ວັນອັງຄານ, 19/03/2024

.

ພິທີມອບລາງວັນລາຍການເງິນຝາກລຸ້ນຊັບຮັບໂຊກ ປີ 2017

 

ພິທີ​ມອບ​ລາງວັນ​ລາຍການ​ເງິນຝາກລຸ້ນຊັບ​ຮັບ​ໂຊກ ປີ 2017

ໃນ​ຕອນ​ເຊົ້າ​ວັນ​ທີ 15/03/2018, ຢູ່​​ທີ່​ສຳ​ນັກ​ງານ​ໃຫຍ່ ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາ​ວ​ຫວຽດ ອາ​ຄານ​ເລກ​ທີ 44 ຖະ​ໜົນ​ລ້ານ​ຊ້າງ, ບ້ານ​ຫັດ​ສະ​ດີ, ເ​ມືອງ​ຈັນ​ທະ​ບູ​ລີ ໄດ້​ຈັດ​ພິ​ທີ​ມອບ​ລາງວັນ​ລາຍ​ການ “​ເງິ​ນ​ຝາກ​ລຸ້ນ​ຊັບ​ຮັບ​ໂຊກ​ປີ 2017” ຂຶ້ນ ໂດຍ​ການ​ເຂົ້າ​ຮ່ວມ​​ພິ​ທີ​ລວມ​ມີ: ຕາງ​ໜ້າ​ພະ​ແນກ​ການ​ເງິນ, ພະ​ແນກ​ອຸດ​ສາ​ຫະ​ກຳ ​ແລະ ການ​ຄ້າ, ພະ​ແນ​ກຍຸດຕິ​ທຳ,  ປກສ ເມືອງຈັນທະ​ບູລີ ພ້ອມ​ດ້ວຍ ບັນ​ດາ​ສື່ມວນ​ຊົນ, ລູກ​ຄ້າ​ຜູ້​ຖືກ​ລາງວັນ ແລະ ບັນ​ດາ​ ຄະ​ນະ​ນຳ, ພະ​ນັກ​ງານ​ທະ​ນາ​ຄານຮ່ວມ​ທຸ​ລະ​ກິດ​ລາວ​ຫວຽດ.

ການມອບ​ລາງວັນ ເງິນ​ຝາກ​ລຸ້ນ​ຊັບ​ຮັບ​ໂຊກ ປີ 2017 ນີ້ ລວມມີ 21 ລາງວັນ​. ​ໃນ​ນັ້ນ, ມູນ​ຄ່າ​ລາງວັນ​ສູງ​ທີ່​ສຸດ​ໃນ​ຄັ້ງ​ນີ້​ແມ່ນ ລົດ​ໃຫ​ຍ່ ໂຕ​ໂຢ​ຕ້າ ຟໍ​ຈູນ​ເນີ້ ຈຳນວນ 1 ລາງວັນ ມູນ​ຄ່າ​ຫຼາຍ​ກວ່າ 400 ລ້ານ​ກີບ ​ເຊິ່ງ​ເປັນ​ຂອງ​ລູກ​ຄ້າ​ຜູ້​ໂຊກ​ດີ ​ທີ່​ມີ​ຕົວ​ເລກ​ຊີງ​ລາງວັນ​ເງິນ​ຝາກ​ແມ່ນ AF177659 ເຊິ່ງເຈົ້າຂອງຕົວເລກໂຊກດີແມ່ນ ທ່ານ ນ ບົວຈີນ ແກ້ວພິລາ ​ແລະ ຍັງ​ມີ​ລາງວັນ​ອື່ນໆ ອີກທີ່​ມອບ​ໃຫ້​ລູກ​ຄ້າ ຄື: 

- ລາງວັນທີ 2 ມີ 2 ລາງວັນ - ໂທ​ລະ​ພາບ​ສີ 75 ນິ້ວ

- ລາງວັນທີ 3 ມີ 3 ລາງວັນ - ລົດ​ຈັກ Honda wave 110 i

- ລາງວັນທີ 4 ມີ 5 ລາງວັນ - ​ ຈັກຊັກເຄື່ອງ.

- ລາງວັນທີ 5 ມີ 10 ລາງວັນ - ​ສາຍຄໍຄໍາໜັກ 2 ສະຫຼຶງ..

ເພື່ອຕອບສະໜອງຄວາມຕ້ອງການ, ການສະໜັບສະໜູນ​ ​ຈາກບັນ​ດາ​​ລູກ​ຄ້າ​ຂອງ​ ທ​ລວ ​ໃນ​ປີ 2017 ນີ້ ທາງ ​ທ​ລວ ກໍ່ຈະ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ລາຍ​ການ​ສົມ​ມະ​ນາ​ຄຸນ​ລູກ​ຄ້າ​ອີກ​ຫຼາຍໆລາຍ​ການ. ທ​ະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດລາວ ຫວຽດ ຫວັງ​​ຢ່າງ​ຍິ່ງວ່າ​ຈະ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​​ບັນ​ດາ​ລູກ​ຄ້າ ​ຫຼາຍ​ຂຶ້ນ​ຕື່ມ​​ໃນ​ຕໍ່ໜ້າ.