ວັນພະຫັດ, 02/04/2026

.

ຜະລິດຕະພັນບັດ ວີຊາ (VISA CREDIT)

1. ຄວາມສາມາດ, ຄຸນສົມບັດຂອງບັດ

ຜະລິດຕະພັນບັດວີຊາ ທລວ: ໃນຍຸກການຊຳລະສະສາງເງິນບໍ່ໃຊ້ເງິນສົດນັບມື້ນັບມີການພັດທະນາ, ທລວ ໄດ້ຜັນຂະຫຍາຍຜະລິດຕະພັນບັດ ສິນເຊື່ອວີຊາຢ່າງເປັນທາງການແຕ່ຕົ້ນປີ 2024. ຜະລິດຕະພັນບັດວີຊາຂອງ ທລວ ມີຄວາມສາມາດຫລາກຫລາຍດັ່ງລຸ່ມນີ້:

  • ຊຳລະສິນຄ້າອອນລາຍ
  • ຊຳລະຜ່ານເຄື່ອງຮຸດບັດຢູ່ບັນດາຮ້ານຄ້າ, ຈຸດບໍລິການຕ່າງໆຢູ່ຕ່າງປະເທດ.
  • ສາມາດຖອນເງິນສົດຢູ່ຕູ້ເອທີເອັມ
  • ຊຳລະວ່ອງໄວ ແລະ ສະດວກສະບາຍຢູ່ທຸກທີ່ທຸກເວລາ: ທ່ອງທ່ຽວຢ່າງສະດວກສະບາຍກັບບັດວີຊາຢູ່ໃນມື, ບໍ່ຕ້ອງກັງວົນຕໍ່ກັບການແລກປ່ຽນເງິນຕາ.
  • ວົງເງິນບັດ ແລະ ວົງເງິນທຸລະກຳສູງ: ພຽງແຕ່ຢືນຢັນຄວາມສາມາດທາງດ້ານການເງິນ ແລະ ລາຍຮັບໝັ້ນຄົງ, ທ່ານສາມາດສະເໜີເປີດວົງເງິນສິນເຊື່ອໄດ້.
  • ວົງເງິນສິນເຊື່ອ ແລະ ສະກຸນເງິນຊຳລະໜີ້ເປັນເງິນກີບ; ລູກຄ້າບໍ່ຕ້ອງກັງວົນຕໍ່ກັບການຊື້ເງິນຕາເພື່ອຊຳລະໜີ້.
  • ນຳໃຊ້ເຕັກໂນໂລຊີປ້ອງກັນຄວາມປອດໄພທີ່ທັນສະໄຫມໄດ້ມາດຕະຖານສາກົນ, ຂໍໍ້ມູນບັນຊີຂອງທ່ານຈະໄດ້ຖືກຮັບປະກັນຄວາມປອດໄພຕະຫລອດເວລາ.
  • ທຸລະກຳອອນລາຍໄດ້ຮັບການຢືນຢັນຄວາມປອດໄພ 3D Secure, ຊ່ວຍໃຫ້ໃນການຊຳລະປອດໄພຂື້ນກວ່າເກົ່າ

2. ວົງເງິນທຸລະກຳບັດ

ວົງເງິນເຮັດທຸລະກຳຖອນເງິນສົດຢູ່ຕູ້ເອທີເອັມ/ເຄື່ອງຮູດບັດ 3,000,000/ຄັ້ງ, ສູງສຸດ 20,000,000/ມື້, 20 ຄັ້ງ/ມື້
ວົງເງິນເຮັດທຸລະກຳຜ່ານ POS/Online ຕາມວົງເງິນສິນເຊື່ອຂອງບັດ

3.ອັດຕາຄ່າທຳນຽມ

ລ/ດ

ເນື້ອໃນຄ່າທຳນຽມ/ວົງເງິນທຸລະກຳ

ຄ່າທຳນຽມ

I

ເນື້ອໃນຄ່າທຳນຽມທຸລະກຳ/ບໍລິການ

 

