ວັນພະຫັດ, 25/04/2024

.

ທະນາຄານຮ່ວມທຸລະກິດລາວ ຫວຽດ (LaoVietBank) ຈັດພິທີ​ໝູນ​ລາງວັນ​ ຄັ້ງທີ 1 ລາຍການ​ເງິນຝາກຮັບ​ໂຊກຄຸນ 3

ໃນ​ຕອນ​ເຊົ້າ​ວັນ​ທີ 25/09/2018, ຢູ່​​ທີ່​ Nongtha Lake Town, ບ້ານ​ດອນແດງ, ເ​ມືອງ​ຈັນ​ທະ​ບູ​ລີ, LaoVietBank ໄດ້​ຈັດ​ພິ​ທີ​ໝູນ​ລາງວັນ​ລາຍ​ການ “​ເງິ​ນ​ຝາກ​ລຸ້ນ​ຊັບ​ຮັບ​ໂຊກ​ປີ 2018 ຄັ້ງທີ 1” ຂຶ້ນ ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພະ​ຍານ​ຂອງ​ຄະ​ນະ​ກຳ​ມະ​ການ ມາ​ຈາກ​ພາກ​ສ່ວນ: ຕາງ​ໜ້າ​ພະ​ແນກ​ການ​ເງິນ, ພະ​ແນກ​ອຸດ​ສາ​ຫະ​ກຳ ​ແລະ ການ​ຄ້າ, ພະ​ແນ​ກຍຸດຕິ​ທຳ,  ປກສ ເມືອງຈັນທະ​ບູລີ.

ຕາງໜ້າ BOL ທ່ານ ນາງ ທິບພະວັນ ຈັນທະຜາສຸກ - ຮອງຫົວໜ້າກົມຄຸ້ມຄອງທະນາຄານ ທຸລະກິດ ​ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ ແລະ ບັນ​ດາ​ສື່ມວນ​ຊົນພ້ອມ​ດ້ວຍ​ລູກ​ຄ້າ​ເງິນ​ຝາກ ແລະ ພໍ່​ແມ່​ປະ​ຊາ​ຊົນ​ນະ​ຄອນ​ຫຼວງວຽງ​ຈັນ.

LaoVietBank ມີຫຼາຍຜະລິດຕະພັນທີ່ໃຫ້ທ່ານເລືອກຄື: ເງິນ​ຝາກ​ປະ​ຈຳ​ຈ່າຍດອກ​ເບ້ຍ​ເປັນ​ງວດ, ເງິນ​ຝາກ​ປະ​ຈຳ​ຈ່າຍດອກ​ເບ້ຍລ່ວງ​ໜ້າ, ເງິນ​ຝາກ​ສະ​ສົມ​ເພື່ອ​ອະນາ​ຄົດ​ລູກ​ຫຼານ, ເງິນ​ຝາກ​ສະ​ສົມ​ເພື່ອ​ບຳ​ນານ, ເງິນ​ຝາກ​ຊິງ​ລາງວັນ ກໍ່​ຄື​ເງິນ​ຝາກຮັບ​ໂຊກ​ຄຸນ3. ປີນີ້​ແມ່ນ​ປີ​ທີ 6 ທີ່ LaoVietBank ໄດ້​ຜັນ​ຂະ​ຫຍາຍ​ຜະ​ລິດ​ຕະ​ພັນເງິນ​ຝາກ​ລຸ້ນ​ຊັບ​ຮັບ​ໂຊກ ເພື່ອ​ສ້າງ​ໂອ​ກາດ​ໃຫ້​ແກ່​ລູກ​ຄ້າ​ເງິນ​ຝາກ​ຂອງ LaoVietBank ນອກຈາກໄດ້ຮັບດອກເບ້ຍແລ້ວ ຍັງມີ​ໂອ​ກາດ​ຖືກ​ລາງວັນຕ່າງໆ ບໍ່ວ່າຈະເປັນ ລົດ​ໃຫຍ່, ລົດ​ຈັກ, ໂທລະສັບ ແລະ ລາງວັນ​ອື່ນໆ ອີກ. ມູນ​ຄ່າ​ຂອງ​ລາງວັນ​ທັງ​ໝົດ​ 1.200 ລ້ານກີບ ​ຊື່ງມີ ຫຼາຍກວ່າ 60 ລາງວັນ ແລະ ແບ່ງການໝູນລາງວັນອອກເປັນ 3 ຄັ້ງ ແລະ ມີ​ບັນ​ດາ​ລາງວັນ​​ດັ່ງ​ນີ້: ລາງວັນ​ໃຫຍ່ສຸດ ແມ່ນ ລົດ​ໃຫ​ຍ່ Toyota Allnew Fortuner ມູນ​ຄ່າ​ຫຼາຍກວ່າ 400 ລ້ານ​ກີບ,  ຮອງລົງມາແມ່ນ ລົດໃຫຍ່ Toyota All new Yaris ມູນ​ຄ່າ​ຫຼາຍກວ່າ 190 ລ້ານກີບ, ລົດໃຫຍ່ Kia Morning ມູນ​ຄ່າ​ຫຼາຍກວ່າ 135 ລ້ານກີບ ແລະ ອີກ​ຫຼາຍໆ​ ລາງວັນ​ອື່ນ​ອີກ​ເຊັ່ນ: ລົດ​ຈັກຮອນດ້າ Click I, ລົດ​ຈັກຮອນດ້າ ເວບ 110i, ໂທລະສັບມືຖື ແລະ ສາຍຄໍຄໍາໜັກ 2 ສະຫຼຶງ. ສໍາລັບການໝູນລາງວັນຄັ້ງທີ 1 ມີ 9 ລາງວັນ: ລົດໃຫຍ່ Kia Morning 1 ລາງວັນ, ໂທລະສັບ Sumsung 2 ລາງວັນ ແລະ ສາຍຄໍຄໍາໜັກ 2 ສະຫຼຶງ 6 ລາງວັນ.

ລາຍການເງິນຝາກຮັບໂຊກຄຸນ 3 ໄດ້ເລີ່ມຜັນຂະຫຍາຍແຕ່ວັນທີ 10/05/2018 ເປັນຕົ້ນໄປ ແລະ ການໝູນລາງວັນຄັ້ງທີ 1 ນີ້ແມ່ນສໍາລັບລູກຄ້າທີ່ເປີດບັນຊີແຕ່ 10/05/2018 ເຖິງວັນທີ 15/09/2018. ຜົນການໝູນລາງວັນຄັ້ງທີ 1 ດັ່ງນີ້:

ລາງວັນ

ມູນຄ່າລາງວັນ

ຕົວເລກຖືກລາງວັນ

01 ລາງວັນທີ 1

ລົດໃຫຍ່ Kia Morning

AH059437

02 ລາງວັນທີ 2

ໂທລະສັບ Sumsung Galaxy S9+

AH055799

AH081974

06 ລາງວັນທີ 3

ສາຍຄໍຄໍາໜັກ 2 ສະຫຼຶງ

AH024396

AH126510

AH066378

AH116988

AH147533

AH129401