ວັນພະຫັດ, 28/03/2024

.

ສະຫາຍ ເຈືອງ ເຕິນ ຊາງ - ອາດີດກຳມະການກົມການເມືອງ, ອາດີດປະທານປະເທດ ສສ ຫວຽກນາມ ມາຢ້ຽມຢາມ ແລະ ເຮັດວຽກກັບ ທະນາຄານຮ່ວມທຸລະກິດລາວຫວຽດ

ສະຫາຍ ເຈືອງ ເຕິນ ຊາງ - ອາດີດກຳມະການກົມການເມືອງ, ອາດີດປະທານປະເທດ ສສ ຫວຽກນາມ ມາຢ້ຽມຢາມ ແລະ ເຮັດວຽກກັບ ທະນາຄານຮ່ວມທຸລະກິດລາວຫວຽດ, ບໍລິສັດ ຮ່ວມທຸລະກິດປະກັນໄພລາວຫວຽດ ແລະ ຫ້ອງການຜູ້ຕາງໜ້າ BIDV ຢູ່ ສປປ ລາວ.

ໃນວັນທີ 07/02/2017, ພາຍໃນຂອບເຂດການມາຢ້ຽມຢາມ ແລະ ເຮັດວຽກຢູ ສ ປປ ລາວ, ສະຫາຍ ເຈືອງ ເຕິນ ຊາງ - ອາດີດກຳມະການກົມການເມືອງ, ອາດີດປະທານປະເທດ ສສ ຫວຽກນາມ ພ້ອມດ້ວຍພັນລະຍາ ແລະ ຄະນະມາຢ້ຽມຢາມບັນດາຕົວແທນທຸລະກິດ BIDV ຢູ່ ສປປ ລາວ ລວມມີ: ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank), ບໍລິສັດຮ່ວມທຸລະກິດ ປະກັນໄພ ລາວ - ຫວຽດ (LVI)  ແລະ ຫ້ອງການຜູ້ຕາງໜ້າ BIDV ຢູ່ ສປປ ລາວ.

     ໃນການກ່າວຄໍາເຫັນທີ່ກອງປະຊຸມ, ສະຫາຍ ເຈືອງ ເຕິນ ຊາງ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍທີ່ໄດ້ເຫັນຄວາມພັດທະນາຂອງ ທະນາຄານຮ່ວມທຸລະກິດລາວຫວຽດ ຜ່ານການມາຢ້ຽມຢາມ 4ຄັ້ງ ໃນປີ 2004, 2008, 2014 ແລະ 2017. ສະຫາຍໄດ້ຕີລາຄາສູງໃນການສູ້ຊົນ, ພະຍາຍາມ ແລະ ບັນດາຜົນສຳເລັດທີ່ຍາດມາໄດ້ ຂອງບັນດາຕົວແທນທຸລະກິດ BIDV ຢູ່ ສປປ ລາວ. ພ້ອມທັງໃຫ້ຄຳແນະນຳບັນດາຕົວແທນທຸລະກິດ BIDV ຢູ່ ສປປ ລາວ ໃຫ້ມີຄວາມພະຍາຍາມຫຼາຍ ຂຶ້ນກ່ວາເກົ່າ, ຮັກສາລະດັບການພັດທະນາ, ເຄື່ອນໄຫວທຸລະກິດໃຫ້ມີໝາກຜົນ ເພື່ອປະກອບສ່ວນ ກໍ່ສ້າງ ແລະ ພັດທະນາເສດຖະກິດຂອງລາວ. ໂດຍສະເພາະ, ແມ່ນຕ້ອງສືບຕໍ່ສົ່ງເສີມວຽກງານການ ຝຶກອົບຮົມ ແຫຼ່ງບຸກຄະລາກອນທີ່ມີຄຸນນະພາບສູງໃຫ້ແກ່ ສປປ ລາວ, ນີ້ແມ່ນຂົງເຂດທີ່ ສປປ ລາວ ກຳລັງຕ້ອງການ.

