ວັນອັງຄານ, 19/03/2024

.

ວັດທະນະທໍາວິສາຫະກິດຂອງ LaoVietBank

ວັດທະນະທໍາແມ່ນຫຍັງ ? ແມ່ນພື້ນຖານວັດທະນະທໍາ, ຮີດ​ຄອງອັນເປັນມູນເຊື້ອຂອງວິສາຫະກິດໃດ​ໜື່ງທີ່ໄດ້ຖືກສ້າງຂື້ນ, ປົກ​ປັກຮັກສາ ແລະ ເປັນລັກສະນະ ສະເພາະທີ່ພົ້ນເດັ່ນຂອງວິສາຫະກິດດັ່ງກ່າວ ໂດຍຜ່ານຫຼາຍໄລຍະເວລາ.

ວັດທະນະທໍາວິສາຫະກິດແມ່ນຊັບສົມບັດທີ່ລໍ້າຄ່າຂອງ LaoVietBank ໂດຍແມ່ນບັນດາພະນັກງານຂອງ LaoVietBank ແຕ່ລະສະໄໝເປັນຜູ້ກໍ່ສ້າງ, ຮັກສາ ແລະ ເພີ່ມພູນຄູນສ້າງມາເປັນໄລຍະເວລາເກືອບ 20 ປີ ຜ່ານມາ ດ້ວຍບັນດາຫຼັກການໃນ​ການ​ປະ​ພຶດ, ປະ​ຕິບັດອັນເປັນເຂັມທິດໃນການນຳທາງໃຫ້ແກ່ການເຄື່ອນ ໄຫວຂອງທົ່ວລະບົບ.

*. ຕໍ່​ກັບລູກຄ້າ, ຄູ່ຮ່ວມທຸລະກິດ: LaoVietBank ໄດ້ພະຍາຍາມສຸດ​ຂີດເພື່ອສ້າງສາຍພົວພັນການຮ່ວມມືອັນ​ໜ້າເຊື່ອຖື ແລະ ຍາວ​ນານ, ຮ່ວມແບ່ງປັນ ຜົນປະໂຫຍດ, ປະຕິບັດຄົບຖ້ວນຕໍ່ກັບບັນດາການໃຫ້ຄໍາໜັ້ນສັນຍາ ທີ່ໄດ້ຮັບການເປັນເອກະພາບ.

*. ຕໍ່​ກັບ​ສາ​ທາ​ລະ​ນະ, ສັງຄົມ: LaoVietBank  ໄດ້ເອົາໃຈໃສ່ ແລະ ເປັນເຈົ້າການໃນການເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບຕໍ່ກັບບັນດາລາຍການ, ການເຄື່ອນ ໄຫວສັງຄົມທີ່​ສ້າງຜົນປະໂຫຍດ ແລະ ເພື່ອ​ການພັດທະນາຂອງສາ​ທາ​ລະ​ນະ, ສັງຄົມ.

*. ຕໍ່​ກັບຜູ້ອອກແຮງງານ: ໂດຍ​ມີທັດສະນະຫຼັກ​ໝັ້ນ “ພະນັກງານ LaoVietBank ທຸກຄົນແມ່ນທ່າແຮງແຂ່ງຂັນ”, LaoVietBank ໃຫ້ຄໍາໜັ້ນສັນຍາຈະ ສ້າງສະພາາບແວດລ້ອມເຮັດວຽກແບບມືອາຊີບ, ສ້າງໂອກາດເຮັດວຽກ ແລະ ພັດທະນາວິຊາຊີບແບບສະເໝີພາບ, ຊຸກຍູ້ສົ່ງ​ເສີມ​ດ້ານຄວາມຮູ້-ຄວາມສາມາດ ແລະ ຄວາມຫຼົງ​ໄຫຼ- ຮັກ​ໃນ​ອາ​ຊີບ, ສະ​ໜິດ​ຕິ​ດ​ພັນ​ກັບ​ພະ​ນັກ​ງານ​ຂອງ LaoVietBank ທຸກ​ຄົນ.

