ວັນເສົາ, 27/04/2024

.

ທ່ານ ເລ ມີງ ຮືງ - ຜູ້ວ່າການທະນາຄານແຫ່ງລັດ ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກກັບ ທະນາຄານຮ່ວມທຸລະກິດລາວຫວຽດ ສາຂາ ຫຼວງພະບາງ

ທ່ານ ເລ ມີງ ຮືງ - ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ລັດ ສ​ສ ຫວຽດ​ນາມ ຢ້​ຽມ​ຢາມ ແລະ ເຮັດ​ວຽກ​ກັບ​

ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ​ຫວຽດ ສາ​ຂາ ຫຼວງ​ພະ​ບາງ

 

 

ໃນ​ລະ​ຫວ່າງການ​ມາ​ຢ້ຽ​ມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມທະ​ວີ​ພາ​ຄີ ລະ​ຫວ່າງ​ທະ​ນາ​ຄານ​ແຫ່ງ​ລັດສອງ​ປະ​ເທດ ຫວຽດ​ນາມ - ລ​າວ ຈັດ​ຂຶ້ນ​ແຕ່​ວັນ​ທີ 14 – 16/02/2017 ຢູ່​ແຂວງຫຼວງ​ພະ​ບາງ. ວັນ​ທີ 15/02/2017, ທ່ານ ເລ ມີງ ຮືງ - ກຳ​ມະ​ການ​ສູນ​ກາງ​ພັກ, ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ລັດ ສ​ສ ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະ​ການ​ນຳ​ຂັ້ນ​ສູງທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ ໄດ້ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ​ຫວຽດ ສາ​ຂາຫຼວງ​ພະ​ບາງ. 

ຕາ​ງ​ໜ້າ​ຄະ​ນະ​ການນຳ ແລະ ພະ​ນັກ​ງານ​ທັງ​ໝົດ​ຂອງ​ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ​ຫວຽດ, ທ່ານ ຫງວຽນ ວັນ ບີ່ງ – ຜູ້​ອຳ​ນວຍ​ການ​ໃຫ​ຍ່ ໄດ້ລາຍງານເຖີງ​ການກໍ່​ຕັ້ງ ແລະ ເຄື່ອນ​ໄຫວ​ຂອງ​ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ​ຫວຽດ (LaoVietBank) ເຊີ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ລະ​ຫວ່າງ​ເດືອນ 06/1999 ບົນ​ພື້ນ​ຖານ​ການ​ປະ​ກອບ​ທຶນຮ່ວມ​ທຸ​ລະ​ກິດຂອງ 02 ທະ​ນາ​ຄານ​ທຸ​ລະ​ກິດ​ລັດຂອງລ​າວ – ທະ​ນາ​ຄາ​ນ​ການ​ຄ້າ​ຕ່າງ​ປະເທດ​ລາວ ມະ​ຫາ​ຊົນ (BCEL) ແລະ ຫວຽດ​ນາມ – ທະ​ນາ​ຄານ​ຮຸ້ນ​ສ່ວນ​ລົງ​ທຶນ ແລະ ພັດ​ທະ​ນາ​ຫວຽດ​ນາມ (BIDV). ໂດຍ​ຜ່ານ​ການ​ເພີ່ມ​ທຶນຫຼາຍ​ຄັ້ງ​ມາ​ເຖີງ​ປະ​ຈຸບັນທຶນ​ຈົດ​ທະ​ບຽນ​ຂອງ LaoVietBank ບັນ​ລຸ 100 ລ້ານ USD ແລະ ກາຍ​ເປັນ​ທະ​ນາ​ຄານ​ທີ່​ມີ​ຂະ​ໜາດ​ທຶນ​ຈົດ​ທະ​ບຽນຫຼາຍ​ສຸດ​ຢູ່​ລາວ.

