ແນະນຳລວມ
ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ເດືອນ 06 ປີ 1999 ບົນພື້ນຖານໝາກຜົນຂອງຄວາມສາມັກຄີມິດຕະພາບແບບພິເສດໃນທຸກໆດ້ານລະຫວ່າງສອງຊົນເຜົ່າ, ສອງຊາດຫວຽດນາມ ແລະ ລາວ, ເປັນພື້ນຖານແຫ່ງການກຳເນີດມີການແລກປ່ຽນເສດຖະກິດລະຫວ່າງສອງປະເທດ.
ຊື່ເປັນພາສາຫວຽດນາມ: Ngân hàng Liên doanh Lào Việt
ຊື່ເປັນພາສາອັງກິດ: Lao Viet Joint Venture Bank
ຊື່ເປັນພາສາລາວ: ທະນາຄານຮ່ວມທຸລະກິດລາວຫວຽດ
ຊື່ຂຽນຫຍໍ້ເປັນພາສາອັງກິດ: LAOVIETBANK
ຊື່ຂຽນຫຍໍ້ເປັນພາສາລາວ: ທລວ
Tel: (856) 21 251418
Fax: (856) 21 212197
Website: www.laovietbank.com.la
Email: info@laovietbank.com.la
ທີ່ຢູ່ສຳນັກງານໃຫຍ່: ເລກທີ 44, ຖະໜົນລ້ານຊ້າງ, ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ.
ທຶນຈົດທະບຽນ: 791,357,560,000 ກີບ (ເຈັດຮ້ອຍເກົ້າສີບເອັດຕື້ ສາມຮ້ອຍຫ້າສີບເຈັດລ້ານ ຫ້າແສນຫົກສີບພັນກີບ), ເປັນໜຶ່ງໃນບັນດາທະນາຄານທີ່ມີຂະໜາດທຶນຈົດທະບຽນຫຼາຍສຸດຢູ່ລາວ.
ຜູ້ຖືຮຸ້ນ:
LaoVietBank ມີ 03 ຂາຮຸ້ນ ປະກອບດ້ວຍ:
1. ທະນາຄານຮຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ຖືກຳມະສິດ 65% ທຶນຈົດທະບຽນ
2. ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ຖືກຳມະສິດ 25% ທຶນຈົດທະບຽນ
3. ບໍລິສັດ ສຸກຮຸ່ງເຮືອງ ຖືກຳມະສິດ 10% ທຶນຈົດທະບຽນ
ພາລະບົດບາດ:
- ເຊື່ອມໂຍງສອງພື້ນຖານເສດຖະກິດລາວ - ຫວຽດນາມ: ກາຍເປັນທະນາຄານນຳໜ້າໃນການສະໜອງບັນດາວິທີການດ້ານການທະນາຄານ, ການເງິນ, ໃຫ້ບັນດານິຕິບຸກຄົນທີ່ມີສາຍພົວພັນດ້ານການຄ້າ, ການລົງທຶນລະຫວ່າງຫວຽດນາມ-ລາວ, ລາວ-ຫວຽດນາມ.
- ປະກອບສ່ວນສຳຄັນເຂົ້າໃນພາລະກິດພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ແລະ ລາວ: LaoVietBank ກາຍເປັນສະຖາບັນການເງິນໜຶ່ງທີ່ເຂັ້ມແຂງ, ດຳເນີນທຸລະກິດກັບຫຼາຍປະເທດ, ປະກອບສ່ວນ ສຳຄັນເຂົ້າໃນການພັດທະນາເສດຖະກິດຂອງສອງຊາດລາວ ແລະ ຫວຽດນາມ.
ຄະຕິປະຈຳຕົວຂອງທະນາຄານ:
- ລູກຄ້າເປັນສູນກາງ, ເປັນເປົ້າໝາຍເຄື່ອນໄຫວທຸລະກິດ;
- ບໍລິຫານຄວາມສ່ຽງເປັນພື້ນຖານຂອງວຽກງານບໍລິຫານທົ່ວລະບົບ;
- ພະນັກງານ ແລະ ເຕັກໂນໂລຊີ ເປັນອົງປະກອບຕັດສີນຄວາມສຳເລັດ.
ບັນດາການບໍລິການດ້ານການເງິນການທະນາຄານ
- ລະດົມເງິນຝາກປະຍັດ, ເງິນຝາກປະຈຳຂອງບຸກຄົນ ແລະ ອົງການ ດ້ວຍສະກຸນເງິນກີບ (LAK), ໂດລາສະຫະລັດ (USD), ບາດ (THB). ເງິນຝາກຂອງລູກຄ້າໄດ້ຄ້ຳປະກັນຕາມຂໍ້ກຳນົດຂອງທະນາຄານແຫ່ງ ສປປ ລາວ.
