ວັນສຸກ, 19/04/2024

.

ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ຈັດພິທີການໝູນລາງວັນແຈກໂຊກຄັ້ງທີ 1 ລາຍການເງິນຝາກລຸ້ນຊັບຮັບໂຊກປະຈໍາປີ 2016

ໃນຕອນ​ເຊົ້າຂອງ​ວັນ​ທີ 25/06/2016, ຢູ່​ທີ່ສຳ​ນັກ​ງານ​ໃຫຍ່ LaoVietBank ອາຄານ​ເລກທີ 44 ຖະໜົນ​ລ້ານ​ຊ້າງ, ​ເມືອງ​ຈັນທະ​ບູລີ, ນະຄອນຫລວງ​ວຽງ​ຈັນ, LaoVietBank ​ໄດ້​ຈັດພິທີການ​ໝູນ​ລາງວັນ​ແຈກ​ໂຊກ​ຄັ້ງ​ທີ 1 ລາຍການເງິນຝາກ​ລຸ້ນຊັບ​ຮັບ​ໂຊກປະຈໍາ​ປີ 2016 ​ຂຶ້ນ. ​ໂດຍການ​ເປັນ​ສັກຂີ​ພິຍານຂອງ ຄະນະ​ກໍາມະການເຊີ່ງລວມມີ: ຕາງໜ້າພະແນກການເງິນ, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກຍຸດຕິທຳ, ປກສ ເມືອງຈັນທະບູລີ.

ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ: ​ທ່ານ ນ ບົວລອນ ວົງດາລາແສງ - ເຈົ້າເມືອງ ເມືອງຈັນທະບູລີ; ທ່ານ ພູວຽງ ແສງດາວົງ - ຮອງຫົວໜ້າຫ້ອງການ ທະ​ນາ​ຄານ​ແຫ່ງ ສ​ປ​ປ ລ​າວ; ທ່ານ ສຸ​ລິ​ສັກ ທຳ​ນຸ​ວົງ - ຮອງຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ ທະ​ນາ​ຄານ​ແຫ່ງ ສ​ປ​ປ ລ​າວ; ທ່ານ ພັນຊະນະ ຄຸນນຸວົງ – ຮອງຜູ້ອຳນວຍການ​ໃຫຍ່ ​ທະນາຄານ​ການ​ຄ້າ​ຕ່າງປະ​ເທດລາວມະຫາຊົນ (BCEL) ແລະ ທັງເປັນຮອງປະທານສະພາບໍລິຫານ ທະນາຄານຮ່ວມທຸລະກິດລາວຫວຽດ; ບັນດານັກຂ່າວໜັງສື​ພີ​ມ, ສື່ມວນຊົນພ້ອມ​ດ້ວຍ ​ບັນດາ​ລູກ​ຄ້າເງິນຝາກຂອງ LaoVietBank ​ແລະ ປະຊາຊົນ​ໃນ​ຂອບ​ເຂດ​ ນະຄອນຫລວງວຽງຈັນ.

LaoVietBank ໄດ້ຜັນຂະຫຍາຍລາຍການ ເງິນຝາກ​ລຸ້ນຊັບ​ຮັບ​ໂຊກ​ປະຈໍາປີ 2016 ຄັ້ງ​ທີ 1 ຂຶ້ນເລີ່ມແຕ່ວັນທີ່ 20/01/2016 ເປັນຕົ້ນມາ, ດ້ວຍຈຳນວນລາງວັນທັງໝົດລວມມີ 38 ລາງວັນ ໃນນັ້ນປະກອບມີ: ລາງວັນ​ທີ​ໜຶ່ງແມ່ນ ຄຳ​ແທ່ງໜັກ 50 ບາດ ຈຳ​ນວນ 1 ລາງວັນ, ລາງວັນ​ທີ 2 ແມ່ນ​ຄຳ​ໜັກ 10 ບາດ ຈຳ​ນວນ 2 ລາງວັນ, ລາງວັນ​ທີ 3 ແມ່ນ ​ຄຳໜັກ 3 ບາດ ຈຳ​ນວນ 5 ລາງວັນ, ລາງວັນ​ທີ 4 ແມ່ນ​ຄຳ​ ໜັກ 1 ບາດ ຈຳ​ນວນ 10 ລາງວັນ, ລາງວັນ​ທີ 5 ແມ່ນ ​ຄຳ​ໜັກ 2 ສະ​ຫຼຶງ ຈຳ​ນວນ 20 ລາງວັນ.