ບາງ​ເອ​ກະ​ລັກຂອງ​ລະບົບວັດທະນະທໍາ LaoVietBank ລວມມີ:

  1. ແນ​ໃສ່ເພື່ອລູກຄ້າ (ຜົນປະໂຫຍດໃຫ້​ແກ່ຂອງລູກຄ້າແມ່ນ​ສູງ​ສຸດ ແຕ່ຜົນປະໂຫຍດດັ່ງກ່າວຕ້ອງເປັນຜົນປະໂຫຍດທີ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ສອດຄ່ອງກັບຜົນ ປະໂຫຍດຂອງທະນາຄານ);
  2. ຖື​ເອົາພື້ນຖານດ້ານເຕັກໂນໂລຢີ ແລະ ບຸກຄະລາກອນ ແມ່ນອົງປະກອບອັນສໍາຄັນ ແລະ ເປັນ​ຕົວຕັດສິນຕໍ່ກັບຄວາມສໍາເລັດ;
  3. ຄຸ້ມຄອງຄວາມສ່ຽງ ເປັນພື້ນຖານຂອງການຄຸ້ມຄອງບໍລິຫານທົ່ວລະບົບ;

*. ​ເມື່ອໄດ້ເຮັດວຽກຢູ່ LaoVietBank  ທ່ານຈະໄດ້​ຮຽນຮູ້ຕື່ມກ່ຽວກັບ: ​ຫຼັກຈັນຍາບັນຂອງພະນັກງານ LaoVietBank, 10 ຫຼັກການບໍລິການ, 05 ຫຼັກການ

ແນະນໍາໂດຍລວມກ່ຽວກັບ LaoVietBank

ທະນາຄານຮ່ວມທຸລະກິດລາວ ຫວຽດ (LaoVietBank) ເປັນໜຶ່ງທະນາຄານທຸລະກິດຈັດຢູ່ລະດັບແຖວໜ້າຂອງ ສປປ ລາວ. ເປັນທະນາຄານຮ່ວມທຸລະກິດ ໄດ້ຮັບການສ້າງຕັ້ງຂື້ນໂດຍແມ່ນ 02 ທະນາຄານທູ​ລະ​ກິດ​ຫຍິ່ງ​ໃຫຍ່ ແລະ ​ມີ​ຊື່​ສຽງ ຂອງສອງປະເທດ ສ​ສ ຫວຽດນາມ ແລະ ສ​ປ​ປ ລາວ: ທະນາຄານຮຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ. LaoVietBank ໄດ້ຮັບການສ້າງຕັ້ງ ແລະ ດຳ​ເນີນການເຄື່ອນໄຫວຢ່າງເປັນທາງການໃນວັນທີ 22/06/1999 ຢູ່ນະຄອນຫຼວງວຽງຈັນ ດ້ວຍທຶນຈົດທະບຽນເບື້ອງຕົ້ນແມ່ນ 10 ລ້ານໂດລາສະຫະລັດ (ໃນນັ້ນ BIDV ຖືຮຸ້ນ 50% ແລະ BCEL 50%). ຮອດວັນທີ 31/12/2015 ຜ່ານການເພີ່ມທຶນຫຼາຍຄັ້ງ LaoVietBank ໄດ້ກາຍເປັນທະນາຄານທີ່ມີທຶນຈົດທະບຽນຫຼາຍສຸດຢູ່ສປປ ລາວ ລວມທຶນຈົດທະບຽນມູນຄ່າ 100 ລ້ານໂດລາສະຫະລັດ (BIDV ຖືຮຸ້ນ 65%, BCEL 25% ແລະ ນິຕິບຸກຄົນລາວ (ບໍລິສັດ ສຸກຮຸ່ງເຮືອງ) ຖືຮຸ້ນ 10%)

