ບັດປະຈຳຕົວ/ ສຳມະໂນຄົວ/ ປັດສະປໍ, ກາຈ້ຳ, ໃບຢັ້ງຢືນເງິນ ຝາກ;

-      ຖອນເງິນຈາກບັນຊີ: ໃບຢັ້ງຢືນເງິນຝາກ, ໃບຖອນເງິນທີ່ມີເງື່ອນໄຂຄົບຖ້ວນ ຕາມທີ່ໄດ້ ລົງທະບຽນ, ບັດປະຈຳຕົວ.