ວັນສຸກ, 29/03/2024

.

LaoVietBank ສາຂາຈໍາປາສັກ ມອບລາງວັນໃຫ້ລູກຄ້າຜູ້ໂຊກດີ ໂປຣໂມຊັ້ນ LVB DigiBank ລະເບີດລາງວັນແຫຼກແຈກລູກຄ້າ ຄັ້ງທີ I.

ເມື່ອວັນທີ 22 ມິຖຸນາ 2021 ຜ່ານມາ, ທະນາຄານ ຮ່ວມທຸລະກິດ ລາວ - ຫວຽດ ຈຳກັດ ໄດ້ຈັດພິທີຈັບສະຫຼາກ ລາຍການ LVB DIGIBANK ລະເບີດລາງວັນແຫຼກແຈກລູກຄ້າ ຄັ້ງທີ I, ເຊິ່ງລາງວັນທີ 4 ແລະ ລາງວັນທີ 5 ຕົກເປັນຂອງລູກຄ້າແຂວງຈໍາປາສັກ ໄດ້ຮັບ Samsung Galaxy Fit2 ຈໍານວນ 3 ລາງວັນ ແລະ samsung Tap ຈໍານວນ 1 ລາງວັນ; ໂດຍມີພິທີມອບ-ຮັບໃນວັນທີ 16 ກໍລະກົດ 2021, ຕາງໜ້າ ທລວ ແມ່ນ ທ່ານ ນິລັນ ສີປະເສີດ, ຮອງຫົວໜ້າສາຂາຈໍາປາສັກ.

1). ລາງວັນທີ 4: ໄດ້ຮັບ Samsung Tap ຈໍານວນ 1 ລາງວັນ, ຜູ້ໂຊກດີແມ່ນ ທ່ານ ນາງ ສຸກອານັນ ພົມມະວິໄສ, ອາໃສຢູ່ບ້ານສາມັກຄີ, ເມືອງສາມັກຄີໄຊ, ແຂວງອັດຕະປື;

2). ລາງວັນທີ 5: ໄດ້ຮັບ Samsung Galaxy Fit2 ຈໍານວນ 3 ລາງວັນ, ຜູ້ໂຊກດີແມ່ນທ່ານ ນາງ ຄູນມີ ສຸ້ຍດາລີ, ອາໃສຢູ່ບ້ານໂພນໄຊ, ນະຄອນປາກເຊ, ແຂວງຈໍາປາສັກ; ທ່ານ ນາງ ອານຸຕາ ສຸກອາລຸນ, ອາໃສຢູ່ນະຄອນປາກເຊ, ແຂວງຈໍາປາສັກ ແລະ ທ່ານ ນາງ ສຸກໃສ ຈັນທະວົງສາ, ອາໃສຢູ່ບ້ານໜອງອຸລູ, ເມືອງຄົງເຊໂດນ, ແຂວງສາລະວັນ.

ສຳລັບໂປໂມຊັ້ນ LVB DigiBank ລະເບີດແຫຼກແຈກລູກຄ້າ ແມ່ນຈະຍັງມີການສືບຕໍ່ໃຫ້ລູກຄ້າໄດ້ລຸ້ນໂຊກອີກໃນຄັ້ງທີ 2 ສໍາລັບລູກຄ້າທີ່ມາລົງທະບຽນນໍາໃຊ້ LVB DigiBank ເຊິ່ງຈະມີການຈັບສະຫຼາກໃນວັນທີ 31/12/2021.

--------------------------

ທະນາຄານ ຮ່ວມທຸລະກິດ ລາວ - ຫວຽດ ຈໍາກັດ

ຂົວຕໍ່ແຫ່ງຜົນສໍາເລັດ

Hotline: 1440

LaoVietBank

www.laovietbank.com.la