ວັນສຸກ, 29/03/2024

.

ທະນາຄານຮ່ວມທຸລະກິດລາວຫວຽດ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຄົນເຈັບຜູ້ທຸກຍາກ ແລະ ມອບຕັ່ງຫີນໃຫ້ແກ່ໂຮງໝໍມິດຕະພາບ ແລະ ໂຮງໝໍມະໂຫສົດ

 

ເນື່ອງໃນໂອກາດວັນສ້າງຕັ້ງ ທະນາຄານຮ່ວມທຸລະກິດລາວຫວຽດ ຄົບຮອບ 18ປີ (ວັນທີ 22/06/1999 – ວັນທີ 22/06/2017), ໃນວັນທີ 15/06/2017, LaoVietBank ໄດ້ມອບເຄື່ອງຊ່ວຍເຫຼືອຈຳນວນ 150 ຊຸດ ໃຫ້ແກ່ຄົນເຈັບຜູ້ທຸກຍາກ ແລະ ມອບຕັ່ງຫີນໃຫ້ແກ່ໂຮງໝໍມິດຕະພາບ ແລະ ໂຮງໝໍມະໂຫສົດ ຈຳນວນ 50 ໜ່ວຍ (ໂຮງໝໍລະ 25 ໜ່ວຍ). ລວມມູນຄ່າໃນການມອບເຄື່ອງຄັ້ງນີ້ແມ່ນ 48 ລ້ານກີບ.

ຕາງໜ້າ LaoVietBank, ທ່ານ ຟ້າມ ກວັກ ກົງ – ຮອງອຳນວຍການໃຫຍ່ ຕາງໜ້າໃຫ້ຄະນະນຳ ແລະ ພະນັກງານ ໄດ້ໄປຢ້ຽມຢາມ, ໃຫ້ກຳລັງໃຈ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຄົນເຈັບຜູ້ທຸກຍາກທີ່ກຳລັງປິ່ນປົວຢູ່ທີ່ໂຮງໝໍມະໂຫສົດ, ທ່ານ ຮອງສາດສະດາຈານ ອຸ່ນຄຳ ພັນທະລີ - ຮອງອຳນວຍການໂຮງໝໍມະໂຫສົດຕາງໜ້າໃຫ້ຄົນເຈັບ ແລະ ບັນດາທ່ານໝໍທຸກຄົນ ກ່າວຄຳຂອບໃຈມາຍັງ LaoVietBank ທີ່ໄດ້ເອົາໃຈໃສ່ຊ່ວຍເຫຼືອບັນດາຄົນເຈັບທີ່ມີຄວາມຫຍຸ້ງຍາກ.

ໃນມື້ດຽວກັນນັ້ນ, ທີ່ໂຮງໝໍມິດຕະພາບ (ໂຮງໝໍ150ຕຽງ) ທ່ານ ສີປະເສີດ ຄ່ວງສະຫວັນ - ຮອງອຳນວຍການ ກໍ່ໄດ້ໄປຢ້ຽມຢາມ, ໃຫ້ກຳລັງໃຈ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຄົນເຈັບຜູ້ທຸກຍາກທີ່ກຳລັງປິ່ນປົວຢູ່ທີ່ໂຮງມິດຕະພາບ. ທ່ານ ປອ ສະໜອງ ທອງສະນະ - ອຳນວຍການໂຮງໝໍມິດຕະພາບໄດ້ກ່າວວ່າ ”ນີ້ເປັນຄັ້ງທີສອງທີ່ LaoVietBank ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ໂຮງໝໍມິດຕະພາບ. ໂດຍສະເພາະແມ່ນການເອົາໃຈໃສ່ຂອງ LaoVietBank ທີ່ອອກມາຈາກໃຈຕໍ່ກັບຄົນເຈັບຜູ້ທຸກຍາກທີ່ກຳລັງປິ່ນປົວຢູ່ໂຮງໝໍ ແລະ ຫວັງວ່າໃນໄລຍະຕໍ່ໄປ LaoVietBank ຈະສືບຕໍ່ຜັນຂະຫຍາຍບັນດາລາຍການທີ່ມີຄວາມໝາຍນີ້ໃຫ້ແກ່ປະຊາຊົນ, ໂດຍສະເພາະແມ່ນບັນດາປະຊາຊົນຜູ້ທຸກຍາກ.