- ປ່ອຍກູ້ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ດ້ວຍສະກຸນເງິນ LAK, USD, THB ດ້ວຍບັນດາເງື່ອນໄຂ ແລະ ເອກະສານງ່າຍດາຍ, ວ່ອງໄວ.
- ການຊື້ຂາຍເງິນຕາຕ່າງປະເທດຕາມບັນດາຮູບການມອບທັນທີ (Spot), ແລກປ່ຽນ (Swap), ໄລຍະກຳນົດ (Forward).
- ບັນດາການບໍລິການຊຳລະສະສາງ, ອົນເງິນລະຫວ່າງປະເທດໂດຍຜ່ານລະບົບ SWIFT, Online IBMB, Westem, ຊ່ວຍສົ່ງອອກນຳເຂົ້າສີນຄ້າຮັບປະກັນວ່ອງໄວ, ປວດໄພ, ຄ່າໃຊ້ຈ່າຍເໝາະສົມ.
- ຈຳໜ່າຍ ແລະ ຊຳລະສະສາງດ້ວຍບັດສີນເຊື່ອພາຍໃນກັບບັນດາການບໍລິການທີ່ສະດວກສະບາຍໃຫ້ແກ່ລູກຄ້າ
- ໃຫ້ບໍລິການດ້ານເງິນທຶນ, ຈ່າຍເງິນເດືອນ, ຮັບເງິນກັບທີ່, ຊື້ຂາຍເງິນຕາຕ່າງປະເທດ, ຮັບ ແລະ ຈ່າຍເງິນທາງໄກ, ໂອນເງິນພາຍໃນ ແລະ ຕ່າງປະເທດ.
- ບັນດາການບໍລິການຄ້ຳປະກັນພາຍໃນ ແລະ ຕ່າງປະເທດ
- ບັນດາການບໍລິການອື່ນໆຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າ
ຕາໜ່າງເຄືອຂ່າຍ:
LaoVietBank ມີສຳນັກງານເຄື່ອນໄຫວກວ້າງຂວາງ ຢູ່ແຕ່ລະພາກພື້ນຂອງລາວ ໂດຍສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງວຽງຈັນ ແລະ 05 ສາຂາ, 09 ໜ່ວຍບໍລິການ ຄວບຄຸມກວ້າງຂວາງໃນ 8/18 ແຂວງເສດຖະກິດຈຸດສຸມຂອງລາວ, ລາຍລະອຽດດັ່ງນີ້:
* ຢູ່ນະຄອນຫຼວງວຽງຈັນ:
1. ສຳນັກງານໃຫຍ່
2. ໜ່ວຍບໍລິການຕະຫຼາດເຊົ້າ
3. ໜ່ວຍບໍລິການສີໄຄ
4. ໜ່ວຍບໍລິການດອນໜູນ
5. ໜ່ວຍບໍລິການດ່ານສາກົນຂົວມິດຕະພາບລາວ-ໄທ
6. ໜ່ວຍບໍລິການດົງໂດກ
7. ໜ່ວຍບໍລິການລາວໄອເຕັກ
* ຢູ່ແຂວງຊຽງຂວາງ
1. ທະນາຄານຮ່ວມທຸລະກິດລາວຫວຽດ - ສາຂາຊຽງຂວາງ
* ຢູ່ແຂວງຫຼວງພະບາງ
1. ທະນາຄານຮ່ວມທຸລະກິດລາວຫວຽດ - ສາຂາຫຼວງພະບາງ
* ຢູ່ແຂວງຈຳປາສັກ:
1. ທະນາຄານຮ່ວມທຸລະກິດລາວຫວຽດ - ສາຂາຈຳປາສັກ
2. ໜ່ວຍບໍລິການເຊໂນ
* ຢູ່ແຂວງອັດຕະປື:
1. ທະນາຄານຮ່ວມທຸລະກິດລາວຫວຽດ - ສາຂາອັດຕະປື
* ຢູ່ແຂວງສະຫວັນນະເຂດ:
1. ທະນາຄານຮ່ວມທຸລະກິດລາວຫວຽດ - ສາຂາສະຫວັນນະເຂດ
* ຢູ່ແຂວງຄຳມ່ວນ:
1. ໜ່ວຍບໍລິການຄຳມ່ວນ
* ຢູ່ແຂວງອຸດົມໄຊ:
1. ໜ່ວຍບໍລິການອຸດົມໄຊ