ຕາງໜ້າບັນດາຕົວແທນທຸລະກິດ BIDV ຢູ່ ສປປ ລາວ, ສະຫາຍ ຫງວຽນ ວັນ ບິງ - ອຳນວຍການໃຫຍ່ LaoVietBank ໄດ້ລາຍງານ ອາດີດປະທານປະເທດ ເຈືອງ ເຕິນ ຊາງ ກ່ຽວກັບ ໝາກຜົນການເຄື່ອນໄຫວທຸລະກິດທີ່ພົ້ນເດັ່ນໃນໄລຍະທີ່ຜ່ານມາ. ຜ່ານ 18ປີ ແຫ່ງການກໍ່ສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວ, LaoVietBank ໄດ້ກາຍເປັນທະນາຄານແຖວໜ້າ ທາງດ້ານທຶນຈົດທະບຽນ ແລະ ຢູ່ໃນອັນດັບທີ 5 ຂອງຂະໜາດຍອດລວມຊັບສົມບັດ, ການດຳເນີນທຸລະກິດໄດ້ຮັບໝາກຜົນດີ. ບໍລິສັດຮ່ວມທຸລະກິດປະກັນໄພ ລາວ - ຫວຽດ (LVI) ຜ່ານ 9ປີ ເເຫ່ງການກໍ່ສ້າງ ແລະ ພັດທະນາ ຈົນເຖິງປັດຈຸບັນ LVI ໄດ້ກາຍເປັນບໍລິສັດປະກັນໄພທີ່ໃຫຍ່ເປັນອັນດັບ 2 ຂອງຕະຫຼາດທາງດ້ານ ລາຍຮັບ,  ເປັນແຖວໜ້າຂອງຕະຫຼາດກ່ຽວກັບເຄືອຂ່າຍ ແລະ ໄດ້ຮັບການຕີລາຄາວ່າເປັນບໍລິສັດ ປະກັນໄພທີ່ມີຄວາມໜ້າເຊື່ອຖື ແລະ ໄດ້ຮັບການແນະນຳໃນຕະຫຼາດ. ຫ້ອງການຜູ້ຕງໜ້າ BIDV ຢູ່ ສປປ ລາວ. ສປປ ລາວ ໄດ້ສົ່ງເສີມພາລະບົດບາດທີ່ດີ ລະຫວ່າງ ການເຊື່ອມຕໍ່ທຸລະກິດ ກັບບັນດາ ອົງການຈັດຕັ້ງທີ່ກ່ຽວຂ້ອງ, ບັນດາກະຊວງທະບວງກົມ ຂອງ ສປປ ລາວ ເພື່ອການສະຫນັບ ສະຫນູນທີ່ດີທີ່ສຸດ ໃຫ້ແກ່ ບັນດາສະມາຊິກ ຂອງສະມາຄົມນັກລົງທຶນຫວຽດນາມທີ່ເຂົ້າມາລົງທຶນຢູ່ ສປປ ລາວ (Avil) ໃນການດຳເນີນທຸລະກິດຢູ່ຕະຫຼາດ ສປປລາວ.

     ຕາງໜ້າບັນດາຕົວແທນທຸລະກິດ BIDV ຢູ່ ສປປ ລາວ, ສະຫາຍ ຟານ ດຶກ ຕູ - ອຳນວຍການໃຫຍ່ BIDV ໄດ້ລາຍງານບາງສ່ວນຂອງໝາກຜົນການດຳເນີນທຸລະກິດ ຂອງສະມາຄົມ ນັກລົງທຶນຫວຽດນາມທີ່ເຂົ້າມາລົງທຶນຢູ່ ສປປ ລາວ ໃນໄລຍະທີ່ຜ່ານມາ ແລະ ບາງການປ່ຽນແປງ ໃນທາງບວກກ່ຽວກັບການດຳເນີນທຸລະກິດລົງທຶນ ຂອງບັນວິສາຫະກິດຫວຽດນາມຢູ່ ສປປ ລາວ.