ວັນສຸກ, 29/03/2024

.

ສະຫາຍ ອີ ແທງ ຮ່າ ນີເອ ກາດໍາ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກກຸ່ມວິສະຫະກິດສູນກາງມາຢ້ຽມຢາມທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank)

ໃນວັນທີ 17/09/2019, ໃນໄລຍະການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ສະຫາຍ ອີ ແທງ ຮ່າ ນີເອ ກາດໍາ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກກຸ່ມວິສະຫະກິດສູນກາງພ້ອມດ້ວຍຄະນະໄດ້ມາ

ຢ້ຽມຢາມທະນາຄານຮ່ວມທຸລະກິດລາວຫວຽດ.

ໃນການເຮັດວຽກ ສະຫາຍ ຫງວຽນ ວັນ ບິ່ງ - ສະມາຊິກສະພາບໍລິຫານ, ຜູ້ອໍານວຍການໃຫຍ່ LaoVietBank ລາຍງານຜົນການດໍາເນີນທຸລະກິດຂອງ LaoVietBank ໃນຊຸມປີຜ່ານມາ. ມາຮອດວັນທີ 31/8/2019 LaoVietBank ລວມຍອດຊັບສົມບັດ ບັນລຸຫຼາຍກວ່າ 1,1 ຕື້ໂດລາສະຫະລັດ, ລວມຍອດລະດົມທຶນ ຈາກອົງການຈັດຕັ້ງ ແລະ ບຸກຄົນ ບັນລຸຫຼາຍກວ່າ 671 ລ້ານໂດລາສະຫະລັດ, ລວມຍອດໜີ້ສິນເຊື່ອ ບັນລຸຫຼາຍກວ່າ 776 ລ້ານໂດລາສະຫະລັດ, LaoVietBank ເປັນ 1 ໃນ ບັນດາທະນາຄານທີ່ໃຫຍ່ທີ່ສຸດຢູ່ ສປປ ລາວ, ເປັນອັນດັບທີ 3 ຢູ່ໃນບັນດາທະນາຄານ ທີ່ມີຂະໜາດການເຄື່ອນໄຫວໃຫຍ່ທີ່ສຸດ ຢູ່ ສປປ ລາວ. ດ້ວຍຜົນງານອັນດີເດັ່ນທີ່ຍາດມາໄດ້ LaoVietBank ໄດ້ຮັບບັນດາການຍ້ອງຍໍທີ່ລໍ້າຈາກລັດຖະບານ 2 ປະເທດ ຫວຽດນາມ-ລາວ ຄື: ຫຼຽນໄຊແຮງງານຊັ້ນ 3, ຫຼຽນໄຊແຮງງານຊັ້ນ 1, 2, 3 ແລະ ຫຼຽນໄຊມິດຕະພາບ.  

ໃນການເຮັດວຽກກັບຄະນະນໍາ ທະນາຄານຮ່ວມທຸລະກິດລາວຫວຽດ, ສະຫາຍ ອີ ແທງ ຮ່າ ນີເອ ກາດໍາ ໄດ້ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວຂອງ LaoVietBank ທີ່ຍາດມາໄດ້ໃນຕະຫຼອດ 20 ປີຜ່ານມາ. ຕໍ່ກັບການ ສະສົມປະສົມການໃນການດໍເນີນທຸລະກິດຢູ່ຕະຫຼາດການເງິນລາວມາຫຼາຍສິບປີ, LaoVietBank ປະຕິບັດໄດ້ດີເຖິງ ການຮັກສາ ແລະ ພັດທະນາທຶນ, ດໍາເນີນທຸລະກິດ ຢ່າງມີໝາກຜົນ, ລະບົບຕາໜ່າງເຄືອຂ່າຍໄດ້ເປີດກວ້າງໃນຫຼາຍ ແຂວງທີ່ມີການພັດທະນາຂອງ ສປປ ລາວ. ໂດຍສະເພາະ ທະນາຄານ BIDV ແລະ LaoVietBank ໄດ້ເອົາໃຈໃສ່ ວຽກງານກໍ່ສ້າງພະນັກງານທີ່ເປັນຄົນລາວ. ໄປຄຽງຄູ່ກັນນັ້ນ,  LaoVietBank ບໍ່ພຽງແຕ່ປະຕິບັດການດໍາເນີນທຸລະ ກິດໃຫ້ມີປະສິດທິພາບ, LaoVietBank ຍັງເປັນອົງກອນມີສ່ວນຮ່ວມຢ່າງຕັ້ງໜ້າ ໃນການຊ່ວຍເຫຼືອປະຊາຊົນຜູ້ ທຸກຍາກ, ແກ້ໄຂຜົນເສຍຫາຍຈາກໄພນໍ້າຖ້ວນ, ພະຍາດລະບາດ... ພ້ອມກັນນັ້ນ, LaoVietBank ຍັງໄດ້ປະກອບ ສ່ວນຢ່າງຕັ້ງໜ້າໃນການເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ສະໜິດແໜ້ນ ລະຫວ່າງ 2 ຊາດລາວ ແລະ ຫວຽດນາມ.

ຕາງໜ້າ BIDV ແລະ LaoVietBank ສະຫາຍ ຟານ ດຶກ ຕູ໋ - ປະທານສະພາບໍລິຫານ ທະນາຄານ ຫຸ້ນສ່ວນລົງທຶນການຄ້າ ແລະ ພັດທະນາ ຫວຽດນາມ (BIDV) ຕາງໜ້າບັນດາຕົວແທນການຄ້າ BIDV ຂໍຂອບໃຈ ຕໍ່ກັບການເອົາໃຈໃສ່ຂອງສະຫາຍ ອີ ແທງ ຮ່າ ນີເອ ກາດໍາ  ພ້ອມດ້ວຍຄະນະກຸ່ມວິສະຫະກິດສູນກາງ ທີ່ສະຫຼະເວລາ ມາຢ້ຽມຢາມ ແລະ ໃຫ້ກໍາລັງໃຈພະນັກງານ  LaoVietBank ໝົດທຸກຄົນເວົ້າສະເພາະ ແລະ ບັນດາຕົວແທນ BIDV ຢູ່ ສປປ ລາວ ເວົ້າລວມ. ພ້ອມກັນນັ້ນ ກໍ່ໄດ້ຮັບເອົາບັນດາຄໍາຄິດເຫັນຊີ້ນໍາຂອງ ສະຫາຍ ອີ ແທງ ຮ່າ ນີເອ ກາດໍາ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກກຸ່ມວິສະຫະກິດສູນກາງ ເພື່ອນໍາໄປປະຕິບັດໃນໄລຍະຕໍ່ໄປ.