ວັນພະຫັດ, 25/04/2024

.

ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ໄດ້ຮັບການເຊື່ອໝັ້ນຈາກ ທະນາຄານ ແຫ່ງ ສປປ ລາວ ຄັດເລືອກເຂົ້າຮ່ວມໂຄງການເງິນກູ້ເພື່ອສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ໃນ ສປປ ລາວ.

ໃນວັນທີ 13/09/2019 ທະນາຄານ ແຫ່ງ ສປປ ລາວ ໄດ້ຈັດພິທີ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກົມບໍລິການທະນາຄານ, ທະນາຄານ ແຫ່ງ ສປປ ລາວ ແລະ ທະນາຄານທຸລະກິດທີ່ໄດ້ຄັດເລືອກເຂົ້າຮ່ວມໂຄງການເງິນກູ້ຈາກທະນາຄານພັດທະນາແຫ່ງຊາດຈີນ (CDB) ບ້ວງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ໃນ ສປປ ລາວ.

ເປັນກຽດເຂົ້າຮ່ວມພິທີດັ່ງກ່າວໂດຍ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ ແລະ ບັນດາຜູ້ແທນຕາງໜ້າໃຫ້ ກະຊວງແຜນການ ແລະການລົງທຶນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງການເງີນ, ຫ້ອງການຜູ້ຕາງໜ້າ ທະນາຄານພັດທະນາແຫ່ງຊາດຈີນ ພ້ອມດ້ວຍຄະນະກົມຂອງ ທະນາຄານແຫ່ງ ສປປ ລາວ ແລະ ຕາງໜ້າ 10 ທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການເງິນກູ້ໃນຄັ້ງນີ້ເຊັ່ນ: ທະນາຄານຮ່ວມທຸລະກິດລາວຫວຽດ, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກຳ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານຮ່ວມພັດທະນາ ຈໍຳກັດ, ທະນາຄານເອສທີ ຈໍາກັດ, ທະນາຄານຫຸ້ນສ່ວນການຄ້າທະຫານ ສາຂາລາວ, ທະນາຄານຫຸ້ນສ່ວນການຄ້າໄຊ່ງ່ອນເທືອງຕິນ ຈໍາກັດ, ທະນາຄານມາລູຮານ ເຈແປນລາວ ຈໍາກັດ, ທະນາຄານ ລາວ-ຈີນ ຈໍາກັດ ເຊິ່ງບັນດາທະນາຄານດັ່ງກ່າວໄດ້ຄົບເງື່ອນໄຂຂອງການເຂົ້າຮ່ວມໂຄງການເງິນກູ້ໃນຄັ້ງນີ້.