ວັນອັງຄານ, 23/04/2024

.

ກອງປະຊຸມສໍາມະນາ ກ່ຽວກັບການພັດທະນາທຸລະກິດ ສໍາລັບລູກຄ້າບຸກຄົນ ປະຈໍາປີ 2021

ວັນທີ 02 ເມສາ 2021, LaoVietBank ໄດ້ຈັດຕັ້ງກອງປະຊຸມສໍາມະນາກ່ຽວກັບການພັດທະນາທຸລະກິດ ສໍາລັບລູກຄ້າບຸກຄົນ. ກອງປະຊຸມສໍາມະນາປີ 2021 ໃນຄັ້ງນີ້, ໄດ້ຢັ້ງຢືນໃຫ້ເຫັນວ່າ: LaoVietBank ໄດ້ ແລະ ກໍາລັງສືບຕໍ່ໃນການເປັນທະນາຄານ ສໍາລັບລູກຄ້າບຸກຄົນທີ່ດີທີ່ສຸດຢູ່ປະເທດລາວ ກັບບັນດາລາຍການຜະລິດຕະພັນການບໍລິການທີ່ຄົບຖ້ວນ, ຫຼາກຫຼາຍ ແລະ ທັນສະໄໝ ເປັນອັນດັບຕົ້ນໆຢູ່ ສປປ ລາວ.
ໃນປີ 2021 ແລະ ບັນດາປີຕໍ່ໆໄປ, LaoVietBank ຈະຍັງຄົງສືບຕໍ່ໃຫ້ຄວາມສໍາຄັນກ່ຽວກັບການພັດທະນາທຸລະກິດສໍາລັບລູກຄ້າບຸກຄົນ ແລະ ຈັດໃຫ້ເປັນຂົງເຂດທີ່ຢູ່ໃນບູລິມະສິດແບບພິເສດ, ສຸມໃສ່ການພັດທະນາການບໍລິການຂອງ LaoVietBank ຢ່າງບໍ່ຢຸດຢັ້ງ.
ກອງປະຊຸມໄດ້ສິ້ນສຸດລົງ, ໂດຍການເປັນເອກະພາບຮ່ວມກັນບັນດາວິທີການ ເພື່ອແນໃສ່ຮັກສາຕໍາແໜ່ງທະນາຄານອັນດັບຕົ້ນໆ ເຊິ່ງລວມມີ: ບໍ່ຢຸດຢັ້ງໃນການຍົກສູງຄຸນນະພາບ-ການບໍລິການ ສໍາລັບລູກຄ້າບຸກຄົນ.
ຊອກຫາວິທີການໃນການເຮັດໃຫ້ເອກະສານນໍາໃຊ້ບໍລິການມີຄວາມສະດວກສະບາຍ ແລະ ງ່າຍດາຍຍິ່ງຂຶ້ນ; ໃຫ້ບໍລິການລູກຄ້າຢ່າງວ່ອງໄວ ແລະ ເປັນມືອາຊີບຫຼາຍຂຶ້ນກວ່າເກົ່າ; ຮັກສາໄດ້ຄວາມເຊື່ອໝັ້ນໃນການເປັນທະນາຄານທີ່ມີຄຸນນະພາບ ເພື່ອຮັບໃຊ້, ດູແລເບິ່ງແຍງລູກຄ້າໃຫ້ດີທີ່ສຸດ.