ດ້ວຍ 02 ພາລະບົດບາດ ແລະ ໜ້າທີ່ຕົ້ນຕໍ ໄດ້ຮັບການມອບໝາຍຈາກລັດຖະບານຂອງສອງປະເທດ ສ​ປ​ປ ລາວ ແລະ ສ​ສ ຫວຽດນາມ ໃຫ້ເປັນຫົວໜ່ວຍສົມທົບ, ຂົວຕໍ່ເສດຖະກິດ (ປະຕິບັດເຊື່ອມໂຍງ ແລະ ຊຸກຍູ້ໃນການຂົງເຂດການເງິນການທະນາຄານ, ຊໍາລະສະສາງ ແລະ ລົງທຶນ...) ແນໃສ່ຮັກສາ ແລະ ພັດທະນາສາຍພົວພັນຮ່ວມມືຮອບດ້ານ. ນອກຈາກນັ້ນ, ຍັງໄດ້ຮັບມອບໝາຍເປັນຫົວໜ່ວຍສົມທົບ ເພື່ອປະຕິບັດໜ້າທີ່ດ້ານການເມືອງ (ຕ້ອນຮັບ​, ຕິດຕາມ, ສະ​ໜັບ​ສະ​ໜູນບັນດາຄະນະການນໍາຂັ້ນສູງລະຫວ່າງສອງປະເທດ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແລະ ຫວຽດນາມ). ໃນໄລຍະຜ່ານມາ LaoVietBank ແມ່ນໄດ້ສໍາເລັດໜ້າທີ່ຢ່າງດີເດັ່ນຕໍ່ກັບ 02 ພາລະບົດບາດ ແລະ ໜ້າທີ່ດັ່ງ​ກ່າວ.

ຮອດປີ 2015, ລວມຍອດຊັບສົມບັດຂອງ LaoVietBank ບັນລຸ 1 ຕື້ ໂດລາສະຫະລັດ. ໄລຍະເວລາ 03 ທີ່ຜ່ານມາ LaoVietBank ໄດ້ຮັກສາລະດັບການຂະຫຍາຍຕົວສະເລ່ຍຫຼາຍກວ່າ 35%. ຊີວິດການເປັນຢູ່ດ້ານພື້ນຖານວັດຖຸ, ແນວຄິດຈິດໃຈຂອງຜູ້ອອກແຮງງານ ໄດ້ຮັບການປັບປຸງໃຫ້ດີຂື້ນກວ່າເກົ່າຢ່າງບໍ່​ຢຸດຢັ້ງ. ປັດຈຸບັນເຄືອຂ່າຍຂອງ LaoVietBank  ລວມທັງໝົດມີ 05 ສາຂາ ແລະ 07 ໜ່ວຍບໍລິການຢູ່ບັນດາແຂວງ/ນະຄອນຫຼວງຈຸດສຸມເສດຖະກິດຂອງ ສປປ ລາວ: ນະຄອນຫຼວງວຽງຈັນ, ຈໍາປາສັກ, ອັດຕະປື, ສະຫວັນນະເຂດ, ຄໍາມ່ວນ, ຊຽງຂວາງ, ຫຼວງພະບາງ, ອຸດົມໄຊ ແລະ ຄາດຄະເນຈະເປີດກວ້າງເພີ່ມເຕີ່ມເຄືອຂ່າຍການເຄື່ອນໄຫວຢູ່ທົ່ວ ສປປ ລາວ. ລວມຈໍານວນພະນັກງານທັງໝົດເກືອບ 400 ຄົນ, ນີ້ແມ່ນບັນດາຖັນ​ແຖວພະນັກງານທີ່ໝຸ່ມນ້ອຍ, ມີຄວາມຮູ້ຄວາມສາມາດ, ມີ​ຄວາມ​ຫ້າວ​ຫັນກະຕືລືລົ້ນ ແລະ ມີຫົວຄິດປະດິດສ້າງ.

