ວັນເສົາ, 20/04/2024

.

ທະນາຄານຮ່ວມທຸລະກິດລາວຫວຽດ - ສາຂາສະຫວັນນະເຂດ ໄດ້ມອບເງິນຊ່ວຍເຫຼືອໃຫ້ແກ່ໂຮງຮຽນສາມັນສຶກສາມິດຕະພາບລາວ-ຫວຽດ ແຂວງ ສະຫວັນນະເຂດ ມູນຄ່າ 7,000 ໂດລາສະຫະລັດ

ວັນທີ 23 ກັນຍາ 2019 ເນື່ອງໃນໂອາດໄຂສົກຮຽນໃໝ່ 2019-2020, ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ໄດ້​ມອບເງິນຊ່ວຍເຫຼືອໂຮງ​ຮຽນ​ສາ​ມັນ​ສຶກ​ສາ​ ມິດ​ຕະ​ພາບ​ລາວ​-ຫວຽດ ແຂວງ ສະ​ຫວັນ​ນະ​ເຂດ ມູນຄ່າ 7,000 ໂດລາສະຫະລັດ ເພື່ອປະກອບສ່ວນຊື້ພາຫະນະຮັບສົ່ງນັກຮຽນ ແລະ ອຸປະກອນການສິດສອນຈໍານວນໜຶ່ງ ແນ່ໃສ່ຍົກລະດັບຄຸນນະພາບການສິດສອນຂອງໂຮງຮຽນໃຫ້ດີຂຶ້ນກວ່າເກົ່າ

ຕາງ​ໜ້າ LaoVietBank ມອບ​ໂດຍ ທ່ານ ຟາມ ວັນ ຮາ - ຫົວ​ໜ້າ​ສາ​ຂາ​ LaoVietBank ແຂວງສະ​ຫວັນ​ນະ​ເຂດ ມອບຈໍານວນເງິນດັ່ງກ່າວ ເຊິ່ງຕາງ​ໜ້າ​ຮັບ​ໂດຍ ທ່ານ ເລືອງ​ໄຊ ບຸນ​ໂຊກວັນ ປະ​ທານ​ສະ​ມາ​ຄົມ​ຫວຽດ​ນາມ​ປະ​ຈຳ​ແຂວງ​ສະ​ຫວັນ​ນະ​ເຂດ

ໂຮງ​ຮຽນ​ສາ​ມັນ​ສຶກ​ສາ​ມິດ​ຕະ​ພາບ​ລາວ​-ຫວຽດ ໄດ້ສ້າງຂຶ້ນ ແລະ ຄຸ້ມຄອງໂດຍສະ​ມາ​ຄົມ​ຫວຽດ​ນາມ​ປະ​ຈຳ​ແຂວງ​ສະ​ຫວັນ​ນະ​ເຂດ. ປັດຈຸບັນໂຮງຮຽນມີນັກຮຽນທັງໝົດ 668 ຄົນ ເຊິ່ງເປັນລູກຫຼານຄົນຫວຽດນາມທີ່ອາໄສຢູ່ລາວ ແລະ ລູກຫຼານຄົນລາວທີ່ຢູ່ແຂວງສະຫວັນນະເຂດ

ພ້ອມດຽວກັນນັ້ນຢູ່ໃນເດືອນກັນຍາ2019, ທະນາຄານຮ່ວມທຸລະກິດລາວຫວຽດ ກໍ່ໄດ້ຊ່ວຍເຫຼືອປະຊາຊົນທີ່ປະສົບໄພນໍ້າຖ້ວມຢູ່ແຂວງສະວັນນະເຂດ ແລະ ແຂວງອັດຕະປື ລວມມູນຄ່າ 42 ລ້ານກີບ. ໃນນັ້ນ, ໄດ້ມອບຢາປົວພະຍາດ ແລະ ອຸປະກອນທີ່ຈໍາເປັນຕ່າງ ລວມມູນຄ່າ 32 ລ້ານກີບ ໃຫ້ແກ່ແຂວງສະຫວັນນະເຂດ ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນຢູ່ບັນດາແຂວງພາກໃຕ້ທີ່ປະສົບໄພນໍ້າຖ້ວມໃນຄັ້ງນີ້