ວັນສຸກ, 29/03/2024

.

LaoVietBank ໄດ້ຮັບລາງວັນດີເດັ່ນ 2 ລາງວັນ ທາງດ້ານຄວາມເຊື່ອຫມັ້ນກ່ຽວກັບ ລະບົບ ເຕັກໂນໂລຢີ-ຂໍ້ມູນຂ່າວສານ ຂອງ ວາລະສານ Asian Banking & Finance ປີ 2019

ໃນຄ່ຳຄືນງານມອບຮັບລາງວັນແມ່ນໄດ້ຈັດຂຶ້ນ ໃນວັນທີ່ 18/07/2019 ທີ່ ໂຮງແຮມ Shangri-la, ປະເທດ ສິງກະໂປ, ທ່ານ ບູຍ ແທງ ຮ່ວາຍ - ຮອງຜູ້ອຳນວຍການໃຫຍ່ LaoVietBank ແລະ ທ່ານ ຫງວຽນ ຫວຽດ ຝູ໋ ຫົວຫນ້າພະແນກ ເຕັກໂນໂລຢີ ແລະ ຂໍ້ມູນຂ່າວສານ ໄດ້ຕາງຫນ້າໃຫ້  LaoVietBank ຮັບລາງວັນອັນຊົງກຽດ ທາງດ້ານ ເຕັກໂນໂລຢີ ແລະ ຂໍ້ມູນຂ່າວສານ ຈາກ ທ່ານ Tim Charlton – ປະທານວາລະສານ Asian Banking and Finnace.

ວາລະສານ Asian Banking and Finance ເປັນຫນຶ່ງໃນບັນດາວາລະສານທີ່ໄດ້ຮັບຄວາມເຊື່ອຫມັ້ນ ອັນດັບຕົ້ນໆໃນຂົງເຂດການເງິນທະນາຄານຢູ່ໃນທະວີບອາຊີ. ໃນທຸກໆປີ ຕັ້ງແຕ່ປີ 2006, ວາລະສານໄດ້ຈັດຕັ້ງການ ເລືອກເຟັ້ນເອົາເພື່ອແນໃສ່ໃນການຈັດຕຳແຫນ່ງອັນຊົງກຽດໃຫ້ແກ່ ບັນດາອົງການຈັດຕັ້ງ ທາງດ້ານການເງິນທີ່ດີເດັ່ນ ທີ່ສຸດ ຂອງປີ ໃນ 15 ລາຍການ ໃຫ້ແກ່ທະນາຄານທຸລະກິດລາຍຍ່ອຍ ແລະ 5 ລາຍການ ໃຫ້ແກ່ ທະນາຄານສຳລັບລູກຄ້າທຸລະກິດລາຍໃຫຍ່ໃນຂົງເຂດທົ່ວທະວີບອາຊີ. ຄະນະກຳມະການກວດສອບ ຂອງ ແຕ່ລະ ລາງວັນນີ້ລວມມີບັນດາວິຊາການຂັ້ນສູງອັນດັບຕົ້ນໆໃນຂົງເຂດການເງິນທະນາຄານທີ່ມາຈາກກຸ່ມບໍລິສັດກວດສອບ ບັນຊີທີ່ຫນ້າເຊື່ອຖືລະດັບໂລກຄື:  Deloitte, Ernst and Young, KPMG ແລະ PricewaterhouseCoopers.

ສຳລັບການພັດທະນາໃນຂະແຫນງເຕັກໂນໂລຊີ ຂໍ້ມູນຂ່າວສານ ໃນການເຄື່ອນໄຫວວຽກງານທະນາຄານ, ພິເສດແມ່ນການສະຫນອງຜະລິດຕະພັນບໍລິການ ດ້ານທະນາຄານທີ່ທັນສະໄຫມ ໃນຮູບແບບ ທະນາຄານອີເລັກໂທນິກ, ປີ 2019 ທະນາຄານຮ່ວມທຸລະກິດລາວຫວຽດ ໄດ້ຮັບລາງວັນ ເຖິງ 2 ລາຍການຄື:

  • ທະນາຄານທີ່ມີລະບົບເຕັກໂນໂລຢີ ແລະ ການດຳເນີນງານໃນປະເທດລາວແຫ່ງປີ (Laos Domestic Technology & Operations Bank of the Year) ເຊິ່ງຢູ່ໃນບັນດາລາຍການລາງວັນກ່ຽວກັບ ທະນາຄານທຸລະກິດ.
  • ທະນາຄານດິຈິຕ້ອນ ທີມີແນວຄິດສ້າງສັນ ແຫ່ງປີ ໃນລາວ (Digital Banking Initiative of the Year Laos) ເຊິ່ງຢູ່ໃນບັນດາລາຍການລາງວັນກ່ຽວກັບ ທະນາຄານທຸລະກິດ ຂາຍຍ່ອຍ.

