ວັນພະຫັດ, 28/03/2024

.

ເງ​ິນ​ກູ້​​ທູ​ລ​ະ​ກິດ​ສ​່ວນ​ຕ​ົວ

ໃຫ້ກູ້ຢືມສ່ວນບຸກຄົນ ແມ່ນການໃຫ້ກູ້ຢືມທຸລະກິດຄອບຄົວ ແມ່ນຜະລິດຕະພັນສິນເຊື່ອ ສະໜັບສະໜູນເງິນທຶນ, ຊ່ວຍເພີ່ມທຶນໝູນວຽນໃຫ້ແກ່ລູກຄ້າ.

ຜົນປະໂຫຍດ.

-    ສຳລັບທຸລະກິດຂະໜາດນ້ອຍສ່ວນບຸກຄົນ  ຫຼື ຄອບຄົວ ທີ່ມີຄວາມຕ້ອງການກູ້ຢືມເງິນທຶນ ຮັບໃຊ້ເຂົ້າໃນການດຳເນີນທຸລະກິດ;

-    ອັດຕາດອກເບ້ຍເໝາະສົມ, ດອກເບ້ຍຄິດໄລ່ຕາມຍອດໜີ້ຕົວຈິງ;

-    ວົງເງິນກູ້ຢືມສູງສຸດເຖິງ 80% ຂອງຫຼັກຊັບຄ້ຳປະກັນ.

ເປົ້າໝາຍລູກຄ້າ.

     ລູກຄ້າສ່ວນບຸກຄົນ ຫຼື ຄອບຄົວ.

ຄຸນລັກສະນະ.

- ສະກຸນເງິນກູ້ຢືມ   : ກີບ (ກໍລະນີລູກຄ້າ ມີຄວາມຕ້ອງການກູ້ຢືມ ສະກຸນເງິນຕາຕ່າງປະເທດແມ່ນຕ້ອງມີ ຄວາມສອດຄ່ອງ ກັບລະບຽບການຂອງ ທະນາຄານ ແຫ່ງ ສປປລາວ ວາງອອກ ແລະ ຕາມຂໍ້ແນະນຳຂອງ ທະນາຄານ ຮ່ວມທຸລະກິດລາວຫວຽດ ກ່ຽວກັບການໃຫ້ກູ້ຢືມ ດ້ວຍສະກຸນ ເງິນ ຕ່າງປະເທດ.

-    ອັດຕາດອກເບ້ຍ: ຕາມກົດລະບຽບຂອງ ທລວ ໃນແຕ່ລະໄລຍະ;

-    ໄລຍະເວລາກູ້ຢືມ: 12 ເດືອນ;

-    ຮູບການຊຳລະ :    

+ ຊຳລະຕົ້ນທຶນເປັນງວດ;           

+ ຊຳລະດອກເບ້ຍທຸກເດືອນ;

-    ຫຼັກຊັບຄ້ຳປະກັນ: ອະສັງຫາລິມະຊັບ, ຫຼັກຊັບອື່ນທີ່ເປັນກຳມະສິດຂອງລູກຄ້າ ຫຼື ຂອງບຸກ ຄົນທີສາມ.

ເງື່ອນໄຂການກູ້ຢືມ.

-    ມີໃບທະບຽນວິສາຫະກິດ ສຳລັບວິສາຫະກິດສ່ວນບຸກຄົນ ແລະ ເອກະສານອະນຸຍາດ ອື່ນໆ. (ຕາມລະບຽບກົດໝາຍ);

-    ມີສະຖານທີ່ ລົງທະບຽນທຸລະກິດ ແລະ ສະຖານທີ່ດຳເນີນໂຄງການ, ແຜນການຜະລິດ ຢູ່ໃນຂົງເຂດດຽວກັນກັບ ຫົວໜ່ວຍການດຳເນີນທຸລະກິດ;

-    ມີການດຳເນີນທຸລະກິດ ທີ່ໝັ້ນຄົງຕັ້ງແຕ່ 12 ເດືອນຂຶ້ນໄປ (ຖ້າວ່າແຫຼ່ງຊຳລະໜີ້ມາຈາກ ການເຄື່ອນໄຫວທຸລະກິດ);

-    ມີຫຼັກຊັບຄ້ຳປະກັນຖືກຕ້ອງຕາມກົດໝາຍສຳລັບເງິນກູ້.

ເອກະສານການກູ້ຢືມ.

-    ໃບສະເໜີກູ້ຢືມເງິນ (ຕາມແບບຟອມ LVB);

-    ແຜນການດຳເນີນທຸລະກິດ;

-    ໃບທະບຽນວິສາຫະກິດ, ໃບທະບຽນອາກອນ;

-    ເອກະສານຫຼັກຊັບຄໍ້າປະກັນ;

-    ບົດລາຍງານຖານະການເງິນ, ເອກະສານທາງດ້ານນິຕິກຳ (​ ບັດປະຈໍາຕົວ, ສຳມະໂນຄົວ, ໃບຢັ້ງຢືນທີ່ຢູ່…).

ຕິດ​ຕໍ່​ພົວພັນ:   

ສອບ​ຖາມ​ຂໍ້​ມູນ​ເພີ່ມ​ເຕີມ, ກະ​ລຸນາ ຕິດ​ຕໍ່​ພົວພັນໂດຍ​ກົງ ກັບ​ພະນັກງານ ພະ​ແນ​ກ ພົວພັນ​ລູກ​ຄ້າ.​​ໂທລະ​ສັບ: 021 216316. Email:Phongquanhekhachhang@yahoo.com.