ວັນອັງຄານ, 19/03/2024

.

ທະນາຄານຮ່ວມທຸລະກິດລາວຫວຽດ ໄດ້ຮັບການຄັດເລືອກເຂົ້າຮ່ວມໂຄງການ "ການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ" ຫຼື SME Access to Finance Project

ໃນຕອນເຊົ້າຂອງ ວັນທີ 01 ມິຖຸນາ 2018 ທີ່ເຂດພັດທະນາຄົບວົງຈອນໜອງທາ, ນະຄອນຫຼວງວຽງຈັນ. ໄດ້ຈັດພິທີເຊັນສັນຍາສະໜອງທຶນຂຶ້ນ ລະຫວ່າງ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ), ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທະນາຄານຮ່ວມທຸລະກິດລາວຫວຽດ. ການເຊັນສັນຍາຄັ້ງນີ້ ແມ່ນເປັນການສະໜອງແຫຼ່ງທຶນໃຫ້ແກ່ ທະນາຄານ ຮ່ວມທຸລະກິດ ລາວຫວຽດ ເພື່ອປ່ອຍເງິນກູ້ໃຫ້ແກ່  SME, ສຳລັບນຳໃຊ້ເຂົ້າໃນການລົງທຶນ, ການຂະຫຍາຍກິດຈະການ ແລະ ເປັນທຶນໝູນວຽນ ເຮັດໃຫ້ SME ສາມາດເຂົ້າເຖິງແຫຼ່ງທຶນໄດ້ຫຼາຍຂຶ້ນ ໂດຍຜ່ານ ທະນາຄານ ຮ່ວມທຸລະກິດ ລາວຫວຽດ. ເຂົ້າຮ່ວມພິທີເຊັນສັນຍາ ຕາງໜ້າໃຫ້ແກ່ກົມ ກສວ ແມ່ນ ທ່ານ ສົມດີ ອິນມີໄຊ; ຫົວໜ້າກົມ ກສວ ແລະ ທັງເປັນຜູ້ອຳນວຍການ ແລະ ກຳມະການບໍລິຫານກອງທຶນສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ, ຕາງໜ້າໃຫ້ທະນາຄານ ຮ່ວມທຸລະກິດ ລາວຫວຽດ ທ່ານ ຫງວຽນ ວັນ ບິ່ງ, ຜູ້ອຳນວຍການໃຫຍ່ ທະນາຄານ ຮ່ວມທຸລະກິດ ລາວຫວຽດ, ໂດຍຊ່ອງໜ້າ ທ່ານ ສົມຈິດ ອິນທະມິດ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບັນດາຫົວໜ້າກົມ ພ້ອມດ້ວຍຜູ້ຕາງໜ້າບັນດາຂະແໜງການຕ່າງໆທັງພາກລັດ ແລະ ພາກທຸລະກິດ.