ວັນອັງຄານ, 19/03/2024

.

ນັບແຕ່ວັນທີ 01/02/2018 LaoVietBank ໄດ້ເປີດບໍລິການ LaoVietBank QR Pay ໃນ LaoVietBank Smart Banking Application,

ນັບແຕ່ວັນທີ 01/02/2018 LaoVietBank ໄດ້ເປີດບໍລິການ LaoVietBank QR Pay ໃນ LaoVietBank Smart Banking Application,

  • ບໍລິການ LaoVietBank QR Pay ແມ່ນຄຸນລັກສະນະໃໝ່ໃນ LaoVietBank Smart Banking Application, ອະນຸຍາດໃຫ້ລູກຄ້າສາມາດນໍາໃຊ້ LaoVietBank Smart Banking ສະແກນ QR Code ເພື່ອໂອນເງິນ, ຊໍາລະໃບບິນ, ຊໍາລະຄ່າສິນຄ້າໃນເວລາຊື້ເຄື່ອງຢູ່ບັນດາຮ້ານຄ້າ..
  • ບໍລິການ LaoVietBank QR Pay ອະນຸຍາດໃຫ້ສະແກນ QR Code ຈາກຄັງຮູບພາບ ໃນໂທລະສັບມືຖື ຫຼື ສະແກນ QR ຂອງບັນຊີ/ໃບບິນ /ຄ່າບໍລິ ການ/ສິນຄ້າ ເຊິ່ງໄດ້ມີການຕັ້ງຄ່າ ຂໍ້ມູນໄວ້ ໃນລະຫັດດນັ້ນໂດຍສະເພາະ. ຫຼັງຈາກນັ້ນ, ຜູ້ນຳໃຊ້ປະຕິບັດຢັ້ງຢືນທຸລະກຳ (ດ້ວຍການປ້ອນລະຫັດ OTP ຫຼື ລາຍ ນິ້ວມື) ເພື່ອສຳເລັດທຸລະກຳ.
  • ບໍລິການ QR Pay ມີຢູໃນ LaoVietBank Smart Banking ແຕ່ Version 2.4.2 ຂື້ນໄປ (ຖ້າ Version ທີ່ນໍາໃຊ້ ທີ່ຕໍ່ກ່ອນແມ່ນຕ້ອງເຂົ້າ Google Play ຫຼື Apple Store ເພື່ອ update).
  • ເປົ້າໝາຍນໍາໃຊ້

ລວມມີ 02 ເປົ້າໝາຍ:

  • ເປົ້າໝາຍນໍາໃຊ້ບໍລິການ QR Pay: ແມ່ນລູກຄ້າບຸກຄົນຂອງ LaoVietBank ທີ່ນໍາໃຊ້ຜະລິດຕະ ພັນ LaoVietBank Smart Banking.
  • ເປົ້າໝາຍຫົວໜ່ວຍຍອມຮັບການຊໍາລະດ້ວຍ QR Pay: ບັນດາຮ້ານອາຫານ, ຮ້ານຄ້າ, ບໍລິການທີ່ມີຄວາມຕ້ອງການ ແລະ ຄົບເງື່ອນໄຂໃນການລົງທະບຽນຍອມຮັບການການຊໍາລະດ້ວຍ QR Pay.
  • ວິທີການຊໍາລະດ້ວຍ QR Pay wesit_TL.docx