ວັນສຸກ, 29/03/2024

.

LaoVietBank ເປີດນຳໃຊ້ບໍລິການ LaoVietBank Mobile Banking ຢ່າງເປັນທາງການ.

ໃນ​ວັນ​ທີ 10/01/2017 ທີ່​ຜ່ານ​ມາ LaoVietBank ໄດ້​ເປີດ​ນຳ​ໃຊ້​ບໍ​ລິ​ການ​ທະ​ນາ​ຄານ​ເທິງ​ມື​ຖື LaoVietBank Mobile Banking (LaoVietBank SmartBanking ສຳ​ລັບ​ລູກ​ຄ້າ​ບຸກ​ຄົນ ແລະ LaoVietBank Corporate Banking ສຳ​ລັບ​ລູກ​ຄ້ານິ​ຕິ​ບຸກ​ຄົນ). ເນື່ອງ​ໃນ​ໂອ​ການ​ເປີດ​ໃຊ້​ການ​ບໍ​ລິ​ການ​ໃໝ່​ນີ້ ສຳ​ລັບ​ລູກ​ຄ້າ​ທີ່​ລົງ​ທະ​ບຽນ​ນຳ​ໃຊ້​ບໍ​ລິ​ການ LaoVietBank Mobile Bankin​ ​ ຈະ​ໄດ້​ຮັບ​ການ​ຍົກ​ເວັ້ນ​ຄ່າ​ທຳ​ນຽມ​ບໍ​ລິ​ການ ນັບ​ແຕ່​ວັນ​ທີ 10/01/2017 ເຖິງວັນ​ທີ 10/04/2017, ພ້ອມ​ກັນ​ນັ້ນ​ຍັງ​ໄດ້​ຮັບ​ສ່ວນ​ຫຼຸດ 5% ເມື່ອ​ເຕີມ​ເງິນ​ໂທ​ລະ​ສັບ ແລະ ​ສ່ວນ​ຫຼຸດ 0.5% ເມື່ອ​ຊຳ​ລະ​ໃບ​ບິນ​ໂທ​ລະ​ສັບ.

ການບໍລິການ LaoVietBank Mobile Banking ແມ່ນຊ່ອງ​ທາງ​ການ​ບໍ​ລິ​ການ​ເອ​ເລັກ​ໂທ​ຣ​ນິກ, ລູກ​ຄ້າ​ສາ​ມາດ​ປະ​ຕິ​ບັດ​ບັນ​ດາ​ທຸ​ລະ​ກ​ຳ​ ຜ່ານ​ໂທ​ລະ​ສັບ​ມື​ຖື​ smartphone ກັ​ບລະ​ບົບປະ​ຕິ​ບັດ​ການ IOS, Android ທີ່​ເຊື່ອມ​ຕໍ່​ກັບ​ກັບ​ອີນ​ເຕີ​ເນັດ ໄດ້ຕະ​ຫຼອດ 24 ຊົ່ວ​ໂມງ.

  • ເປົ້າໝາຍນໍາໃຊ້ບໍລິການ Mobile Banking:
  • ລູກ​ຄ້າ​ບຸກ​ຄົນ ຫຼື ອົງ​ການ​ຈັດ​ຕັ້ງ​ທີ່​ມີ​ບັນ​ຊີ​ເງິນ​ຝາກບໍ່​ມີ​ກໍ​າ​ນົດ​ຢູ່ LaoVietBank.
  • ລູກ​ຄ້າກຳ​ລັງ​ນຳ​ໃຊ້ເບີ​ໂທ​ລະ​ສັບ​ທີ່​ເຊື່ອມ​ຕໍ່​ເຄືອ​ຂ່າຍ​ໂທ​ລະ​ຄົມ​ຂອງ​ລາວ.
  • ຂອບເຂດການນຳໃຊ້:
  • ລູກ​ຄ້າ​ສາ​ມາດ​ເຂົ້າ​ລະ​ບົບ​ເພື່ອ​ປະ​ຕິ​ບັດ​ທຸ​ລະ​ກຳ​ຕະ​ຫຼອດ 24 ຊົ່ວ​ໂມງ.
  • ສະ​ກຸນ​ເງິນ​ນຳ​ໃຊ້: LAK, THB, USD.
  • ຄຸນລັກສະນະຂອງບໍລິການ:

Mobile Banking ສະ​ໜອງ​ບັນ​ດາ​ບໍ​ລິ​ການ​ທີ່​ສະ​ດວກ​ສະ​ບາຍ​ໃຫ້​ແກ່​ລູກ​ຄ້າ ຄື​ດັ່ງ​ນີ້:

  • ໂອນ​ເງິນ​ພາຍ​ໃນ​ລະ​ບົບ LaoVietBank.

