ວັນສຸກ, 29/03/2024

.

ທະນາຄານຮ່ວມທຸລະກິດລາວຫວຽດ ຢ້ຽມຊົມຫ້ອງວາງສະແດງມູນເຊື້ອ ທະນາຄານ ແຫ່ງ ສປປ ລາວ.

ຄະນະຜູ້ບໍລິຫານ ທະນາຄານຮ່ວມທຸລະກິດລາວຫວຽດ ພ້ອມດ້ວຍພະນັກງານວິຊາການທຸກທົ່ວໜ້າ ໄດ້ເຂົ້າຢ້ຽມຊົມຫ້ອງວາງສະແດງມູນເຊື້ອຂອງທະນາຄານ ແຫ່ງ ສປປ ລາວ (ທຫລ) ເນື່ອງໃນໂອກາດສະຫຼອງວັນສ້າງຕັ້ງທະນາຄານ ແຫ່ງ ສປປ ລາວ ຄົບຮອບ 52 ປີ ( 07/10/1968 - 07/10/2020 ).

ໂອກາດນີ້, ຄະນະຜູ້ຮັບຜິດຊອບຫ້ອງວາງສະແດງມູນເຊື້ອຂອງທະນາຄານ ແຫ່ງ ສປປ ລາວ ກໍ່ໃຫ້ກຽດກ່າວຕ້ອນຮັບ ພ້ອມທັງອະທິບາຍເຖິງປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງທະນາຄານໃນແຕ່ລະໄລຍະນັບແຕ່ອະດີດຈົນເຖິງປັດຈຸບັນ. ນອກນັ້ນ, ຍັງອະທິບາຍໃຫ້ຮູ້ກ່ຽວກັບ ການນໍາໃຊ້ເງິນກີບນັບແຕ່ສະໄໝຕໍ່ສູ້ກູ້ຊາດ ຈົນຮອດໄລຍະການປົດປ່ອຍປະເທດຊາດ ແລະ ປະກາດ ເອກະລາດໃນວັນທີ 2 ທັນວາ 1975 ຈົນເຖິງປັດຈຸບັນ.

ໃນຕອນທ້າຍ, ຕາງໜ້າຄະນະຜູ້ບໍລິຫານທະນາຄານຮ່ວມທຸລະກິດລາວຫວຽດ ກໍ່ໄດ້ສະແດງ ຄວາມຂອບໃຈເປັນຢ່າງສູງ ມາຍັງຄະນະຮັບຜິດຊອບຫ້ອງວາງສະແດງທີ່ໃຫ້ໂອກາດພວກເຮົາເຂົ້າມາ ຢ້ຽມຊົມເພື່ອໄດ້ສຶກສາຮຽນຮູ້ ກ່ຽວກັບປະຫວັດຄວາມເປັນມາຂອງທະນາຄານ ແຫ່ງ ສປປ ລາວ ແລະ ການນໍາໃຊ້ເງິນເກີບໃນແຕ່ລະໄລຍະ.

ກິດຈະກໍາດັ່ງກ່າວ, ຈັດຂຶ້ນແຕ່ວັນທີ 23 - 25 ກັນຍາ 2020 ທີ່ຫ້ອງວາງສະແດງຂອງ ທະນາຄານ ແຫ່ງ ສປປ ລາວ.

----------------------------------

ທະນາຄານຮ່ວມທຸລະກິດລາວຫວຽດ

⦅ຂົວຕໍ່ແຫ່ງຜົນສໍາເລັດ⦆

Hotline: 1440

LaoVietBank

www.laovietbank.com.la