ວັນສຸກ, 29/03/2024

.

LaoVietBank ສາຂາອຸດົມໄຊ ມອບເຄື່ອງຊ່ວຍເຫຼືອໃຫ້ຄະນະສະເພາະກິດແຂວງ.

ວັນທີ 24 ພະຈິກ 2021, ຢູ່ທີ່ພະແນກສາທາລະນະສຸກ ແຂວງອຸດົມໄຊ. ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ສາຂາອຸດົມໄຊ, ໄດ້ນໍາເອົາເຄື່ອງຊ່ວຍເຫຼືອຈໍານວນໜຶ່ງ ມອບໃຫ້ແກ່ຄະນະສະເພາະກິດແຂວງ. ຈຸດປະສົງ ກໍ່ເພື່ອເປັນການປະກອບສ່ວນສະໜັບສະໜູນ ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງພະນັກງານແພດ-ໝໍ ຜູ້ເຮັດໜ້າທີ່ໃນການປ້ອງກັນ, ຄວບຄຸມ ແລະ ປິ່ນປົວປະຊາຊົນຜູ້ທີ່ຕິດເຊື້ອພະຍາດ Covid-19 ຢູ່ພາຍໃນແຂວງ.

ສໍາລັບເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ນໍ້າດື່ມ 15 ແກັດ, ຜ້າອັດປາກ 140 ກັບ ແລະ ເຫຼົ້າສໍາລັບຂ້າເຊື້ອ ຈໍານວນ 40 ກ່ອງ ລວມມູນຄ່າທັງໝົດ 5 ລ້ານກີບ.

ໃຫ້ກຽດມອບໂດຍ ທ່ານ ນາງ ວັນນິດາ ອິນທະປັນຍາສັກ, ຮອງຫົວໜ້າຂະແໜງບັນຊີ-ສັງລວມ, ຕາງໜ້າໃຫ້ຫົວໜ້າສາຂາອຸດົມໄຊ ແລະ ກ່າວຮັບໂດຍ ທ່ານ ດຣ. ຫຸມພັນ ອິນທະມຸງຄຸນ, ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄະນະ ແລະ ພະນັກງານ ທລວ ສາຂາອຸດົມໄຊ ເຂົ້າຮ່ວມ.

--------------------------

ທະນາຄານ ຮ່ວມທຸລະກິດ ລາວ - ຫວຽດ ຈໍາກັດ

ຂົວຕໍ່ແຫ່ງຜົນສໍາເລັດ

Hotline: 1440

LaoVietBank

www.laovietbank.com.la