ວັນເສົາ, 20/04/2024

.

ທະນາຄານຮ່ວມທຸລະກິດລາວຫວຽດ ຝຶກອົບຮົມການເປັນຄູຝຶກແບບມືອາຊີບ (Training of Trainer).

ໂດຍເປົ້າຫມາຍສົ່ງເສີມບຸກຄະລາກອນພາຍໃນອົງກອນໃຫ້ໄດ້ເພີ່ມພູນຄວາມຮູ້ຄວາມສາມາດເປັນຫລັກ ແນໃສ່ເພີ່ມທະວີຍົກສູງຄຸນນະພາບການບໍລິການໃຫ້ດີຂຶ້ນເທື່ອລະກ້າວ, ທະນາຄານຮ່ວມທຸລະກິດລາວຫວຽດ ຈິ່ງໄດ້ຈັດໃຫ້ມີການຝຶກອົບຮົມກ່ຽວກັບການເປັນຄູຝຶກ (Training of Trainer).

ຈຸດປະສົງກໍ່ເພື່ອໃຫ້ພະນັກງານພາຍໃນທະນາຄານມີຄວາມຮູ້-ຄວາມເຂົ້າໃຈກ່ຽວກັບເທັກນິກຂັ້ນພື້ນຖານຂອງການເປັນຄູຝຶກ, ວິທີການເວົ້າ, ການສະແດງອອກ, ຂະບວນການຝຶກອົບຮົມ ແລະ ການອອກແບບແຜນຝຶກອົບຮົມທີ່ໜ້າສົນໃຈ ລວມໄປເຖິງປະເມີນຜົນການຝຶກອົບຮົມ ແລະ ອື່ນໆ ທີ່ສາມາດນໍາໃຊ້ຕົວຈິງໄດ້ເລີຍ.

ສໍາລັບເນື້ອໃນ ທີ່ນັກວິທະຍາກອນນຳມາຝຶກອົບຮົມໃນຄັ້ງນີ້ ປະກອບມີຫຼາຍຫົວຂໍ້ທີ່ໜ້າສົນໃຈ ເປັນຕົ້ນແມ່ນ: 1). ຂະບວນການຝຶກອົບຮົມ ແລະ ອຸປະກອນທີ່ຈໍາເປັນໃນການຝຶກອົບຮົມ; 2). ແຜນການຄັດຈ້ອນໃນການຝຶກອົບຮົມ; 3). ຈິດຕະວິທະຍາການຮຽນແບບຜູ້ໃຫຍ່ ແລະ ຫຼັກການຈື່ຈໍາ; 4). ຫຼັກການອອກແບບກິດຈະກໍາ ແລະ ເກມເພື່ອປະກອບການຮຽນຮູ້; 5). ວິທີຂຽນແຜນຝຶກອົບຮົມ, ການອອກແບບຝຶກອົບຮົມ, ຮ່າງວາລະຝຶກອົບຮົມ, ການລະດົມສະໝອງ, ບົດຝຶກຫັດ ແລະ ຫົວຂໍ້ອື່ນໆທີ່ຫຼາກຫຼາຍ.

ຊຸດຝຶກອົບຮົມດັ່ງກ່າວ, ຈັດຂຶ້ນເປັນເວລາ 2 ວັນ (ວັນທີ 26 - 27 ກັນຍາ 2020) ທີ່ໜອງທາ ເຊັນໂທຣ ພາກ (Nongtha Central Park) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ພາຍໃຕ້ການແບ່ງປັນຄວາມຮູ້ຂອງ ອາຈານ ທອງດີ ພົມມະວົງສາ, ຜູ້ອໍານວຍການສູນຝຶກທັກສະ ເຊິ່ງເປັນຜູ້ມີປະສົບການຫຼາຍກວ່າ 20 ປີໃນການເວົ້າຕໍ່ໜ້າມວນຊົນ ແລະ ຝຶກອົບຮົມທັງພາກລັດ ແລະ ເອກກະຊົນ.

ຄຽງຄູ່ກັນນັ້ນ, ບັນດານັກສໍາມະນາກອນຂອງທະນາຄານຮ່ວມທຸລະກິດລາວຫວຽດ ຍັງໄດ້ປະກອບ ຄໍາຄິດເຫັນເພື່ອແບ່ງປັນຄວາມຮູ້ ແລະ ປະສົບການຂອງໜ້າວຽກຕົວຈິງໄລຍະຜ່ານມາ ແລ້ວນໍາມາສົນທະນາຮ່ວມກັນກັບຄູຝຶກນຳອີກດ້ວຍ.

-----------------------------------------

ທະນາຄານຮ່ວມທຸລະກິດລາວຫວຽດ

⦅ຂົວຕໍ່ແຫ່ງຜົນສໍາເລັດ⦆

Hotline: 1440

LaoVietBank

www.laovietbank.com.la