LaoVietBank ໄດ້ຮັບມອບໝາຍເປັນຜູ້ສະໜອງທຶນໂຄງການໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME A2F-ESR) ເພື່ອປ່ອຍກູ້ໃຫ້ກັບລູກຄ້າທີ່ໄດ້ຮັບຜົນກະທົບຈາກພະຍາດລະບາດໂຄວິດ-19
ເປັນໜຶ່ງໃນບັນດາທະນາຄານທຸລະກິດຊັ້ນນໍາ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກພັກ-ລັດຖະບານ ໃຫ້ເປັນຜູ້ສະໜອງເງິນກູ້ ໃຫ້ກັບບັນດາວິສາຫະກິດ ແລະ ປະຊາຊົນລາວ.ໃນວັນທີ 14 ກໍລະກົດ 2021, ທີ່ ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ ທ່ານ ຫງວຽນ ດຶກ ຫວູ ຜູ້ອຳນວຍການໃຫຍ່ ຂອງ LaoVietBank ກໍ່ໄດ້ເຂົ້າຮ່ວມໃນພິທີເຊັນສັນຍາຮັບບ້ວງທຶນ MSME A2F-ESR ຮ່ວມກັບ ພາກລັດ ແລະ ບັນດາທະນາຄານທຸລະກິດທີ່ຖືກຄັດເລືອກ.
ສໍາລັບບ້ວງທຶນດັ່ງກ່າວໃນຕໍ່ຫນ້າ LaoVietBank ຈະປະຕິບັດການປ່ອຍກູ້ດ້ວຍອັດຕາດອກເບ້ຍທີ່ເຫມາະສົມເພື່ອໃຫ້ບັນດາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງທີ່ຖືກຄັດເລືອກ ສາມາດເຂົ້າເຖິງແຫຼ່ງທຶນ, ແນໃສ່ຊ່ວຍເຫຼືອ ແລະ ແບ່ງເບົາໃນການຮັບມືກັບຜົນກະທົບຈາກສະພາບເສດຖະກິດໃນຊ້ວງຂອງການລະບາດພະຍາດໂຄວິດ-19.
ທະນາຄານ ຮ່ວມທຸລະກິດ ລາວ - ຫວຽດ ຈໍາກັດ
⦅ຂົວຕໍ່ແຫ່ງຜົນສໍາເລັດ⦆
Hotline: 1440
LaoVietBank
www.laovietbank.com.la