ຜ່ານໄລຍະເວລາແຫ່ງການເຄື່ອນໄຫວທຸລະກິດ LaoVietBank ໄດ້ຮັບການຕີລາຄາເປັນໜຶ່ງທະນາຄານທຸລະກິດເຄື່ອນໄຫວມີປະສິດທິພາບດ້ານທຸລະກິດ, ສະໜອງ ແລະ ໃຫ້​ບໍ​ລິ​ການ​ບັນ​ດາຜະລິດຕະພັນທະນາຄານຢ່າງຫຼາກຫຼາຍ, ມີຄວາມທັນສະໄໝ, ສະດວກວ່ອງໄວ, ການບໍລິການໄດ້ມາດຕະຖານສາກົນ. ນອກຈາກນັ້ນ, LaoVietBank ຍັງເປັນຫົວໜ່ວຍນໍາໜ້າໃນວຽກງານຊ່ວຍເຫຼືອສັງຄົມເຊິ່ງໄດ້ສະແດງອອກ: ນັບຕັ້ງແຕ່ວັນສ້າງຕັ້ງ LaoVietBank ໄດ້ປະຕິບັດວຽກງານຊ່ວຍເຫຼືອສັງຄົມໃຫ້ແກ່ບັນດາແຂວງຕ່າງໆ, ທ້ອງຖິ່ນຂອງ ສປປ ລາວ ຮູບແບບການຊ່ວຍເຫຼືອເປັນວັດຖຸ ແລະ ທຶນຮອນ. ລວມມູນຄ່າການຊ່ວຍເຫຼືອສະເລ່ຍແມ່ນ 400.000 USD/ຕໍ່ປີ. ຕໍ່ກັບໝາກຜົນ, ຜົນງານທີ່ຍາດມາໄດ້ດັ່ງກ່າວ LaoVietBank ໄດ້ຖືກຮັບຮອງ ແລະ ໄດ້ຮັບບັນດາລາງວັນສູງສຸດຈາກລັດຖະບານຫວຽດນາມ, ລາວ ແລະ ບັນດາ

ອົງການສາກົນ, ລາຍລະອຽດດັ່ງລຸ່ມນີ້:

  1. ໄດ້ຮັບຫລຽນໄຊແຮງງານຊັ້ນ 3 ຈາກລັດຖະບານແຫ່ງ ສປປ ລາວ (ປີ 2002);
  2. ໄດ້ຮັບຫລຽນໄຊແຮງງານຊັ້ນ 2 ຈາກລັດຖະບານແຫ່ງ ສປປ ລາວ (ປີ 2004);
  3. ໄດ້ຮັບຫລຽນໄຊແຮງງານຊັ້ນ 1 ຈາກລັດຖະບານແຫ່ງ ສປປ ລາວ (ປີ 2008);
  4. ໄດ້ຮັບຫລຽນມິດຕະພາບຈາກລັດຖະບານແຫ່ງ ສປປ ລາວ (ປີ 2009);
  5. ໄດ້ຮັບຫລຽນໄຊແຮງງານຊັ້ນ 3 ຈາກລັດຖະບານແຫ່ງ ສສ ຫວຽດນາມ (ປີ 2009);
  6. ໄດ້ຮັບຫລຽນໄຊອິດສະຫຼະຊັ້ນ 3 ຈາກລັດຖະບານແຫ່ງ ສປປ ລາວ (ປີ 2012);
  7. ໄດ້ຮັບຫລຽນມິດຕະພາບຈາກລັດຖະບານແຫ່ງ ສສ ຫວຽກນາມ (ປີ 2014);
  8. ໄດ້ຮັບຫລຽນໄຊແຮງງານຊັ້ນ 2 ຈາກລັດຖະບານແຫ່ງ ສປປ ລາວ (ປີ 2014);
  9. ໄດ້ຮັບລາງວັນວິສາຫະກິດດີເດັ່ນຫວຽດນາມ - ລາວ - ກໍາປູເຈຍ (ປີ 2009);
  10. ໄດ້ຮັບລາງວັນ “ ເຄື່ອງໝາຍການຄ້າທອງຄໍາແມ່ຂອງ ” (ປີ 2010);

