ວັນພະຫັດ, 02/05/2024

.

ການຖອນເງິນຜ່ານ QR ຢູ່ຕູ້ ADM

ຂັ້ນຕອນການຖອນເງິນຜ່ານ QR ຢູ່ຕູ້ ADM

1. ກົດເລືອກປຸ່ມ “ເຮັດທຸລະກໍາ ບໍ່ໃຊ້ບັດ”

2. ເລືອກພາສາທີ່ຕ້ອງການ ເຊິ່ງສາມາດເລືອກໄດ້ 3 ພາສາຄື: ພາສາລາວ, ພາສາອັງກິດ ແລະ ພາສາຫວຽດນາມ.

3. ໃຫ້ກົດເລືອກປຸ່ມ “ຖອນເງິນຜ່ານ QR”

4. ເລືອກຈໍານວນເງິນ ທີ່ທ່ານຕ້ອງການຖອນ, ຖ້າຕ້ອງການຖອນຈໍານວນເງິນຕ່າງຈາກປຸ່ມທີ່ໃຫ້ເລືອກ ແລ້ວສາມາດກົດປຸ່ມ “ອື່ນໆ” ເພຶ່ອປ້ອນຈໍານວນທີ່ຕ້ອງການໃສ່.

5. ຮອດຂັ້ນຕອນນີ້ ແມ່ນໃຫ້ໄປທີ່ App ຂອງທະນາຄານ ຮ່ວມທຸລະກິດລາວ-ຫວຽດ (ຂັ້ນຕອນທີ່ 6)

6. ເຂົ້າ App ຂອງທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ

  • ເລືອກ “ຖອນຕູ້ ATM ຜ່ານ QR”
  • ເອົາກ້ອງມາສະແກນ QR ຢູ່ຕູ້ໃນຂັ້ນ(ຕອນທີ່ 5)

7. ກວດຄືນເລກບັນຊີ ແລະ ຈໍານວນເງິນທີ່ຕ້ອງການ ຖ້າຂໍ້ມູນຖືກຕ້ອງແລ້ວໃຫ້ກົດປຸ່ມ “ດໍາເນີນການຕໍ່ໄປ”

  • ຢືນຢັນລະຫັດ OTP ທີ່ລະບົບສົ່ງໃຫ້

8. ຮອດຂັ້ນຕອນນີ້ ເປັນຂັ້ນຕອນທີ່ສິ້ນສຸດຢູ່ໂທລະສັບ. ຕໍ່ໄປແມ່ນສຶບຕໍ່ກົດປຸ່ມຢືນຢັນ ຢູ່ຕູ້ ATM (ໃນຂັ້ນຕອນທີ່ 5)

ໝາຍເຫດ: ໃຫ້ຈື່ລະຫັດທຸລະກໍາທີ່ເກີດຂື້ນໃນໂທລະສັບ ເພື່ອນໍາໄປປ້ອນໃສ່ຂັ້ນຕອນຢືນຢັນຢູ່ຕູ້.

9. ຫຼັງຈາກທີ່ກົດປຸ່ມຢືນຢັນໃນ “ຂັ້ນຕອນທີ່5” ໃຫ້ປ້ອນລະຫັດທຸລະກໍາໃນ “ຂັ້ນຕອນທີ່ 8” ໃສ່ແລ້ວກົດປຸ່ມຢືນຢັນ.

10. ຮັບເງິນທີ່ຕູ້ຈ່າຍອອກມາ ຖ້າປ່ອນລະຫັດຢືນຢັນຖຶກຕ້ອງ (ສິ້ນສຸດການຖອນເງິນຜ່ານ QR)