ວັນສຸກ, 29/03/2024

.

LaoVietBank ຊ່ວຍເຫຼືອປະຊາຊົນຫວຽດນາມ ຜ່ານສະຖານທູດຫວຽດນາມ ປະຈໍາ ສປປ ລາວ ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19.

ວັນທີ 21 ມິຖຸນາ 2021, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ໄດ້ສະໜັບສະໜູນເງິນ ມູນຄ່າ 50 ລ້ານກີບ ຊ່ວຍເຫຼືອປະຊາຊົນຫວຽດນາມ ຜ່ານສະຖານທູດຫວຽດນາມ ປະຈໍາ ສປປ ລາວ ເພື່ອຊ່ວຍເຫຼືອເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດຫວຽດນາມ.

ໃຫ້ກຽດມອບໂດຍ ທ່ານ ຫວຽນ ດຶກ ຫວູ, ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ແລະ ຮັບໂດຍ ທ່ານ ນາງ Trinh Minh Tam, ອັກຄະລັດຖະທູດຫວຽດນາມ ປະຈໍາລາວ ພ້ອມດ້ວຍແຂກທັງສອງຝ່າຍເຂົ້າຮ່ວມ.

ໂອກາດນີ້, ທ່ານ ອັກຄະລັດຖະທູດຫວຽດນາມ ປະຈໍາລາວ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈມາຍັງທ່ານຜູ້ອໍານວຍການໃຫຍ່ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ທີ່ໃຫ້ການປະກອບສ່ວນຊ່ວຍປະຊາຊົນ ຊາວຫວຽດນາມ ເພື່ອປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ໃນປັດຈຸບັນ. ຊຶ່ງການຊ່ວຍເຫຼືອຄັ້ງນີ້ ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງ LaoVietBank ທີ່ມີຕໍ່ຊາວຫວຽດນາມ ແລະ ອວຍພອນໃຫ້ LaoVietBank ຈົ່ງປະສົບຜົນສໍາເລັດໃນການເຄື່ອນໃຫວທຸລະກິດຢູ່ ສປປ ລາວ.