 

ນະໂຍບາຍພະນັກງານ

ຢູ່ທະນາຄານ LaoVietBank ທ່ານຈະໄດ້ຮັບການເອົາໃຈໃສ່ ແລະ ​ໄດ້ເຮັດວຽກພາຍ​ໃຕ້ສະພາບແວດລ້ອມທີ່ໜ້າສົນ​ໃຈ, ມີນະໂຍບາຍທີ່ປະທັບໃຈ, ດັ່ງລຸ່ມນີ້:

  1. ມີລາຍຮັບທີ່ໜັ້ນຄົງ ແລະ ໜ້າເພິ່ງພໍໃຈ, ນອກຈາກລາຍຮັບຄົງທີ່ປະຈໍາເດືອນ ບັນດາທ່ານຍັງຈະໄດ້ມີ​ລາຍຮັບເພີ່ມເຕີ່ມ ຕາມຜົນທຸລະກິດ ແລະ ການຈັດປະເພດສໍາເລັດໜ້າທີ່ຂອງທ່ານ. ນອກຈາກນັ້ນ, LaoVietBank ຍັງໄດ້ເອົາໃຈໃສ່ຕໍ່ກັບພະນັກງານທຸກໆຄົນ, ຖືວ່າພະນັກງານທຸກຄົນເປັນພາກສ່ວນສຳ​ຄັນທີ່ບໍ່ສາມາດແຍກອອກຈາກຄອບ​ຄົວ​ໃຫຍ່​ຂອງ LaoVietBank ດັ່ງ​ນັ້ນເນື່ອງໃນໂອກາດບູນ​ປະ​ເພ​ນີ, ວັນສໍາຄັນຕ່າງໆ LaoVietBank ໄດ້ກະ​ກຽມຂອງຂັວນທີ່ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນເພື່ອມອບໃຫ້ແກ່ທ່ານ: ເນື່ອງໃນໂອກາດບຸນປີໃໝ່ (ລາວ, ຫວຽດນາມ), ວັນເກີດ….;
  2. ມີນະໂຍບາຍກວດກາສຸຂະພາບປະຈໍາປີ, ນອກຈາກນະໂຍບາຍທີ່ຈະໄດ້ຮັບຕາມຂໍ້ກໍານົດຂອງອົງການປະກັນສັງຄົມແລ້ວ, LaoVietBank  ​ຍັງ​ໄດ້​ຊື້ປະ​ກັນ​ໄພສຸ​ຂະ​ພາບ (LVI Care) ມອບໃຫ້ແກ່ພະນັກງານ ເພື່ອແນ​ໃສ່ຫຼຸດຜ່ອນພາລະໃຫ້ແກ່ພະນັກງານເມື່ອເກີດມີກໍລະນີເຈັບເປັນ (ຖ້າມີ);
