ວັນສຸກ, 29/03/2024

.

LaoVietBank ສາຂາຄໍາມ່ວນ ແລະ ໜ່ວຍບໍລິການບໍລິຄຳໄຊ ມອບລາງວັນໃຫ້ລູກຄ້າຜູ້ໂຊກດີ ໂປຣໂມຊັ້ນ LVB DigiBank ລະເບີດລາງວັນແຫຼກແຈກລູກຄ້າ ຄັ້ງທີ I.

ເມື່ອວັນທີ 22 ມິຖຸນາ 2021 ຜ່ານມາ, ທະນາຄານ ຮ່ວມທຸລະກິດ ລາວ - ຫວຽດ ຈຳກັດ ໄດ້ຈັດພິທີຈັບສະຫຼາກ ລາຍການ LVB DIGIBANK ລະເບີດລາງວັນແຫຼກແຈກລູກຄ້າ ຄັ້ງທີ I, ເຊິ່ງລາງວັນທີ 4 ຕົກເປັນຂອງທ່ານ ນາງ ຫຼ້າແກ້ວ ປັນຍາແສງ, ອາໃສຢູ່ບ້ານຈອມທອງ, ເມືອງທ່າແຂກ, ແຂວງຄຳມ່ວນ ໄດ້ລາງວັນ samsung Tap; ໂດຍມີພິທີມອບ-ຮັບໃນວັນທີ 15 ກໍລະກົດ 2021, ຕາງໜ້າ ທລວ ແມ່ນ ທ່ານ ໂງ ວັນ ທໍ້, ຫົວໜ້າສາຂາຄຳມ່ວນ.

ກ່ອນໜ້ານັ້ນ, ວັນທີ 14 ກໍລະກົດ 2021 ຢູ່ໜ່ວຍບໍລິການບໍລິຄຳໄຊ, ຕາງໜ້າ ທລວ ໂດຍ ທ່ານ ວິລະໄຊ ພະໄຊສົມບັດ, ຮອງຫົວໜ້າສາຂາຄຳມ່ວນ ແລະ ທ່ານ ວິທະຍາ ລັງສີ, ຮອງຫົວໜ້າໜ່ວຍບໍລິການບໍລິຄໍາໄຊ ກໍ່ໄດ້ຜັດປ່ຽນກັນມອບລາງວັນໃຫ້ແກ່ຜູ້ໂຊກດີ ດັ່ງລຸ່ມນີ້:

1). ທ່ານ ປຸ້ຍ ມະນີວອນ, ອາໃສຢູ່ບ້ານຊະນະໄຊ, ເມືອງປາກຊັນ ໄດ້ລາງວັນທີ2 ໄດ້ຮັບລາງວັນ Ipad Gen 8;

2). ທ່ານ ແກ້ວ ປັນຍານຸວົງ, ອາໃສຢູ່ບ້ານທົ່ງໃຫ່ຍ, ເມືອງປາກຊັນ ໄດ້ລາງວັນທີ3 sumsung A71;

3). ທ່ານ ຄຳຄ່ອງ ສິງສຸວັນນະລາດ, ອາໃສຢູ່ບ້ານໂພນໄຊເໜືືອ, ເມືອງປາກຊັນ ໄດ້ລາງວັນທີ5 samsung galaxy Fit2.

ສຳລັບໂປໂມຊັ້ນ LVB DigiBank ລະເບີດແຫຼກແຈກລູກຄ້າ ແມ່ນຈະຍັງມີການສືບຕໍ່ໃຫ້ລູກຄ້າໄດ້ລຸ້ນໂຊກອີກໃນຄັ້ງທີ 2 ສໍາລັບລູກຄ້າທີ່ມາລົງທະບຽນນໍາໃຊ້ LVB DigiBank ເຊິ່ງຈະມີການຈັບສະຫຼາກໃນວັນທີ 31/12/2021.

--------------------------

ທະນາຄານ ຮ່ວມທຸລະກິດ ລາວ - ຫວຽດ ຈໍາກັດ

ຂົວຕໍ່ແຫ່ງຜົນສໍາເລັດ

Hotline: 1440

LaoVietBank

www.laovietbank.com.la