ວັນພະຫັດ, 02/05/2024

.

ບໍລິການຖອນເງິນສົດດ້ວຍການສະແກນລາຍນິ້ວມື ຜ່ານຕູ້ ADM

ຄູ່ມືແນະນໍາຂັ້ນຕອນການຖອນເງິນດ້ວຍລາຍນີ້ວມືຜ່ານຕູ້ ADM.

1. ກົດປຸ່ມ “ເຮັດທຸລະກໍາບໍ່ນໍາໃຊ້ບັດ

.

2. ເລືອກພາສາທີ່ຕ້ອງການ, (ສາມາດເລືອກໄດ້ 3 ພາສາຄື: ພາສາລາວ, ພາສາອັງກິດ ແລະ ພາສາຫວຽດນາມ).

3. ກົດປຸ່ມ “ ຖອນເງິນຜ່ານລາຍນີ້ວມື”

4. ຫຼັງຈາກທີ່ຕູ້ສະແດງໜ້າຕ່າງ “ກະລູນາສະແກນລາຍນີ້ວມືຂອງທ່ານ” ໃຫ້ເອົາລາຍນີ້ວມືໄປສະແກນໃສ່ອຸປະກອນ.

5. ໃນຂັ້ນຕອນນີ້ ຕູ້ຈະສະແດງເລກບັນຊີທັງໝົດທີ່ໄດ້ເຊື່ອມກັບຂໍ້ມູນລາຍນີ້ວມື, ໃຫ້ເລືອກເອົາເລກບັນຊີທີ່ຕ້ອງການຖອນ.

6. ເລືອກຈໍານວນເງິນ ທີ່ຕ້ອງການຖອນ

7. ຂັ້ນຕອນນີ້ ແມ່ນປ້ອນລະຫັດ OTP ຈໍານວນ 6 ຕົວເລກ ແລ້ວກົດຢືນຢັນ.

+ ໝາຍເຫດ:

  • ວົງເງິນ 10,000 - 50,000 ລະບົບຈະບໍ່ໃຫ້ໃສ່ລະຫັດ OTP.
  • ວົງເງິນ 60,000 - 1,000,000 ລະບົບຈະໃຫ້ໃສ່ລະຫັດ OTP.

8. ລໍຖ້າຕູ້ຈ່າຍເງິນ ແລະ ຮັບເງິນ (ຖືວ່າສໍາເລັດ)