1

ຄ່າທຳນຽມອອກບັດ ແລະ ຄ່ານຳໃຊ້ບັດ

 

1.1

ສຳລັບພະນັກງານ ທລວ

 

-

ບັດຫຼັກ

ຟຣີຄ່າທຳນຽມອອກບັດ, ຄ່າທຳນຽມອື່ນນຳໃຊ້ຄືກັນກັບລູກຄ້າທົ່ວໄປ

-

ບັດສຳຮອງ

150.000 ກີບ/ບັດ

1.2

ລູກຄ້າທົ່ວໄປ

 

-

ບັດຫຼັກ

300.000 ກີບ/ບັດ

-

ບັດສຳຮອງ

150.000 ກີບ/ບັດ

-

ຄ່າປ່ຽນບັດໃໝ່

150.000 ກີບ/ບັດ

-

ຄ່າປ່ຽນລະຫັດບັດ

50.000 ກີບ/ບັດ

-

ຄ່າເປີດນຳໃຊ້ບັດຄືນ (Active ບັດ)

 30.000 ກີບ/ບັດ

-

ຄ່ານໍາໃຊ້ບັດປະຈຳປີ

 300.000 ກີບ/ປີ

2

ຄ່າທຳນຽມຖອນເງິນສົດຢູ່ຕູ້ເອທີເອັມ ແລະ ເຄື່ອງຮູດບັດຂອງ ທລວ

-

ລະບົບເອທີເອັມຂອງ ທລວ

ບໍ່ເກັບ

 

ລະບົບເຄື່ອງຮູດບັດຂອງ ທລວ

ບໍ່ເກັບ

3

ຄ່າທຳນຽມຖອນເງິນສົດຢູ່ຕູ້ເອທີເອັມ/ເຄື່ອງຮູດບັດ ຢູ່ທະນາຄານອື່ນ

-

ຖອນເງິນສົດຜ່ານຕູ້ເອທີເອັມ/ເຄື່ອງຮູດບັດຂອງທະນາຄານອື່ນຢູ່ລາວ

6% ຂອງວົງເງິນທຸລະກຳ, ຕໍ່າສຸດ 3 ໂດລາ

-

ຖອນເງິນສົດຜ່ານຕູ້ເອທີເອັມ/ເຄື່ອງຮູດບັດຂອງທະນາຄານສາກົນ (ຕ່າງປະເທດ)

6% ຂອງວົງເງິນທຸລະກຳ, ຕໍ່າສຸດ 3 ໂດລາ

 4

ຄ່າທຳນຽມເຮັດທຸລະກຳອອນລາຍ/ເຄື່ອງຮູດບັດຂອງທະນາຄານອຶ່ນ

 

ຄ່າທຳນຽມເຮັດທຸລະກຳອອນລາຍ/ເຄື່ອງຮູດບັດ ຊື້ສິນຄ້າທົ່ວໄປ

3% ຂອງວົງເງິນທຸລະກຳ

 

ຄ່າທຳນຽມເຮັດທຸລະກຳອອນລາຍ/ເຄື່ອງຮູດບັດ ຊື້ຂາຍເງິນຕາຜ່ານເວບໄຊ໊, ແອັບອອນລາຍ

3% ຂອງວົງເງິນທຸລະກຳ

 

ຄ່າປັບໃຫມຊຳລະຊ້າ

4% ຂອງວົງເງິນຕ້ອງຊໍາລະຕໍ່າສຸດ, ຕໍ່າສຸດ 40,000 ກີບ

5

ຄ່າທຳນຽມປ່ຽນແປງວົງເງິນບັດ

50.000 ກີບ/ຄັ້ງ

4

ຄ່າທຳນຽມຮ້ອງຟ້ອງຮຽກເກັບເງິນຄືນ (Chargeback) 

-

ທຸລະກຳທົ່ວໄປ (ຖອນເງິນສົດ, ຊື້ສິນຄ້າ)

100,000 ກີບ/ລາຍການ

-

 ທຸລະກຳຊື້ປີ້ຍົນ, ຈອງໂຮງແຮມ, ທ່ອງທ່ຽວ,...

