ວັນສຸກ, 29/03/2024

.

ແຕ່ວັນທີ 28/09/2017 LaoVietBank ໄດ້ເປີດການນໍາໃຊ້ Internet Banking ໃຫັກັບລູກຄ້າເປັນທາງການ.

ເພື່ອເປັນການເພີ້ມຜະລິດຕະພັນທີຫຼາກຫຼາຍເຊິ່ງນຳເອົາຄວາມສະດວກສະບາຍມາໃຫ້ແກ່ລູກຄ້າ, ເລີ່ມແຕ່ວັນທີ 28/09/2017 LaoVietBank ໄດ້ເປີດການນໍາໃຊ້ Internet Banking ໃຫັກັບລູກຄ້າເປັນທາງການ.

Internet Banking ແມ່ນຊ່ອງທາງໜຶ່ງທີ່ລູກຄ້າສາມາດນຳໃຊ້ຄອມພິວເຕີ, ບັນດາອຸປະກອນມືຖື (ໂທລະສັບມືຖື, ແທັບແລັດ,...) ເພື່ອເຂົ້້າລະບົບ Digital Banking ຂອງ LaoVietBank ເພື່ອນຳໃຊ້ບັນດາບໍລິການທະນາຄານ (ຄືກັນກັບຊ່ອງທາງ MobileBanking) ເຊິ່ງບໍ່ຈຳເປັນຕ້ອງດາວໂຫລດ Applicatioin. ລູກຄ້ານໍາໃຊ້ MobileBanking ດຽວກັນກັບທີ່ນຳໃຊ້ໃນ Mobile Banking.

ໃນເວລາທີ່ລູກຄ້ານຳໃຊ້ບັນດາອຸປະກອນມືຖືເພື່ອເຂົ້້າສູ່ລະບົບ Internet Banking, ລະບົບຈະສະແດງໜ້າຕ່າງທີ່ຫຍໍ້ລົງແບບອັດຕະໂນມັດ, ຫຍໍ້ໜ້າຕ່າງລົງໃຫ້ແທດເໝາະຕາມແຕ່ລະອຸປະກອນມືຖືເພື່ອເປັນການສ້າງຄວາມສະດວກສະບາຍ ແລະ ສະດວກໃນການນຳໃຊ້ໃກ້ແກ່ລູກຄ້າ (Responsive).

ເປົ້າໝາຍນຳໃຊ້ ບໍລິການ InternetBanking: ລູກຄ້າຂອງ LaoVietBank ທີ່ລົງທະບຽນນໍາໃຊ້ບໍລິການ MobileBanking, Internet Banking

ບັນດາບໍລິການທີ່ເປີດນໍາໃຊ້:

  • ເບິ່ງຂໍ້ມູນບັນຊີ (ບັນຊີຊຳລະສະສາງ, ເງິນຝາກປະຫຍັດ, ເງິນຝາກມີກຳນົດ, ບັນຊີເງິນກູ້)
  •  ໂອນເງິນພາຍໃນລະບົບ
  •  ໂອນເງິນນອກລະບົບ
  •  ໂອນເງິນເປັນກຸ່ມພາຍໃນລະບົບ
  •  ໂອນເງິນເປັນງວດ (ຕາມທີ່ລູກຄ້າກຳນົດເວລາ)
  •  ຊໍາລະໃບບິນ
  • ຊໍາລະໃບບິນ (ຕາມທີ່ລູກຄ້າກຳນົດເວລາ)
  • ເຕີມມູນຄ່າເບີໂທ (ເຄືອຂ່າຍ Unitel, ETL, Lao Telelecom)
  • ຂໍ້ມູນອັດຕາແລກປ່ຽນ, ດອກເບ້ຍ, ຊອກຫາທີ່ຕັ້ງສາຂາ, ຈຸດທີ່ຕັ້ງເອທີເອັມ

ນະໂຍບາຍກ່ຽວກັບຄ່າທຳນຽມ, ວົງເງິນ, ສ່ວນຫຼຸດ: ປະຕິບັດຕາມນະໂຍບາຍທີ່ກຳລັງນໍາໃຊ້ໃຫ້ກັບຜະລິດຕະພັນ MobileBanking.

