ວັນເສົາ, 20/04/2024

.

ແຈ້ງການຂາຍລົດ Mercedes Benz S550

ຫ້ອງການທະນາຄານຮ່ວມທຸລະກິດລາວຫວຽດ ຂໍເຊີນບັນດາອົງການຈັດຕັ້ງ ແລະ ບຸກຄົນ ເຂົ້າຮ່ວມການປະມູນຊື້ລົດ Mercedes Benz  S550 ຂອງ ທລວ, ເຊິ່ງມີຂໍ້ມູນລະອຽດດັ່ງນີ້:

1. ພາກສ່ວນເຊີນປະມູນລາຄາ: ທະນາຄານຮ່ວມທຸລະກິດລາວຫວຽດ.
   -    ເບີໂທລະສັບ: 021-251418/Fax:021-212197.

2. ລາຍການປະມູນ: ຂາຍລົດ Mercedes Benz  S550.
   -    ຈຳນວນລົດ: 01 ຄັນ, ສະພາບລົດ: ດີ ແລະ ຍັງນຳໃຊ້ໄດ້ປົກກະຕິ.
   -    ໄລຍະເວລາທີ່ຊື້ລົດ: ເດືອນ 08 ປີ 2013.
   -    ກົງເຕີທີ່ແລ່ນໄດ້: 38,000 ກມ.
   -    ລາຄາຊື້ທໍາອິດ: 1,4 ຕື້ກີບ (ຫຼື ທຽບເທົ່າ 180,000 ໂດລາສະຫະລັດ).

3. ຮູບແບບການປະມູນ:
   ຍື່ນລາຄາດ້ວຍການໃສ່ຊອງ ແລະ ຕິດໄວ້, ຫຼັງຈາກນັ້ນ ເລືອກເອົາລາຄາສູງສຸດ.

4. ລາຄາເລີ່ມຕົ້ນ: 35,000 ໂດລາ (ສາມສິບຫ້າພັນໂດລາສະຫະລັດ).

5. ເປົ້າໝາຍທີ່ສາມາດເຂົ້າຮ່ວມການປະມູນ:     ບຸກຄົນ ແລະ ບັນດາອົງການຈັດຕັ້ງ ທີ່ຕ້ອງການເຂົ້າຮ່ວມການປະມູນ.

6. ຮູບແບບການຈັດຕັ້ງປະຕິບັດ.
   -    ບັນດາບຸກຄົນ, ອົງການຈັດຕັ້ງໃດຫາກມີຄວາມຕ້ອງການເຂົ້າຮ່ວມການປະມູນ ແມ່ນໃຫ້ສະເໜີລາຄາດ້ວຍການໃສ່ຊອງ ແລະ ຕິດໄວ້ ແລ້ວສົ່ງມາຍັງ ທະນາຄານຮ່ວມທຸລະກິດລາວຫວຽດ.
   -    ລະບຸຊື່ນາມສະກຸນ, ທີ່ຢູ່, ເບີໂທຕິດຕໍ່ ແລະ ລາຄາການປະມູນ.

7. ໄລຍະເວລາຈັດຕັ້ງປະຕິບັດ.    
   ໄລຍະເວລາສົ່ງຊອງປະມູນ: 26/01/2019 – 30/01/2019.  

(ຜູ້ປະສານງານ: ຫ້ອງການທະນາຄານຮ່ວມທຸລະກິດລາວຫວຽດ, ທີ່ຊັ້ນ 03, ຕຶກ 03 ຊັ້ນ, ເບີໂທລະສັບ: 021 251418-140, ຫຼື ປະສານ ທ່ານ ສອນໄຊ ໄຍບົວທອງ - ພະນັກງານຫ້ອງການ, ເບີໂທລະສັບ 020 5663 6668).

ອີງຕາມທິດຊີ້ນຳຂອງຜູ້ອຳນວຍການໃຫຍ່, ຫ້ອງການແຈ້ງມາຍັງບັນດາອົງການ, ບຸກຄົນທີ່ກ່ຽວຂ້ອງເພື່ອຊາບ ແລະ ເຂົ້າຮ່ວມການປະມູນຕາມເນື້ອໃນທີ່ໄດ້ລະບຸຂ້າງເທິງນັ້ນ.

=======