 100,000 ກີບ/ລາຍການ

6

ອັດຕາດອກເບ້ຍສິນເຊື່ອ

 

-

ອັດຕາດອກເບ້ຍ (ສຳລັບທຸລະກຳຖອນເງິນສົດຢູ່ຕູ້ເອທີເອັມ/ເອດີເອັມ ຄິດໄລ່ດອກເບ້ຍນັບແຕ່ມື້ເຮັດທຸລະກຳ)

15%/ປີ, ຕໍ່າສຸດ 15.000 ກີບ

-

ອັດຕາດອກເບ້ຍ (ສຳລັບທຸລະກຳຊື້ສິນຄ້າອອນລາຍ, ຊຳລະຜ່ານເຄື່ອງຮູດ,... ກໍລະນີບໍ່ຊໍາລະຕາມໄລຍະເວລາປອດດອກເບ້ຍ)

15%/ປີ, ຕໍ່າສຸດ 15.000 ກີບ

7

ວົງເງິນຊຳລະ ແລະ ວັນອອກ Statment

 

-

ວົງເງິນທຸລະກຳຖອນເງິນສົດຜ່ານຕູ້ເອທີເອັມ/ເຄື່ອງຮູດບັດ

3,000,000/ຄັ້ງ, ສູງສຸດ 20,000,000/ມື້,

20 ຄັ້ງ/ມື້

-

ວົງເງິນທຸລະກຳຜ່ານ POS/Online

ຕາມວົງເງິນຂອງບັດ

-

ວັນອອກ Statment

ວັນທີ 20 ຂອງທຸກໆເດືອນ

-

ວັນຊຳລະຕົ້ນ, ດອກ ແລະ ຄ່າທຳນຽມ

ວັນທີ 01, 02 ຂອງທຸກໆເດືອນ

-

ວັນທີຕັດໜີ້

03 ແລະ 04 ຂອງທຸກໆເດືອນ

-

ໄລຍະເວລາປອດດອກເບ້ຍສູງສຸດສຳລັບທຸລະກຳຊື້ສິນຄ້າອອນລາຍ, ຊຳລະໃບບິນ, ບໍລິການຜ່ານເຄື່ອງຮູດບັດ

45 ວັນ

5

ຄ່າທຳນຽມຕໍ່ອາຍຸບັດ

 

-

45 ວັນນັບແຕ່ມື້ບັດຫມົດກໍານົດ

ບໍ່ເກັບ

-

ບັດຫມົດອາຍຸ 1 ປີ

ຍົກເວັ້ນຄ່າທຳນຽມອອກບັດ, ເກັບຄ່ານຳໃຊ້ບັດປະຈຳປີປົກກະຕິ

-

ບັດຫມົດອາຍຸ 1 ປີຂື້ນໄປ

ກັບຄ່າທຳນຽມອອກບັດ, ເກັບຄ່ານຳໃຊ້ບັດປະຈຳປີປົກກະຕິ

6

ຄ່າເປີດນຳໃຊ້ບັດຄືນກໍລະນີບັດຖືກລະງັບເກີນ 2 ເດືອນ ເນື່ອງຈາກຄ້າງຊຳລະໜີ້ເກີນ 3 ເດືອນ

-

ຄັ້ງທຳອິດ

ບໍເກັບ

-

ຄັ້ງທີ່ 2

50.000 ກີບ/ຄັ້ງ

7

ຄ່າທຳນຽມປິດບັດ, ປິດວົງເງິນສິນເຊື່ອບັດ

ບໍເກັບ

8

ຄ່າທຳນຽມພິມສະເຕດເມັ້ນ

ບໍເກັບ

-

ເດືອນ 1 ຕໍ່ຄັ້ງ

ບໍເກັບ

-

2 ຄັ້ງຂື້ນໄປ

10.000 ກີບ/ຄັ້ງ