ແນະນຳການນຳໃຊ້ LaoVietBank Intenet Banking:

  • ພາສາລາວ:

        ຊ່ອງທາງເຂົ້ານຳໃຊ້

  • ພາສາຫວຽດນາມ:

           ຊ່ອງທາງເຂົ້້ານຳໃຊ້

ທີ່ຢູ່ເຂົ້າຫາລະບົບ:

ລູກຄ້າສາມາດເຂົ້າລະບົບ LaoVietbank Internet Banking ຜ່ານ 2 ວິທີ:

  • ວິທີ 1: ເຂົ້າລະບົບຜ່ານ  webiste ຂອງ LaoVietBank ຕາມທີ່ຢູ່  http://www.laovietbank.com.la, ຫຼັງຈາກນັ້ນເລືອກຂໍ້ ການເຂົ້າສູ່ບໍລິການ LaoVietBank Digital Banking ສຳລັບລູກຄ້າບຸກຄົນ.
  •  ວິທີ 2: ເຂົ້າລະບົບໂດຍກົງຜ່ານທາງເຊື່ອມຂອງ Internet Banking ຕາມທີ່ຢູ່ລຸ່ມນີ້:  https://ebank.laovietbank.com.la/IBSRetail/
  • ຖ້າຫາກລູກຄ້າເຂົ້າຜ່ານໂທລະມືຖື, ລູກຄ້າສາມາດຕິດຕັ້ງໜ້າຕາງນີ້ອອກໄວ້ນອກໜ້າຕ່າງ Home screen ຂອງໂທລະສັບມືຖືເພື່ອນຳໃຊ້ສະດວກເຊີ່ງບໍ່ຕ້ອງເຂົ້າຜ່ານຫລາຍຂັ້ນຕອນ (ຕາມຟາຍແນະນຳຕິດຂັດ).

ເອົາໃຈໃສ່: ເພື່ອຫຼຸດຄວາມສ່ຽງ, ຮັບປະກັນຄວາມປອດໄພ, ລູກຄ້າຕ້ອງເອົາໃຈໃສ່:

  •  ລູກຄ້າຕ້ອງໄດ້ຮັກສາ username, ລະຫັດເຂົ້າລະບົບຂອງຕົນ. ບໍ່ໃຫ້ຜູ້ອື່ນຢືມ ຫຼື ເປີດເຜີຍຜູ້ອື່ນຮູ້.
  • ໃນເວລາທີ່ລູກຄ້າ login ເຂົ້າລະບົບ ແລະ ໃນເວລາບໍ່ມີຄວາມຕ້ອງການທີ່ຈະນຳໃຊ້ອີກແມ່ນຕ້ອງໄດ້ແນະນຳລູກຄ້າຕ້ອງ logout ອອກຈາກລະບົບເພື່ອປ້ອງກັນຄວາມປອດໄພ.
  • ໃນເວລານຳໃຊ້ຄອມພິວເຕີເພື່ອເຂົ້າລະບົບ InternetBanking ຕ້ອງນຳໃຊ້ຄອມພິວເຕີສ່ວນຕົວ, ບໍ່ນຳໃຊ້ຄອມພິວເຕີໃນສະຖານທີສາທາລະນະ, ບໍ່ນຳໃຊ້ຄອມພິວເຕີທີ່ມີຫຼາຍຄົນໃຊ້. ພ້ອມກັນນັ້ນຕ້ອງໄດ້ກວດກາອົງປະກອບລະບົບຄວາມປອດໄພໃນ Internet Banking ຂອງ LaoVietBank ແມ່ນ: ໃນເວລາເຂົ້າສູ່ໜ້າຕາງ Internet Banking, ໃນຊ່ອງປ້ອນທີ່ຢູ່ຈະສະແດງສັນຍາລັກໜ່ວຍກຸນແຈ ແລະ ຕົວໜັງສື “LAO-VIET BANK CO,LTD (LA)” ຢູ່ທາງໜ້າຕາມຮັບລຸ່ມນີ້. ຖ້າບໍ່ເຫັນສັນຍາລັກໜ່ວຍກຸນແຈ ແລະ ຕົວໜັງສື “LAO-VIET BANK CO,LTD (LA)” ນັນແມ່ນໜ້າຕ່າງປອມແປງເຊິ່ງຈະບໍ່ແມ່ນຂອງ LaoVietBank.

  • ຖ້າລູກຄ້ານຳໃຊ້ໂທລະສັບມືຖືເພື່ອເຂົ້າລະບົບ InternetBanking ຂອງ LaoVietBank, ຕ້ອງໄດ້ກວດກາທີ່ຢູ່ມີ່ຖືກຕ້ອງຕາມ https://ebank.laovietbank.com.la/IBSRetail/, ພ້ອມກັນນັ້ນກວດກາອົງປະກອບລະບົບຄວາມປອດໄພໃນ InternetBanking ຂອງ LaoVietBank ແມ່ນ: ໃນເວລາເຂົ້າສູ່ໜ້າຕາງ Internet Banking, ໃນຊ່ອງປ້ອນທີ່ຢູ່ຈະສະແດງສັນຍາລັກໜ່ວຍກຸນແຈຢູ່ໃນຫົວແຖວ (ຖ້າກົດເລືອກໃສ່ລະຫັດນີ້ຈະສະແດງຂໍ້ມູນ LaoVietBank – eBanking Personal). ຖ້າຫາກບໍ່ມີນັ້ນແມ່ນໜ້າຕ່າງປອມແປງ ເຊິ່ງບໍ່ແມ່ນຂອງ LaoVietBank.