ບໍລິການຮັບຊຳລະບັດ UnionPay
ແນະນຳໂດຍຫຍໍ້ກ່ຽວກັບບໍລິການຮັບຊຳລະບັດ UnionPay (UPI)
ຜ່ານຕູ້ ATM/ADM ຂອງ LaoVietBank
1. ການແນະນຳທົ່ວໄປ
ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ຮັບຊຳລະບັດ UnionPay ທີ່ເປັນບັດຂອງບັນດາທະນາຄານ, ອົງການບັດຕ່າງໆ ເປັນຜູ້ອອກຢ່າງເປັນທາງການ.
2. ປະເພດບັດຮັບຊຳລະ: ບັດ UnionPay
LaoVietBank ສາມາດຮັບຊຳລະບັດ UnionPay ຜ່ານຕູ້ ATM/ ADM ໄດ້ທຸກໆຕູ້ໃນທົ່່ວລະບົບ.
3. ບັນດາປະເພດທຸລະກຳບັດ UnionPay ທີ່ສາມາດຮັບຊຳລະຜ່ານຕູ້ ATM/ADM ຂອງ LaoVietBank
- ລາຍການທຸລະກໍາຖອນເງິນສົດ
- ລາຍການກວດຍອດເງິນ
4. ຄ່າທຳນຽມທຸລະກຳຂອງບັດ UnionPay ຜ່ານຕູ້ ATM/ADM ຂອງ LaoVietBank
- ລາຍການທຸລະກຳຖອນເງິນສົດ : 4,5% ຂອງຈຳນວນເງິນທຸລະກຳ, ຕໍ່າສຸດ 4 ໂດລາ/ລາຍການ
- ລາຍການກວດຍອດເງິນ : ບໍ່ເກັບຄ່າທຳນຽມ
5. ວົງເງິນທຸລະກຳບັດ UnionPay
- ວົງເງິນເຮັດທຸລະກໍາຖອນເງິນສົດ/ຄັ້ງ
+ ຕໍ່າສຸດ 10,000 ກີບ/ຄັ້ງ
+ ສູງສຸດ 3,000,000 ກີບ/ຄັ້ງ.
- ວົງເງິນເຮັດທຸລະກຳສູງສຸດ/ມື້: ຂື້ນກັບທະນາຄານຜູ້ອອກບັດເປັນຜູ້ກຳນົດ
