Thứ năm, 16/05/2024

 Thời gian giao dịch phục vụ khách hàng tại các Chi nhánh, Phòng giao dịch, Điểm giao dịch của LaoVietBank - Từ thứ 2 tới thứ 6: Từ 08h30 tới 16h00 (trừ ngày lễ, tết).

LaoVietBank ຈັດກິດຈະກຳກິລາມິດຕະພາບ ຮ່ວມກັບ ກົມຄຸ້ມຄອງລະບົບຊໍາລະສະສາງ ແລະ ຫ້ອງການ ທະນາຄານແຫ່ງ ສປປ ລາວ.

ໃນຕອນແລງພະຫັດ ທີ 11 ມີນາ 2021, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank), ໄດ້ຈັດກິດຈະກໍາເຕະບານມິດຕະພາບ ຮ່ວມກັບ ກົມຄຸ້ມຄອງລະບົບຊໍາລະສະສາງ ແລະ ຫ້ອງການ ທະນາຄານ ແຫ່ງ ສປປ ລາວ; ທີ່ເດີ່ນບານເຟີຣາລີ ບ້ານຮ່ອງແກ, ເມືອງໄຊເຊດຖາ, ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມຂອງການນໍາ ພ້ອມດ້ວຍພະນັກງານທັງສອງພາກສ່ວນ.

ການຈັດກິດຈະກໍາໃນຄັ້ງນີ້, ກໍ່ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ ແລະ ເປັນການຍົກສູງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ການຮຽນຮູ້ປະສົບການ, ແລກປ່ຽນບົດຮຽນດ້ານການເງິນ-ການທະນາຄານ ແລະ ການເປັນດິຈິຕ້ອນເພື່ອໃຫ້ LaoVietBank ມີການດໍາເນີນທຸລະກິດໄປຕາມເປົ້າໝາຍ ແລະ ສອດຄ່ອງກັບນະໂຍບາຍຂອງ ທະນາຄານ ແຫ່ງ ສປປ ລາວ.

ກິດຈະກໍາດັ່ງກ່າວ, ປະກອບມີ: ກີລາບານເຕະຊາຍ-ຍິງ ແລະ ເປຕັງຊາຍ-ຍິງ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີ ເພື່ອສ້າງສາຍສຳພັນທີ່ດີຕໍ່ກັນຫຼາຍຂື້ນ.