ວັນອັງຄານ, 19/03/2024

.

ບົດກ່າວຄໍາປາໃສຂອງຜູ້ອໍານວຍການໃຫຍ່

ເຖິງ: ບັນດາທ່ານຜູ້ສອບເສັງເຂົ້າເປັນພະນັກງານຂອງທະນາຄານຮ່ວມທຸລະກິດລາວ ຫວຽດ ທີ່ນັບຖື ແລະ ຮັກເເພງ !

ທະນາຄານຮ່ວມທຸລະກິດລາວ ຫວຽດ (LaoVietBank), ເປັນທະນາຄານໄດ້ຮັບການສ້າງຕັ້ງຂື້ນແຕ່ປີ 1999 ເປັນທະນາຄານທຸລະກິດໜຶ່ງ ທີ່ມີຄວາມໜ້າເຊື່ອ ຖືຢູ່ລະດັບຊັ້ນນໍາຂອງ ສປປ ລາວ. LaoVietBank ເປັນທະນາຄານໄດ້ຮັບການສ້າງຕັ້ງຂື້ນ​ຈາກສາຍພົວພັນສາມັກຄີ-ມິດຕະພາບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດອ້າຍນ້ອງ ລາວ ແລະ ຫວຽດນາມ ທີ່ມີສາຍພົວພັນອັນເປັນມູນເຊື່ອດີງາມມາແຕ່ດົນນານ.

ດ້ວຍພາລະບົດບາດ ແລະ ໜ້າທີ່ຕົ້ນຕໍ ເປັນຫົວໜ່ວຍເຊື່ອມຕໍ່ ໃນການປະຕິບັດໜ້າທີ່ເສດຖະກິດ ແລະ ການເມືອງ ຢູ່ ສປປ ລາວ. ທະນາຄານຮ່ວມທຸລະກິດລາວ ຫວຽດ ໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນໃນການປະຕິບັດໜ້າທີ່ ແລະ ສໍາເລັດຫຼ້ອນໜ້າທີ່ ໃນວຽກງານປະກອບສ່ວນສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ເປັນຂົວຕໍ່ໃຫ້ແກ່ບັນດາວິສາຫະກິດຫວຽດນາມ ທີ່ລົງທຶນຢູ່ ສປປ ລາວ, ເພີ່ມພູນຄູນສ້າງ ແລະ ຊຸກຍູ້ການນໍາເຂົ້າ-ສົ່ງອອກລະຫວ່າງສອງປະເທດລາວ ແລະ ຫວຽດນາມ.

ນອກຈາກບັນດາໜ້າທີ່ເສດຖະກິດ ແລະ ການເມືອງ, ທະນາຄານຮ່ວມທຸລະກິດລາວ ຫວຽດ ຍັງເອົາໃຈໃສ່ຕໍ່ກັບວຽກງານຊ່ວຍເຫຼືອສັງຄົມ ໂດຍຜ່ານບັນດາການ ເຄື່ອນໄຫວຊ່ວຍເຫຼືອຕ່າງໆ ແນໃສ່ປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ພື້ນຖານວັດຖຸ ແລະ ແນວຄິດຈິດໃຈ ໃຫ້ແກ່ປະຊາຊົນຂອງ ສປປ ລາວ.

ພາບລັກ ແລະ ບົດ​ບາດຂອງ LaoVietBank ແມ່ນ​ໄດ້​ຮັບ ແລະ ກໍາລັງຖືກ​ສ້າງ​ຂື້ນຈາ​ກ​ຖັນ​ແຖວບຸກຄະລາກອນທີ່​ເປັນມືອາຊີບ - ມີຄວາມກະຕືລືລົ້ນ, ກໍາແໜ້ນດ້ານຄວາມຮູ້ ແລະ ເຕັກໂນໂລຢີ, ກຽມພ້ອມໃຫ້ແກ່ເປົ້າໝາຍລວມຂອງ LaoVietBank.

