ວັນພະຫັດ, 02/05/2024

.

ບໍລິການໂອນເງິນຂ້າມທະນາຄານ ຜ່ານຕູ້ ATM (LAP Net)

 

ບໍລິການໂອນເງິນຂ້າມທະນາຄານ ຜ່ານຕູ້ ATM (LAP Net)

 

1. ລາຍລະອຽດ ຂອງບໍລິການໂອນເງິນຂ້າມທະນາຄານ ຜ່ານຕູ້ເອທີເອັມ ຫຼື LAP Net

- ສໍາລັບຜູ້​ຖື​ບັດ LaoVietBank ສາມາດໂອນເງິນພາຍໃນ ຫຼື ໂອນເຂົ້າບັນຊີທະນາຄານທີ່ເປັນສະມາຊິກຂອງ LAP Net ໄດ້ຢ່າງສະດວກສະບາຍ.

- ສ່ວນຕູ້ ATM ຂອງ LaoVietBank ກໍ່ສາມາດຮັບເງິນຈາກບັນຊີີທະນາຄານທີ່ເປັນສະມາຊິກຂອງ LAP Net ໄດ້ເຊັ່ນກັນ.

2. ວົງເງິນໃນການເຮັດທຸລະກຳ:

+ ວົງເງິນທີ່ໂອນໄດ້ສູງສຸດ 10,000,000 ກີບ/ຄັ້ງ;

+ ວົງເງິນໂອສູງສຸດຕໍ່ມື້ ແມ່ນຂຶ້ນກັບວົງເງິນທຸລະກຳຂອງບັດ ( ບັດ​ທຳ​ມະ​ດາ​, ບັດ Platinum, ບັດ Avatar, ບັດ​ເຊື່ອມ​ໂຍງ).

3. ຄ່າບໍລິການໂອນເງິນ:

​ຄ່າບໍລິການໂອນເງິນ​ ແມ່​ນ​ຖືກ​ກຳ​ນົດໂດຍວົງເງິນເຮັດທຸລະກຳໃນແຕ່ລະຄັ້ງ, ເຊິ່ງລາຍ​ລະ​ອ​ຽດ​ລຸ່ມ​ນີ້:

4. ບັນດາທະນາຄານສະມາຊິກ LAP Net

ປັດຈຸບັນມີ 08 ທະນາຄານທີ່ເຂົ້າຮ່ວມເປັນສະມາຊິກຂອງ LAP Net ທີ່ສາມາດໂອນເງິນຜ່ານຕູ້ ATM ຫາກັນໄດ້, ເຊິ່ງລາຍຊື່ຂອງແຕ່ລະທະນາຄານມີດັ່ງລຸ່ມນີ້:

- ທະນາຄານຮ່ວມທຸລະກີດ ລາວ-ຫວຽດ ຈໍາກັດ- LVB; 

- ທະ​ນາ​ຄານ​ ການ​ຄ້າ​ຕ່າງ​ປະ​ເທດ​ລາວ ມະ​ຫາ​ຊົນ – BCEL;

-  ທະ​ນາ​ຄານ ​ພັດ​ທະ​ນາ​ລາວ – LDB;

-  ທະ​ນາ​ຄານ​ ສົ່ງ​ເສີມ​ກະ​ສິ​ກຳ – APB;

- ທະ​ນາ​ຄານ Maruhan Japan Lao – MJBL;

- ທະ​ນາ​ຄານ ເອັ​ສ​ທີ ຈຳ​ກັດ – STB;

- ທະ​ນາ​ຄານ ບີ​ໄອ​ຊີ ລາວ ຈຳ​ກັດ – BIC;

- ທະ​ນາ​ຄານ ​ຮ່ວມ​​ພັດ​ທະ​ນາ – JDB.

ຂໍ້ມູນລາຍລະອຽດກ່ຽວກັບ LAP Net

1. ກ່ຽວກັບ LAP Net:

LAP Net ແມ່ນອົງກອນຜູ້ຕາງໜ້າ ແລະ ເປັນເຈົ້າຂອງລະບົບເຊື່ອມຕໍ່ລະຫວ່າງລະບົບເອທີເອັມຂອງບັນດາທະນາຄານຢູ່ໃນລາວ ໃຫ້ສາມາດນຳໃຊ້ບໍລິການຜ່ານຕູ້ເອທີເອັມຮ່ວມກັນໄດ້.

2. ບໍລິການຮັບຊຳລະ:

ບັດ ATM ຂອງ LaoVietBank ທີ່ລູກຄ້າມີຢູ່ໃນປັດຈຸບັນ ສາມາດເຮັດທຸລະກຳຖອນເງິນສົດ ຫຼື ກວດຍອດເງິນໃນບັນຊີຢູ່ຕູ້ ATM ຂອງແຕ່ລະທະນາຄານທີ່ເປັນສະມາຊິກຂອງ LAP Net ຢູ່ໃນລາວໄດ້.

3. ຜົນປະໂຫຍດທີ່ຈະໄດ້ຮັບ ເມື່ອລູກຄ້າໃຊ້ບໍລິການ:

+ ຄວາມສະດວກສະບາຍ: ສຳລັບລູກຄ້າຂອງ LaoVietBank ທີ່ຖືບັດເອທີເອັມ ແມ່ນສາມາດເຮັດທຸລະກໍາທາງດ້ານການເງິນເຊັ່ນ: ຖອນເງິນສົດ ແລະ ກວດເບິ່ງຍອດເງິນໃນຕູ້ເອທີເອັມຂອງທະນາຄານຕ່າງໆທີ່ເປັນສະມາຊິກຂອງ LAP Net.

+ ຄວາມວ່ອງໄວ: ຂັ້ນຕອນໃນການຖອນເງິນໃນຕູ້ ATM ງ່າຍດາຍ.

+ ຕາໜ່າງເຄືອຂ່າຍ: ຕູ້ ATM ປົກຄຸມໄປທົ່ວປະເທດ ສາມາດຖອນຕູ້ໃດກໍ່ໄດ້.

+ ຄ່າທຳນຽມໃນການເຮັດທຸລະກຳຕໍ່າ.