LaoVietBank ເຊັນສັນຍາຮ່ວມມື ການບໍລິການຮັບຊໍາລະຄ່າງວດສິນເຊື່ອ ກັບ ສະຖາບັນການເງິນ ຊັບທະວີ.
ມື້ນີ້, ວັນທີ 06 ສິງຫາ 2021, ຢູ່ທີ່ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ໄດ້ມີພິທີລົງນາມເຊັນສັນຍາຮ່ວມມື ວ່າດ້ວຍການບໍລິການຮັບຊໍາລະຄ່າງວດສິນເຊື່ອຜ່ານລະບົບທະນາຄານດິຈິຕ້ອນລະຫວ່າງ LaoVietBank ແລະ ສະຖາບັນການເງິນ ຊັບທະວີ.
ໃຫ້ກຽດເຂົ້າຮ່ວມການເປັນປະທານໃນຄັ້ງນີ້ ໂດຍແມ່ນທ່ານ ສີປະເສີດ ຄ່ວງສະຫວັນ, ຮອງຜູ້ອໍານວຍການໃຫຍ່ LaoVietBank ແລະ ທ່ານ ນາງ ລາສີ ມີສາວົງ, ປະທານສະພາບໍລິຫານ ສະຖາບັນການເງິນ ຊັບທະວີ ກໍ່ໄດ້ປ່ຽນກັນຂຶ້ນກ່າວຄໍາປາໄສ ແລະ ມີຄຳເຫັນໃນພິທີ ກ່ອນຈະມີການລົງນາມຢ່າງເປັນທາງການ; ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງພະນັກງານຫຼັກແຫຼ່ງທັງສອງຝ່າຍ.
ດ້ວຍການປະສານງານເຊື່ອມຕໍ່ການຊຳລະໃນຄັ້ງນີ້, ລູກຄ້າສາມາດນຳໃຊ້ການບໍລິການຊໍາລະເຊົ່າສິນເຊື່ອ ກັບ ສະຖາບັນການເງິນ ຊັບທະວີ ຜ່ານ LVB DigiBank ເພື່ອສ້າງຊ່ອງທາງໃນການອຳນວຍຄວາມສະດວກ, ງ່າຍດາຍ ແລະ ປອດໄພ ໃຫ້ກັບລູກຄ້າຍິ່ງຂຶ້ນ.
---------------------------
ທະນາຄານ ຮ່ວມທຸລະກິດ ລາວ - ຫວຽດ ຈໍາກັດ
⦅ຂົວຕໍ່ແຫ່ງຜົນສໍາເລັດ⦆
Hotline 1440
LaoVietBank