ວັນພະຫັດ, 28/03/2024

.

LAOVIETBANK ມອບເຄື່ອງຊ່ວຍເຫຼືອ ຈຳນວນ 200 ຊຸດ ໃຫ້ແກ່ບັນຄອບຄົວຄົນທຸກຍາກ ທີ່ ເມືອງຊຽງເງິນ ແລະ ເມືອງປາກອູ, ແຂວງຫຼວງພະບາງ

LAOVIETBANK ມອບເຄື່ອງຊ່ວຍເຫຼືອ ຈຳນວນ 200 ຊຸດ ໃຫ້ແກ່ບັນຄອບຄົວຄົນທຸກຍາກ ທີ່ ເມືອງຊຽງເງິນ ແລະ ເມືອງປາກອູ, ແຂວງຫຼວງພະບາງ

ວັນທີ 29 ແລະ 30/3/2017 ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ໂດຍຜ່ານຜູ້ຕາງໜ້າ ສະພາປະຊາຊົນແຂວງຫຼວງພະບາງ ໄດ້ຈັດພິທີມອບເຄື່ອງຊ່ວຍເຫຼືອ ຈຳນວນ 200 ຊຸດ     ໃຫ້ແກ່ບັນຄອບຄົວຄົນທຸກຍາກ ທີ່ເມືອງຊຽງເງິນ ແລະ ເມືອງປາກອູ, ແຂວງຫຼວງພະບາງ ເພື່ອຕ້ອນຮັບປີໃໝ່ລາວ ພ.ສ 2560.

(ທ່ານ ຫງວຽນ ຕັວນ ແອງ  - ຕາງໜ້າ LaoVietBank ມອບເຄື່ອງຊ່ວຍເຫຼືອ ຈຳນວນ 100 ຊຸຸດ ທີ່ເມືອງຊຽງເງິນ, ແຂວງຫຼວງພະບາງ)

ຕາງໜ້າ LaoVietBank, ທ່ານ ຫງວຽນ ຕັວນ ແອງ  – ຫົວໜ້າສາຂາ LaoVietBank ຫຼວງພະບາງ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ທ່ານ ເພັງ ຄຳມະວົງ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ເມືອງຊຽງເງິນ, ທ່ານ ບຸນທັນ ບໍລະວົງ ຮອງເລຂາພັກເມືອງ ຮອງເຈົ້າເມືອງ ເມືອງປາກອູ ແລະ ທ່ານ ກໍລະກັນ ພົມມະວົງ ຄະນະເລຂາທິການສະພາປະຊາຊົນ ແຂວງຫຼວງພະບາງ ເພື່ອມອບຕໍ່ໃຫ້ແກ່ບັນດາຄອບຄົວຜູ້ທຸກຍາກຈົນເຖິງມື.

“ເຖິງວ່າຈຳນວນເຄື່ອງຊ່ວຍເຫຼືອນີ້ ບໍ່ແມ່ນຈຳນວນທີ່ຫຼວງຫຼາຍ ແຕ່ມັນກໍ່ເປັນນ້ຳໃຈຂອງບັນດາພະນັກງານ LaoVietBank ທັງໝົດ ທີ່ສົ່ງມອບໃຫ້ບັນດາຄອບຄົວຜູ້ທຸກຍາກ.

(ທ່ານ ຟ້າມ ແມັ໋ງ ຮຸ່ງ - ຕາງໜ້າ LaoVietBank ມອບເຄື່ອງຊ່ວຍເຫຼືອ ຈຳນວນ 100 ຊຸຸດ ທີ່ເມືອງປາກອູ, ແຂວງຫຼວງພະບາງ).

ໃນປີ2017, LaoVietBank ຈະສືບຕໍ່ປະສານສົມທົບກັບ ສະພາແຫ່ງຊາດ, ບັນດາອົງການຈັດຕັ້ງເພື່ອສືບຕໍ່ປະຕິບັດຜັນຂະຫຍາຍ ບັນດາລາຍການຊ່ວຍເຫຼືອສັງຄົມ ໃຫ້ມີຄວາມກ້ວາງຂ້ວາງຂຶ້ນຕື່ມອີກ ເພື່ອຊ່ວຍເຫຼືອບັນດາປະຊາຊົນລາວ, ໂດຍສະເພາະປະຊາຊົນລາວ ທີ່ອາໄສຢູ່ຫ່າງໄກສອກຫຼີກ.