ແຈ້ງການເຊີນເຂົ້າຮ່ວມປະມູນ : "ຈັດຊື້ບໍລິການບຳລຸງຮັກສາ, ສ້ອມແປງ, ສະໜອງອຸປະກອນປ່ຽນ ແທນໃຫ້ແກ່ຕູ້ເອທີເອັມ 15 ຕູ້ລຸ້ນ NCR SelfSevr 22 ນຳໃຊ້ໃນປີ 2016"
1. ຊື່ຜູ້ເຊີນປະມູນ: ທະນາຄານຮ່ວມທຸລະກິດລາວຫວຽດ
- ເລກໂທລະສັບ: 021-251418/ແຟັກ: 021-212197
2. ຊື່ສິນຄ້າປະມູນ: ຈັດຊື້ບໍລິການບຳລຸງຮັກສາ, ສ້ອມແປງ, ສະໜອງອຸປະກອນປ່ຽນ ແທນໃຫ້ແກ່ຕູ້ເອທີເອັມ 15 ຕູ້ລຸ້ນ NCR SelfSevr 22 ນຳໃຊ້ໃນປີ 2016.
3. ຮູບການເລືອກເຟັ້ນຜູ້ປະມູນ: ສະເໜີລາຄາແຂ່ງຂັນ.
4. ເວລາແຈກຢາຍຟອມເອກະສານປະມູນ: ແຕ່ 14 ໂມງ 00 ວັນທີ 21 ເດືອນ 11 ປີ 2017 ຮອດ 14 ໂມງ 00 ວັນທີ 11 ເດືອນ 12 ປີ 2017.
5. ສະຖານທີ່ແຈກຢາຍຟອມເອກະສານປະມູນ: ພະແນກຫ້ອງການ – ທະນາຄານຮ່ວມທຸລະກິດລາວຫວຽດ – ອາຄານ 3 ຊັ້ນ.
6. ກຳນົດເວລາສົ່ງຟອມເອກະສານປະມູນ: ຊ້າສຸດບໍ່ໃຫ້ກາຍ 14 ໂມງ 00, ວັນທີ 11 ເດືອນ 12 ປີ 2017 ຢູ່ທີ່ພະແນກຫ້ອງການ – ທະນາຄານຮ່ວມທຸລະກິດລາວຫວຽດ – 44 ຖະໜົນລ້ານຊ້າງ – ນະຄອນຫຼວງວຽງຈັນ.
(ເອກະສານເຂົ້າຮ່ວມປະມູນແມ່ນສົ່ງໃຫ້: ພະແນກຫ້ອງການ ຊັ້ນ 3 ອາຄານ 3 ຊັ້ນທະນາຄານຮ່ວມທຸລະກິດລາວຫວຽດ, ໂທ: 021 251418 ກົດ 140 ຫຼື ຕິດຕໍ່ ທ້າວ ສອນໄຊ ໂທ: 020 99560220)
ຂໍຂອບໃຈ.