  3. ພວກ​ເຮົາໄດ້ປະຕິບັດການຮັບສະໝັກພະນັກງານ, ກໍ່ສ້າງພະນັກງານ ແລະ ແຕ່ງຕັ້ງພະນັກງານບົນພື້ນຖານຄວາມໂປ່ງໃສ, ຍຸດຕິທໍາ, ມີການແຂ່ງຂັນ, ໂດຍປະຕິບັດຕາມ 04 ຫຼັກເກນສໍາຄັນຄື: ມີເຂົ້າ, ມີອອກ, ມີຂື້ນ, ມີລົງ (ເຮັດວຽກດີແມ່ນຖືກຄັດເລືອກຮັບເຂົ້າເປັນພະນັກງານ, ເຮັດວຽກບໍ່ດີແມ່ນຢຸດຕິສັນຍາແຮງງານ, ເຮັດ​ວຽກ​ດີ, ມີຄວາມຮູ້ຄວາມສາມາດພຽງ​ພໍ ແມ່ນໄດ້ຂື້ນເງິນເດືອນ, ເລື່ອນຕໍາແໜ່ງ ແລະ ກົງກັນຂ້າມຖ້າເຮັດວຽກບໍ່ດີ, ບໍ່ມີຄວາມຮູ້ຄວາມສາມາດຈະຖືກຫຼຸດເງິນເດືອນ, ປົດຕໍາແໜ່ງ);
  4. ພວກ​ເຮົາໄດ້ເອົາໃຈໃສ່ໃນວຽກງານກໍ່ສ້າງ, ຝຶກອົບຮົມ ແລະ ບຳ​ລຸງ ດ້ານຄວາມ​ຮູ້​ໃນວຽກງານວິຊາສະເພາະ, ບັນດາທັກສະຕ່າງໆໃຫ້ແກ່ພະນັກງານ, ຢູ່ທີ່ LaoVietBank, ທ່ານຈະໄດ້ຮັບໂອກາດໄດ້ຮຽນຮູ້, ແລກປ່ຽນປະສົບການ ແລະ ຮັບເອົາ​ຄວາມ​ຮູ້​ອັນໃໝ່, ທັນສະໄໝ, ໄດ້ພົບປະ, ສຶ​ກ​ສາ​ຮ່ຳ​ຮຽນ​ກັບບັນດາຊ່ຽວຊານຜູ້ທີ່ມີຊື່ສຽງທັງພາຍໃນ ແລະ ຕ່າງປະເທດ. ຖ້າທ່ານມີຄວາມເຊື່ອໜັ້ນວ່າ​ທ່ານມີຄວາມຮູ້ຄວາມສາມາດ ແຕ່ຍັງພົບຂໍ້ຫຍຸ້ງຍາກ ດ້ານພາສາ(ຫວຽດນາມ) ທ່ານບໍ່ຕ້ອງກັງວົນ ເພາະວ່າທະນາຄານຂອງພວກຂ້າພະເຈົ້າໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນໃນການປະຕິບັດວຽກງານກໍ່ສ້າງພາສາຫວຽດນາມໃຫ້ແກ່ທ່ານ. 
  5. ຖ້າທ່ານປະຕິບັດວຽກງານໄດ້ດີ ແລະ ປະກອບສ່ວນຫຼວງຫຼາຍໃຫ້ແກ່ທະນາຄານ, ທ່ານຈະໄດ້ມີໂອກາດໄປທ່ອງທ່ຽວຕ່າງປະເທດ ແລະ ມີ​ໂອ​ກາດໄດ້ຮັບຫຼາຍຂອງ​ຂັວນ, ລາງວັນທີ່ມີມູນຄ່າໜ້າ​ສົນ​ໃຈ​ທີ່​ຈະມອບໃຫ້ແກ່ບັນ​ດາພະນັກງານດີເດັ່ນໃນ​ແຕ່​ລະປີ.