ລາຍການເງິນຝາກລຸ້ນຊັບຮັບໂຊກ ຄັ້ງທີ່ 1 ປີ 2016 ນີ້ໄດ້ສິ້ນສຸດລົງໃນວັນທີ 20/06/2016 ດ້ວຍຍອດ​ລະ​ດົມ​ທຶນ​ບັນ​ລຸ​ໄດ້ຫຼາຍກວ່າ 14 ລ້ານ​ໂດ​ລາ​ສ​ະ​ຫະ​ລັດ (ບັນ​ລຸ​ 74% ຂອງ​ແຜນ​ການ​​ທີ່ວາງ​ໄວ້), ຕົວ​ເລກຊິງ​ລາງວັນໄດ້​ຈຳ​ໜ່າຍອອກຫຼາຍກວ່າ 1 ແສນ​ຕົວ​ເລກ. ວິທີການ ແລະ ຮູບແບບການໜູນລາງວັນໄດ້ຈັດຂຶ້ນຢ່າງເປັນມືອາຊີບ ແລະ ໂປ່ງໃສ. ສະນັ້ນ ຜົນການອອກລາງວັນແມ່ນມີຄວາມຍຸດຕິທໍາ, ຮັບປະກັນພາວະວິໃສ, ລາງວັນຈະຕົກເປັນຂອງລູກຄ້າຜູ້ໂຊກດີທີ່ສຸດ ແລະ ມີເງື່ອນໄຂຄົບຖ້ວນຕາມລະ​ບຽບການອອກລາງວັນໃນຄັ້ງນີ້.

ລາຍການເງິນຝາກລຸ້ນຊັບຮັບໂຊກຂອງ LaoVietBank ໄດ້ເລີ່ມຜັນຂະຫຍາຍແຕ່ປີ 2013, ເຊີ່ງໄດ້ຮັບຄວາມສົນໃຈ ແລະ ການສະໜັບສະໜູນນັບມື້ນັບເພີ່ມຂຶ້ນ ຈາກລູກຄ້າເງິນຝາກໃນທົ່ວປະເທດ. ດັ່ງນັ້ນ ເພື່ອເປັນການຕອບສະໜອງ ຕາມຄວາມຕ້ອງການຂອງລູກຄ້າ, LaoVietBank ຈິ່ງໄດ້ກໍານົດເອົາລາຍ ການເງິນຝາກລຸ້ນຊັບຮັບໂຊກ ເປັນລາຍການທີ່ປະຕິບັດປະຈຳປີ ດ້ວຍມູນຄ່າຂອງລາງວັນ ແລະ ຈໍານວນລາງວັນນັບມື້ນັບຫລາກຫລາຍ ແລະ ໜ້າດຶງດູດໃຈ. ສະນັ້ນ ພາຍຫຼັງການໜູນລາງວັນຄັ້ງນີ້ ໄດ້ສິ້ນສຸດລົງLaoVietBank ຈະສືບຕໍ່ຜັນຂະຫຍາຍລາຍການ ເງິນຝາກລຸ້ນຊັບຮັບໂຊກຄັ້ງ​ທີ 2 ຂຶ້ນໃນ​ວັນ​ທີ 20-07-2016 ນີ້. LaoVietBank ຫວັງເປັນຢ່າງຍິ່ງວ່າຈະໄດ້ຮັບ ການເອົາໃຈໃສ່ ແລະ ການສະໜັບສະໜູນຢ່າງເລິກເຊິ່ງຈາກລູກຄ້າ ໃນໄລຍະຕໍ່ໄປ.

 

ຕົວເລກຖືກລາງວັນ ໃນລາຍການເງິນຝາກລຸ້ນຊັບຮັບໂຊກ ຄັ້ງທີ່ 1 ປະຈຳປີ 2016, ລາຍລະອຽດມີດັ່ງນີ້:

 

ລາງວັນ

ມູນຄ່າລາງວັນ

ຕົວເລກຖືກລາງວັນ

01 ລາງວັນທີ 1

ຄຳແທ່ງ ໜັກ 50 ບາດ

AD000736

02 ລາງວັນທີ 2

ຄຳ​ແທ່ງ ໜັກ 10 ບາດ

AD101886

AD017030

05 ລາງວັນທີ 3

ຄຳ​ແທ່ງ ໜັກ 3 ບາດ

AD002244

AD071692

AD095444

AD055533

AD009516

10 ລາງວັນທີ 4

ຄຳ​ແທ່ງ ໜັກ 1 ບາດ

AD082637

AD060291

AD106184

AD041363

AD100495

AD039899

AD100299

AD007219

AD045823

AD091635

20 ລາງວັນທີ 5

ຄຳ​ແທ່ງ ໜັກ 2 ສະ​ຫຼຶງ

AD100718

AD105103

AD105075

AD102526

AD101711

AD103467

AD068613

AD039772

AD098090

AD082917

AD065092

AD101682

AD021353

AD106197

AD100028

AD104778

AD106818

AD015046

AD104826

AD100560