-  ກວດ​ສອບ​ຂໍ້​ມູນ: ກວດ​ສອບ​ຂໍ້​ມູນ​ບັນ​ຊີ, ກວດ​ເບິ່ງ​ປະ​ຫວັດ​ລາຍ​ການ​ທຸ​ລະ​ກຳ​ທີ່​ຜ່ານ​ມາ​ຂອງ​ບັນ​ຊີເງິນຝາກ​ກະ​ແສ​ລາຍ​ວັນ, ເງິນ​ຝາກ​ປະ​ຢັດ, ເງິນ​ຝາກ​ປະ​ຈຳ, ເງິນ​ກູ້ ຢູ່ LaoVietBank.

-  ຊຳ​ລະ​ໃບ​ບິນ: ຊຳ​ລະ​ໃບ​ບິນ​ໂທ​ລະ​ສັບ, internet ເຄືອ​ຂ່າຍ Unitel ແລະ LTC.

-  ເຕີມ​ເງິນ​ໂທ​ລະ​ສັບ: ເຕີມ​ເງິນ​ໂທ​ລະ​ສັບ Topup ຂອງ​ບັນ​ດາ​ເຄືອ​ຂ່າຍ Unitel, ETL ແລະ LTC.

-  ຕັ້ງ​ຄ່າ​ສ່ວນ​ຕົວ: ອະ​ນຸ​ຍາດ​ໃຫ້​ເລືອກ​ຮູບ Avatar (ຮູບ ໂປ​ຣ​ຟາຍ), ຮູບພື້ນ​ຫຼັງ ແລະ ປ່ຽນ​ສີ​​ໄດ້ຕາມ​ໃຈ.

- ກວດ​ເບິ່ງ​ອັດ​ຕາ​ແລກ​ປ່ຽນ, ອັດ​ຕາ​ດອກ​ເບ້ຍ, ທີ່​ຕັ້ງ ATM, ທີ່​ຕັ້ງ​ບັນ​ດາ​ສາ​ຂາ/ໜ່ວຍ​ບໍ​ລິ​ການ​ຂອງ LaoVietBank.

  • ຜົນປະໂຫຍດຂລູກຄ້າເມື່ອໃຊ້ບໍລິການ Mobile Banking:
  • ລູກ​ຄ້າ​ສາ​ມາດ​​ປະ​ຕິ​ບັດ​ທຸ​ລະ​ກຳໂອນ​ເງິນ​ພາຍ​ໃນ​ລະ​ບົບ LaoVietBank ແລະ ຊຳ​ລະ​ຄ່າ​ໂທ​ລະ​ສັບ, ຄ່າ​ອິນ​ເຕີ​ເນັດ ໄດ້​ທຸກ​ທີ່​ທີ່​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ໄດ້.
  • ລູກ​ຄ້າ​ສາມາດ​ຄຸ້ມ​ຄອງ​ບັນ​ຊີ​ຂອງ​ຕົນ​ຢ່າງ​ມີປະ​ສິດ​ທິ​ຜົນ.
  • ​ເອກ​ະ​ສານ​ການ​ລົງ​ທະ​ບຽນ​ງ່າຍ ສະ​ດວ​ກ​ສະ​ບາຍ.
  • ​ຮູ້​ສຶກ​ປອດ​ໄພ​ເວ​ລາ​ປະ​ຕິ​ບັດ​ທຸ​ລະ​ກຳ ໂດຍ​ມີ​ການ​ປ້ອງ​ກັນ 2 ຊັ້ນ ໂດຍ​ຊັ້ນ 1 ແມ່ນ​ລະ​ຫັດ ​ຢືນຢັນ​ທຸ​ລະ​ກໍາ (​ລະ​ຫັດ OTP) ຈະ​ສົ່ງ​ເຂົ້າ​ເບີ​ໂທ​ລະ​ສັບ​ລູກ​ຄ້າ​ທີ່​​ໄດ້ລົງ​ທະ​ບຽນ​ໄວ້.

ລາຍ​ລະ​ອຽດ​ກ່ຽວ​ກັບ​ບໍ​ລິ​ການ ສາ​ມາດ​ເຂົ້າ​ເບິ່ງ​ໄດ້​ທີ່ ແນະ​ນ​ຳກ່ຽວ​ກັບ​ບໍ​ລິ​ການ Mobile Banking