ເປັນພະນັກງານ LaoVietBank ຄວນປະຕິບັດຄືແນວໃດ ?

ທ່ານອາດມີຄວາມເຊື່ອໜັ້ນ, ມີຄວາມຮູ້​, ຄວາມສາມາດ, ມີຫົວຄິດປະດິດສ້າງ ແລະ ມີຄວາມກະຕື່ລື່ລົ້ນ, ແຕ່ບັນ​ດາສິ່ງທີ່ກ່າວມານັ້ນເປັນພຽງແຕ່ເງື່ອນໄຂໃຫ້ແກ່ທ່ານໄດ້ມີວຽກເຮັດໃດໜຶ່ງເທົ່າ​ນັ້ນ. ຢູ່ LaoVietBank ຖ້າທ່ານຢາກກາຍເປັນພະນັກງານທີ່ດີຂອງທະນາຄານ, ນອກຈາກເງື່ອນໄຂທີ່ກ່າວມາຂ້າງເທິງນັ້ນ ທ່ານຕ້ອງມີ​ຕື່ມ​ບັນ​ດາ​ປັດ​ໃຈ​ລູ່ມນີ້:

+ ມີຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງຕໍ່ກັບວຽກງານ;

+ ຕັ້ງຜົນປະໂຫຍດສ່ວນລວມຂອງກົມກອງໄວ້ສູງ​ສຸດ;

+ ມີຄວາມພາກພູມໃຈ ແລະ ຮັກ​ໃນວຽກງານທີ່ກໍາລັງປະຕິບັດ;

+ ກ້າຄິດ, ກ້າປະຕິບັດ;

 ນອກຈາກນັ້ນ, ເມື່ອທ່ານໄດ້ເປັນພະນັກງານຂອງ LaoVietBank ແລ້ວ ທ່ານຕ້ອງຈົດຈໍາ ແລະ ປະ​ຈິ​ບັດ​ຕາມ 05 ຫຼັກການທອງ​ຄຳ ຕໍ່​ໄປ​ນີ້:

  1. ເມື່ອມີບັນຫາເກີດຂື້ນສາເຫດແມ່ນເຮົາເອງ (ຄວາມໝາຍ: ເມື່ອທ່ານປະຕິບັດໜ້າທີ່ ຕ້ອງເຮັດດ້ວຍຈິດໃຈ ແລະ ມີຄວາມຮັບຜິດຊອບສູງ, ບໍ່ປ່ອຍປະວຽກງານໃຫ້ແກ່ຄົນອື່ນ);
  2. ຈົ່ງເວົ້ານໍາກັນດ້ວຍຕົວເລກ (ຄວາມໝາຍ: ເມື່ອປະຕິບັດໜ້າທີ່ ທ່ານຕ້ອງມີແຜນການ, ຂັ້ນຕອນ ແລະ ແຜນຄວາມຄືບໜ້າຢ່າງແນ່ນອນ ແລະ ຕ້ອງປະຕິບັດຢ່າງເຂັ້ມງວດ ຕໍ່ກັບແຜນການ, ຂັ້ນຕອນ ແລະ ແຜນຄວາມຄືບໜ້າດັ່ງກ່າວ);
  3. ເຮັດໃຫ້ດີທີ່ສຸດ ຫຼື ບໍ່ເຮັດ (ຄວາມໝາຍ: ເມື່ອເຮັດວຽກງານໃດໜຶ່ງ ທ່ານຕ້ອງປະຕິບັດຢ່າງສຸດອົກ​ສຸດ​ໃຈ ເພື່ອບັນລຸໝາກຜົນສູງສຸດ, ກໍລະນີທ່ານບໍ່ສາ​ມາດເຮັດໄດ້ ທ່ານຄວນຫຼີກ​ອອກ​ໃຫ້ຄົນອື່ນປະ​ຕິ​ບັດ, ເມື່ອ​ເປັນ​ດັ່ງ​ນັ້ນ ຈົ່ງຮັດໃຫ້ດີ​ທີ່​ສູດ);
  4. ຢ່າເວົ້າຄໍາວ່າ ບໍ່ ຈົ່ງໃຫ້ຂ້ອຍວິທີການແກ້ໄຂ (ຄວາມໝາຍ: ທຸກໆບັນດາລ້ວນແຕ່ມີທາງອອກ, ທ່ານຕ້ອງພະຍາຍາມຢ່າງເຕັມທີ່ ເພື່ອໃຫ້ສໍາເລັດວຽກງານ ແລະ ຫ້າມເອີ່ຍຄໍາວ່າ ບໍ່ ຕໍ່ກັບທຸກໆບັນຫາ ແລະ ຈົ່ງຫຼົງ​ໄຫຼ ແລະ ຮັກ​ໃນວຽກງານ)