ວັນພະຫັດ, 28/03/2024

.

ທະນາຄານ່ວມທຸລະກິດລາວຫວຽດ ເປີດການເຄື່ອນໄຫວທຸລະກິດ ສາຂາອຸດົມໄຊ ທີ່ແຂວງອຸດົມໄຊ ແລະ ໜ່ວຍບໍລິການບໍລິຄຳໄຊ ທີ່ແຂວງບໍລິຄໍາໄຊ

ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ໄດ້ສ້າງຕັ້ງ ແລະ ດຳເນີນການເຄື່ອນໄຫວທຸລະກິດຢູ່ລາວ ເລີ່ມແຕ່ປີ1999 ບົນພຶ້ນຖານການຮ່ວມທຶນ ລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ແລະ ທະນາຄານ ຮຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV). ເກືອບ 20ປີ ຂອງການດຳເນີນທຸລະກິດ, ປັດຈຸບັນ LaoVietBank ເປັນໜຶ່ງໃນບັນດາທະນາຄານທີ່ໃຫຍ່ທີ່ສຸດ ແລະ ການດຳເນີນທຸລະກິດໄດ້ຮັບໝາກຜົນດີທີ່ສຸດຢູ່ໃນລາວ. 

ວັນທີ 19/9/2018 ທະນາຄານຮ່ວມທຸລະກິດລາວຫວຽດ ໄດ້ຈັດພິທີເປີດສາຂາອຸດົມໄຊ ເຊິ່ງມີທີ່ຕັ້ງສໍານັກງານຢູ່ບ້ານວັງໄຮ່, ເມືອງໄຊ, ແຂວງອຸດົມໄຊ, ບົນພຶ້ນຖານການຍົກລະດັບຈາກຮູບແບບໜ່ວຍບໍລິການເຊິ່ງໄດ້ດໍາເນີນທຸລະກິດແຕ່ປີ2014 ຂຶ້ນມາເປັນສາຂາອຸດົມໄຊ. ແຂວງອຸດົມໄຊ ເປັນໜຶ່ງໃນບັນດາແຂວງທີ່ມີສູນລວມທາງດ້ານເສດຖະກິດເຂດພາກເໜືອຂອງລາວ ເຊິ່ງມາທ່າແຮງໃນການພັດທະນາແບບຍາວນານ. ສະນັ້ນ, ການຍົກລະດັບຈາກຮູບແບບໜ່ວຍບໍລິການອຸດົມໄຊຂຶ້ນມາເປັນສາຂາອຸດົມໄຊ ເປັນວຽກທີ່ຈໍາເປັນແລະ ແທດເໝາະກັບສະພາບການພັດທະນາຢູ່ທ້ອງຖິ່ນ ແລະ ເປັນບາດກ້າວຍຸດທະສາດຂອງ ທະນາຄານຮ່ວມທຸລະກິດລາວຫວຽດ ໃນການນໍາເອົາການບໍລິການທາງດ້ານທະນາຄານທີ່ຄົບວົງຈອນມາໃຫ້ລູກຄ້າ ເຊັ່ນ: ສິນເຊື່ອ, ການປ່ອຍກູ້ໃຫ້ວິສາຫະກິດ, ບຸກຄົນ ເຊິ່ງຕອບສະໜອງຄວາມຕ້ອງການດ້ານແຫຼ່ງທຶນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ໃຫ້ແກ່ທຸກພາກສ່ວນເສດຖະກິດ; ການລະດົມເງິນຝາກປະຢັດຈາກປະຊາຊົນ, ເງິນຝາກມີກຳນົດ, ເງິນຝາກກະແສລາຍວັນຂອງບັນດາວິສາຫະກິດ; ການຊຳລະສະສາງພາຍໃນປະເທດ, ຕ່າງປະເທດ; ການຄໍ້ງປະກັນ, ການແລກປ່ຽນເງິນຕາ ແລະ ການບໍລິການທາງດ້ານທະນາຄານອື່ນອີກ. ພິທີເປີດສາຂາອຸດົມໄຊໃນຄັ້ງນີ້ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາພຽງ ຢາຈົງວ້າ - ຮອງເຈົ້າແຂວງ ແຂວງອຸດົມໄຊ; ທ່ານ ບຸນໄທ ສຸພັດທອນ - ຫົວໜ້າ ທະນາຄານ ແຫ່ງ ສປປ ລາວ ພາກເໜືອ ທີ່ແຂວງອຸດົມໄຊ; ທ່ານ ຫວູ ດັງ ແມງ - ຫົວໜ້າກົງສຸນຫວຽດນາມ ປະຈໍາເຂດພາກເໜືອ ຂອງ ສປປ ລາວ.

ໃນວັນທີ 20/9/2018, ທະນາຄານຮ່ວມທຸລະກິດລາວຫວຽດ ກໍ່ໄດ້ເປີດການເຄື່ອນໄຫວທຸລະກິດຂອງໜ່ວຍບໍລິການບໍລິຄໍາໄຊ ທີ່ແຂວງບໍລິຄໍາໄຊ ຢ່າງເປັນທາງການ, ເພື່ອບໍ່ຢຸດຢັ້ງການຍົກສູງຄຸນພາບການບໍລິການທາງດ້ານການເງິນ-ການທະນາຄານ ທີ່ດີທີ່ສຸດໃຫ້ແກ່ລູກຄ້າ.

ສາຂາອຸດົມໄຊ ແລະ ໜ່ວຍບໍລິການບໍລິຄໍາໄຊ ໄດ້ເລີ່ມເຄື່ອນໄຫວທຸລະກິດ ແມ່ນໄດ້ເພີ່ມທະວີພາບລັກ ແລະ ເປີດກ້ວາງຂອບເຂດການເຄື່ອນໄຫວທຸລະກິດຂອງ ທະນາຄານຮ່ວມທູລະກິດລາວຫວຽດ ຢູ່ ສປປ ລາວ. ປັດຈຸບັນ, ທະນາຄານຮ່ວມທຸລະກິດລາວຫວຽດ ໄດ້ມີ 07 ສາຂາ, 14 ໜ່ວຍບໍລິການໃນທົ່ວປະເທດຄື (ອຸດົມໄຊ, ຫຼວງພະບາງ, ຊຽງຂວາງ, ຄໍາມ່ວນ, ສະຫວັນນະເຂດ, ອັດຕະປື, ຈໍາປະສັກ ແລະ ບໍລິຄໍາໄຊ).

ເນື່ອງໃນໂອກາດເປີດການເຄື່ອນໄຫວທຸລະກິດຂອງ ສາຂາອຸດົມໄຊ ແລະ ໜ່ວຍບໍລິການບໍລິຄໍາໄຊ, ບັນດາລູກຄ້າທີ່ເຂົ້າມາໃຊ້ບໍລິການ ຈະໄດ້ຮັບຂອງສົມມະນາຄູນທີ່ນ່າສົນໃຈທັນທີ ທີ່ມາໃຊ້ບໍລິການກັບ ທະນາຄານຮ່ວມທຸລະກິດລາວຫວຽດ ສາຂາອຸດົມໄຊ ແລະ ໜ່ວຍບໍລິການບໍລິຄໍາໄຊ.