ວັນສຸກ, 19/04/2024

.

LaoVietBank ສາຂາອັດຕະປື ມອບຕັ່ງຫີນ 10 ໜ່ວຍ ໃຫ້ແກ່ສວນເຈົ້າໄຊຍະເຊດຖາທິຣາດ.

ໃນວັນທີ 10 ພະຈິກ 2021, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ສາຂາອັດຕະປື ໄດ້ນໍາເອົາຕັ່ງຫີນ ຈໍານວນ 10 ໜ່ວຍ ມາມອບໃຫ້ແກ່ສວນເຈົ້າໄຊຍະເຊດຖາທິຣາດ, ມີສະຖານທີ່ຕັ້ງຢູ່ບ້ານໂພນສະຫວ່າງ, ເມືອງສາມັກຄີໄຊ ເຊິ່ງເປັນສວນສາທາລະນະພາຍໃຕ້ການຄຸ້ມຄອງໂດຍ ອົງການພັດທະນາ ແລະ ບໍລິຫານຕົວເມືອງ ແຂວງອັດຕະປື.

ຕາງໜ້າ LaoVietBank ສາຂາອັດຕະປື ມອບໂດຍທ່ານ ສຸລິສັກ ຈັນທະລັງສີ, ຮອງຫົວໜ້າສາຂາ ແລະ ຮັບໂດຍ ທ່ານ ສັກປະເສີດ ໄຊຍັນທອນ, ຮອງປະທານອົງການພັດທະນາ ແລະ ບໍລິຫານຕົວເມືອງ ແຂວງອັດຕະປື ພ້ອມດ້ວຍພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ.

ກິດຈະກໍາດັ່ງກ່າວ, ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 10 ປີຂອງການສ້າງຕັ້ງ LaoVietBank ສາຂາອັດຕະປື ດ້ວຍການມອບຕັ່ງຫີນເປັນການປະກອບສ່ວນໃສ່ໃນສວນສາທາລະນະ ເພື່ອໃຫ້ມວນຊົນທີ່ມາທ່ຽວ ຫຼື ອອກກໍາລັງກາຍ ໄດ້ມີບ່ອນນັ່ງພັກຜ່ອນຕາມອັດທະຍາໃສ.

ພິເສດ, ສຳລັບລູກຄ້າທີ່ເຂົ້າມາໃຊ້ບໍລິການທີ່ສາຂາອັດຕະປື ນັບແຕ່ວັນທີ 01 - 30 ພະຈິກ 2021 ຈະໄດ້ຮັບຂອງສົມມະນາຄຸນຈາກພວກເຮົາທັນທີ; ແຕ່ຖ້າລູກຄ້າຝາກເງິນມີກຳນົດນັບແຕ່ 6-12 ເດືອນ ຮັບດອກເບ້ຍເພີ່ມ 0.2% ຕໍ່ປີ ຫຼື ຝາກຫຼາຍກວ່າ 12 ເດືອນ ຮັບດອກເພີ່ມເບ້ຍເຖິງ 0,3% ຕໍ່ປີ ເຊິ່ງໂປຣໂມຊັນນີ້, ເລີ່ມແຕ່ວັນທີ 10 ພະຈິກ 2021 - 10 ທັນວາ 2021 ນີ້ເທົ່ານັ້ນ.