ໃນນັ້ນ ຫລາຍປີຕິດຕໍ່ກັນ ທີ່ LaoVietBank ໄດ້ຖືກສະເຫນີຂຶ້ນຮັບລາງວັນ ໃນຫົວຂໍ້  ທະນາຄານທີ່ມີລະບົບເຕັກໂນໂລຢີ ແລະ ການດຳເນີນງານໃນປະເທດລາວແຫ່ງປີ, ພິເສດແມ່ນ ເປັນທະນາຄານທຳອິດ ໃນລາວ ທີ່ໄດ້ຮັບການສະເຫນີຂື້ນຮັບລາງວັນ ທະນາຄານດິຈິຕ້ອນ ທີມີແນວຄິດສ້າງສັນແຫ່ງປີ, ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງການພັດທະນາຢ່າງມີສະຖຽນລະພາບ, ຫມັ້ນຄົງ ແລະ ຜູ້ບຸກເບີກໃນການນໍາໃຊ້ ເຕັກໂນໂລຊີ ໃນການເຄື່ອນໄຫວວຽກງານທະນາຄານ ຂອງ LaoVietBank.

ທ່ານ ບູຍ ແທງ ຮ່ວາຍ - ຮອງຜູ້ອຳນວຍການໃຫຍ່ LaoVietBank ໃຫ້ຄຳໂອວາດໃນງານຮັບລາງວັນ.

ໄດ້ໃຫ້ຄຳປາໄສຕໍ່ຫນ້າແຂກຜູ້ມີກຽດປະມານ 270 ຄົນ, ໃນນັ້ນປະກອບມີ 100 ກົ່ວ ທະນາຄານ ອັນດັບຕົ້ນໆ, ທີ່ໄດ້ຮັບລາງວັນປະຈຳປີ 2019 ແມ່ນມາຈາກ 37 ປະເທດ ທີ່ໄດ້ເຂົ້າຮ່ວມໃນພິທີມອບຮັບລາງວັນ, ຮອງຜູ້ອຳນວຍການໃຫຍ່ ທ່ານ ບຸຍ ແທງ ຮ່ວາຍ ໄດ້ກ່າວຄຳຂອບໃຈເຖິງບັນດາລູກຄ້າຂອງ LaoVietBank ທີ່ໄດ້ຄຽງຄູ່ກັນມາຕະຫລອດເວລາ, ຄວາມເຊື່ອຫມັ້ນໃນການນຳໃຊ້ຜະລິດຕະພັນບໍລິການ ຂອງ LaoVietBank, ພ້ອມກັບໄດ້ເນັ້ນຫນັກພາລະບົດບາດທີ່ສຳຄັນໃນວຽກງານການພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ ຕໍ່ກັບການ ເຄື່ອນໄຫວຂອງ ທະນາຄານ ແລະ ໄດ້ກ່າວສະແດງຄວາມຂອບອົກຂອບໃຈ ມາຍັງບັນດາ ພະນັກງານທັງໝົດ ຂອງ LaoVietBank ທີ່ໄດ້ພະຍາຍາມຢ່າງສຸດຄວາມສາມາດຂອງຕົນ ເພື່ອປະຕິບັດໃຫ້ສຳເລັດຫນ້າທີ່ ທີ່ໄດ້ຮັບການ ມອບຫມາຍເປັນຢ່າງດີ, ພິເສດແມ່ນຄວາມພະຍາຍາມຢ່າງສຸດຄວາມສາມາດໃນການປະດິດຄິດຄົ້ນຢ່າງບໍ່ຢຸດຢັ້ງ ຂອງ ບັນດາພະນັກງານ ພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ ຂອງ LaoVietBank ທີ່ໄດ້ນຳມາສູ່ຜົນສຳເລັດ ເຮັດໃຫ້ LaoVietBank ໄດ້ຮັບລາງວັນອັນຊົງກຽດດ້ານ ເຕັກໂນໂລຊີ-ຂໍ້ມູນຂ່າວສານ

ຂຶ້ນກ່າວຄຳປາໄສ ໃນງານ ທ່ານ ຫງວຽນ ຫວຽດ ຝູ - ຫົວຫນ້າ ພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ ກໍໄດ້ກ່າວຢ້ຳ ວ່າ ຈະທຸ່ມເທເອົາໃຈໃສ່ ໃນວຽກງານເຕັກໂນໂລຊີ ເພື່ອສືບຕໍ່ພັດທະນາ ບັນດາຜະລິດຕະພັນ ບໍລິການທະນາຄານທີ່ທັນສະໄຫມ, ສ້າງຄຸນປະໂຫຍດ ດ້ານເຕັກໂນໂລຊີ ທີ່ດີທີສຸດໃຫ້ແກ່ ລູກຄ້າ.

ເພື່ອຄົ້ນຫາຂໍ້ມູນເພີ່ມເຕີມ ໃນງານ Gala ມອບຮັບລາງວັນ ໃນປີ 2019, ກະລຸນາເຂົ້າໃນ Website ທາງການຂອງວາລະສານ Asian Banking and Finance ຕາມ link ດ້ານລຸ່ມ: https://asianbankingandfinance.net/retail-banking/news/asian-banking-finance-awards-recognises-record-number-outstanding-companies