ຢູ່ LaoVietBank, ທ່ານຈະໄດ້ເຮັດວຽກພາຍ​ໃຕ້ສະພາບແວດລ້ອມທີ່​ເປັນມືອາຊີບ, ມີ​ຄວາມ​ສະ​ເໝີພາບ, ມີການແຂ່ງຂັນແບບໂປ່ງໃສ່, ມີລາຍຮັບທີ່ໜ້າ​ພໍໃຈ ແລະ ໄດ້ຮັບບັນດານະໂຍບາຍພິ​ເສດຕ່າງໆ. ພິເສດສໍາລັບ LaoVietBank ເປົ້າໝາຍຍຸດທະສາດຂອງ​ພວກ​ເຮົາແມ່ນ​ຖື​ເອົາ​ປັດ​ໃຈ “ດ້ານບຸກຄະລາກອນ” ແລະ “ເຕັັກໂນໂລຢີ” ເປັນພື້ນຖານໃຫ້​ແກ່​ຄວາມສໍາເລັດ. ສະນັ້ນ, ພວກ​ເຮົາ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ຍິ່ງ​ຕໍ່ວຽກງານກໍ່ສ້າງ-ບຳ​ລຸງພະນັກງານ, ຍົກສູງດ້ານຄວາມຮູ້ຄວາມສາມາດ ແລະ ແບ່ງປັນໂອ ກາດໃຫ້ແກ່ພະນັກງານທຸກ​ຄົນ ກ້າວໄປສູ່ຄວາມສໍາເລັດ.

ບົນພື້ນຖານໃນການປະກອບສ່ວນ ແລະ ສະໜັບສະໜູນໃຫ້​ຫຼາຍ​ທີ່​ສຸດເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ແກ່ດິນ​ແດນ ດອກ​ຈຳ​ປາ ອັນ​ສວຍ​ງາມ​ແຫ່ງນີ້, ພວກຂ້າພະເຈົ້າພ້ອມທີ່ຈະເປີດກວ້າງໂອ​ກາດຕ້ອນຮັບບັນດາທ່ານເຂົ້າຮ່ວມໃນ​ຄອ​ບ​ຄົວ LaoVietBank ເພື່ອພ້ອມກັນສ້າງສາ, ປະກອບສ່ວນດ້ານ​ເຫື່ອ​ແຮງ, ສະຕິປັນຍາ ເຂົ້າໃນການພັດທະນາກົມກອງກໍ່ຄືປະກອບສ່ວນຢ່າງ​ຫຼວງ​ຫຼາຍໃຫ້ແກ່ ປະ​ເທດ​ຊາດ. ຖ້າທ່ານມີຄວາມເຊື່ອໜັ້ນໃນຕົນເອງວ່າມີຄວາມສາມາດ, ຕ້ອງ​ການເຮັດວຽກຢູ່ສະ ພາບແວດລ້ອມທີ່​ເປັນມືອາຊີບ, ມີ​ຄວາມສະເໝີພາບ, ມີລາຍຮັບທີ່ໜ້າ​ພໍ​ໃຈ, ມີໂອກາດໃນການພັດທະນາ ແລະ ກ້າວໄປສູ່ຄວາມສໍາເລັດແລ້ວ, ທ່ານ​ຍັງ​ຈະ​ລັງ​ເລ​ຫຍັງ​ອີກ, ຈົ່ງເຂົ້າຮ່ວມ​ກັບ​ພວກ​ເຮົາ: ທະນາຄານຮ່ວມທຸລະກິດລາວ ຫວຽດ ບ່ອນທີ່ທ່ານສາ​ມາດ​ໃຫ້​ຄວາມ​ໄວ້​ວາງ​ໃຈ ແລະ ພວກ​ເຮົາ​ຈະ​ເປັນ​ຂົວ​ຕໍ່ເພື່ອ​ໃຫ້​ທ່ານ​ກ້າວ​ສູ່​ຄວາມ​ສຳ​ເລັດ ໃຫ້​ສົມ​ກັບ​ຄຳ​ຂວັນ​ຂອງ ທະ​ນາ​ຄານ ທີ່​ວ່າ “ LaoVietBank ຂົວຕໍ່ແຫ່ງຜົນສໍາເລັດ”

ດ້ວຍຄວາມນັບຖື ແລະ ຮັກແພງ !                                                          

ຜູ້ອໍານວຍການໃຫຍ່