ດ້ວຍ​ພາ​ລະ​ກິດ​ເປັ​ນ “ຜູ້​ເຊື່ອມ​ໂຍງ​ສອງ​ພື້ນ​ຖານ​ເສດ​ຖະ​ກິດລາວ - ຫວຽດ​ນາມ” ແລະ “ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ - ສັງ​ຄົມ​ຂອງ​ຫວຽດ​ນາມ ແລະ ລາວ”, ພາຍຫຼັງ 18 ປີ​ແຫ່ງ​ການ​ກໍ່​ຕັ້ງ ແລະ ຂະ​ຫຍາຍ​ຕົວ, LaoVietBank ໄດ້​ມີ​ບັນ​ດາ​ບາດ​ກ້າວ​ຂະ​ຫຍາຍ​ຕົວ​ຢ່າງ​ເຂັ້ມ​ແຂງ, ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ທະ​ນາ​ຄານ​ທຸ​ລະ​ກິດເຄື່ອນ​ໄຫວ​ມີ​ໝາກ​ຜົນແຖວ​ໜ້າ​ໃນ​ລາວ, ບັນ​ດາ​ເງື່ອນ​ໄຂ​ດ້ານ​ຂະ​ໜາດ ແລະ ໝາກ​ຜົນ​ທຸ​ລະ​ກິດ​ຂະ​ຫຍາຍ​ຕົວ​ໃນແຕ່​ລະ​ປີ; ພ້​ອມ​ກັນ​ນັ້ນ​ຍັງ​ສຳ​ເລັດ​ດີ​ເດັ່ນບົດ​ບາດເປັນ “ຂົວ​ຕໍ່​ໃນ​ການຊຳ​ລະສະ​ສາງ, ປະ​ກອບ​ສ່ວນ​ຊຸກ​ຍູ້​ສາຍ​ພົວ​ພັນ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ​ຫວຽດ​ນາມ-ລາວ.

ຮອດ​ປີ 2016, LaoVietBank ນອນ​ຢູ່​ໃນອັນ​ດັບແຖ​ວ​ໜ້າ​ດ້ານ​ຂະ​ໜາດ​ທຶນ​ຈົດ​ທະ​ບຽນ ແລະ ໝາກ​ຜົນ​ການ​ເຄື່ອນ​ໄຫວ​ທຸ​ລະ​ກິດ ດ້ວຍ​ຂະ​ໜາດ​ຊັບ​ສິນ​ທັງ​ໝົດບັນ​ລຸ ~1,2 ຕື້ USD, ROE ບັ​ນ​ລຸ 13,51%. ຕາ​ໜ່າງ​ການ​ເຄື່ອນ​ໄຫວປະ​ກອບ​ດ້ວຍ 01 ສຳ​ນັກ​ງານ​ໃຫຍ່, 05 ສາ​ຂາ ແລະ 14 ໜ່ວຍ​ບໍ​ລິ​ການ, ລະ​ບົບ​ຕາ​ໜ່າງ​ຂອງ LaoVietBank ແຈກ​ຍາຍ​ຢູ່ 08/18 ແຂວງ ແລະ ເຂດ​ເສດ​ຖະ​ກິດຈຸດ​ສຸມໃນ​ທົ່ວ​ປະ​ເທດ ປະ​ກອບ​ດ້ວຍ: ນະ​ຄອນຫຼວງວຽງ​ຈັນ, ແຂວງ​ອັດ​ຕະ​ປື, ຈຳ​ປາ​ສັກ, ສະ​ຫວັນ​ນະ​ເຂດ, ຄຳ​ມ່ວນ, ຊ​ຽງ​ຂວາງ, ຫຼວງ​ພະ​ບາງ ແລະ ອຸ​ດົມ​ໄຊ. ໃນ​ນັ້ນ, ບໍ່​ຢຸດ​ທີ່​ຈະ​ເປີດ​ກວ້າງ, ເຊື່ອມ​ໂຍງ ແລະ ບໍ​ລິ​ການໃຫ້​ດີກວ່າ​ເກົ່າ ຕາມ​ການ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດ-ສັງ​ຄົມ ໄປ​ພ້ອມໆ​ກັບບັນ​ດາ​ວິ​ສາ​ຫະ​ກິດ, ບຸກ​ຄົນ​ລາວ ແລະ ຫວຽດ​ນາມ ຢູ່​ບັນ​ດາ​ທ້ອງ​ຖີ່ນ​ທີ່ມີສຳ​ນັກ​ງານ.

ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາ​ວ​ຫວຽດ - ສາ​ຂາຫຼວງ​ພະ​ບາງ ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ​ໃນ​ເດືອນ 3/2013, ພາຍຫຼັງ 04 ປີ​ເຄື່ອນ​ໄຫວສາ​ຂາຫຼວງ​ພະ​ບາງ ໄດ້​ມີ​ບາດ​ກ້າວຂະ​ຫຍາຍ​ຕົວ ແລະ ບໍ່​ຢຸດ​ທີ່​ຈະເປີດ​ກ້​ວາງ​ໃນ​ແຕ່​ລະ​ປີ, ປະ​ກອບ​ສ່ວນ​ເຂົ້າ​ໃນການ​ຂະ​ຫຍາຍ​ຕົວດ້ານ​ເສດ​ຖະ​ກິດ - ສັງ​ຄົມຂອງ​ ແຂວງຫຼ​ວງ​ພະ​ບາງ ກໍ່​ຄື​ລະ​ບົບ​ຕາ​ໜ່າງ LaoVietBank ໃນ​ທົ່ວ​ປະ​ເທດ. ລວມຍອດ​ຊັບ​ສີນ​ບັນ​ລຸ 37 ລ້ານ USD, ກຳ​ໄລ​ປີ 2016 ບັນ​ລຸ 1,3 ລ້ານ USD.

ຄຽງ​ຄູ່​ກັບ​ໜ້າ​ທີ່​ທຸ​ລະ​ກິດ, LaoVietBank ປະສານງານກັບ BIDV ຢາມ​ໃດ​ກໍ່​ມີ​ບົດ​ບາດ​ເປັນ​ທະ​ນາ​ຄານ​ນຳ​ໜ້​າໃນ​ວຽກ​ງານ​ຊ່ວຍ​ເຫຼືອ​ສັງ​ຄົມຢູ່​ລາວ ສຸມ​ໃສ່​ບັນ​ດາ​ຂົງ​ເຂດ​ຈຸດ​ສຸມ​ທີ່​ລ​າວ​ກຳ​ລັງ​ພົບ​ຄວາມ​ຫຍຸ້ງ​ຍາກ​ເຊັ່ນ: ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ, ຊ່ວຍ​ເຫຼືອ​ຜູ້​ທຸກ​ຍາກ ແລະ ອື່ນ​ໆ. ເຊີ່ງ​ຍອດ​ເງິນຊ່ວຍ​ເຫຼືອ​ສັງ​ຄົມ​ທັງ​ໝົດ ​ສະ​ສົມມາ​ເຖີງ​ປະ​ຈຸ​ບັນ ບັນ​ລຸຫຼາຍກວ່າ 11,5 ລ້ານ USD.

ຕໍ່​ບັນ​ດາ​ໝາກ​ຜົນທີ່ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ​ຫວຽດ​ບັນ​ລຸໄດ້, ທ່ານ ເລ ມີງ ຮືງ - ກຳ​ມະ​ການ​ສູນ​ກາ​ງ​ພັກ, ຜູ້​ວ່າ​ການ​ທະ​ນາ​ຄານແຫ່ງ​ລັດ ສ​ສ ຫວຽດ​ນາມ ກໍ່ໄດ້​ຊົມ​ເຊີຍ ແລະ ຕີ​ລາ​ຄາ​ສູງ​ບັນ​ດາຜົນງານ, ໝາກ​ຜົນ​ຂອງ​ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລ​າວ​ຫວຽດ​ສາ​ຂາຫຼວງ​ພະ​ບາງ ບັນ​ລຸ​ໄດ້​ໃນ​ປີ​ຜ່ານ​ມາ. ຈາກໝາກ​ຜົນ​ດັ່ງ​ກ່າວ​ໄດ້​ປະ​ກອບ​ສ່ວນສຳ​ຄັນເຂົ້າ​ໃນ​ການ​ເສີມ​ຂະ​ຫຍາຍສາຍ​ພົວ​ພັນ​ມູນ​ເຊື້ອ ແລະ ສາຍ​ພົວ​ພັນ​ອັນ​ດີ​ງາມລະ​ຫວ່າງ​ລະ​ບົບ​ທະ​ນາ​ຄານ​ສອງ​ປະ​ເທດ​ຫວຽດ​ນາມ - ລາວ. ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ລັດ ສ​ສ ຫວຽດ​ນາມ ກໍ່​ໄດ້ໃຫ້​ຄຳ​ໂອ​ວາດ ແລະ ອວຍ​ພອນ​ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ​ຫວຽດ, ສາ​ຂາຫຼວງ​ພະ​ບາງ ສື​ບ​ຕໍ່​ຂະ​ຫຍາຍ​ຕົວ​ຢ່າງ​ເຂັ້ມ​ແຂງ, ໝັ້ນ​ຄົງ, ສືບ​ຕໍ່​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້​າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ລາວ, ຮັກ​ສາ​ສາຍພົວ​ພັນມູນ​ເຊື້ອ​ລະ​ຫວ່າງ​ທະ​ນາ​ຄານ​ສອງ​ປະ​ເທດ.