ວັນສຸກ, 26/04/2024

.

ສິນ​ເຊື​່ອ​ເບີກ​ເກ​ີນ​ບັນ​ຊີ

ສິນເຊື່ອເບີກເກີນບັນຊີ (Overdraft).

ສິນເຊື່ອເບີກເກີນບັນຊີ (Overdraft) ແມ່ນເງິນກູ້ສຳລັບລູກຄ້າ ທີ່ມີຄວາມຕ້ອງການໃຊ້ຈ່າຍ ເງິນເກີນເງິນໃນບັນຊີທີ່ເປີດກັບທະນາຄານ, ເພື່ອຕອບສະໜອງ ຄວາມຕ້ອງການເງິນດ່ວນຂອງ ລູກຄ້າ, ຈ່າຍດອກເບ້ຍຕາມຈຳນວນເງິນທີ່ກູ້ຢືມ, ຄິດໄລ່ຕາມມື້ນຳໃຊ້ເງິນຕົວຈິງ ແລະ ອັດຕາ ດອກເບ້ຍຕາມການ ກຳນົດຂອງທະນາຄານ. ຫຼືເວົ້າອີກຢ່າງໜຶ່ງ, ສິນເຊື່ອເບີກເກີນບັນຊີອະນຸ ຍາດໃຫ້ບຸກຄົນ ທີ່ມີບັນຊີເງິນຝາກ ສາມາດຖອນເກີນເງິນທີ່ຕົວເອງມີ ຕາມວົງເງິນທີ່ໄດ້ຮັບການ ອະນຸມັດ.

ຄຸນປະໂຫຍດ   

-    ຊ່ວຍເສີມ​ສະພາບ​ຄ່ອງ ​ດ້ານ​ທຶນ​ໝູນວຽນ​ໃຫ້​ກັບ​ລູກ​ຄ້າ​ ໃນ​ຊ່ວງ​ລໍຖ້າ​ຊໍາລະ​ສະ​ສາງ;

-    ອະນຸມັດ​ເງິນ​ໄວ​; 

-    ການ​ປະກອບ​ເອກະສານ ​ເພື່ອ​ກູ້​ຢືມງ່າຍດາຍ ແລະ ກະທັດຮັດ​​, ປະຢັດ​ເວລາ​;

-    ການ​ໄລ່​ດອກ​ເບ້ຍ​ແມ່ນ​ໄລ່​ຕາມ​ຈຳນວນ​ມື້​ທີ່​ນຳ​ໃຊ້​ເງິນ​ຕົວ​ຈິງ;

-    ທ່ານ​ສາມາດ​ຊໍາລະ​ໄດ້​ທັນທີ ​ເມື່ອມີ​ສະພາບ​ຄ່ອງ​ເປັນ​ປົກ​ກະຕິ.

ປະເພດລູກຄ້າ

-    ແມ່ນບຸກຄົນສັງກັດກັບໜ່ວຍງານທີ່ຈ່າຍເງິນເດືອນຜ່ານ ATM ຂອງ ທລວ.

ຄຸນລັກສະນະ.

-    ສະກຸນເງິນທີ່ໃຫ້ກູ້ຢືມ : ກີບ, ໂດລາສະຫະລັດ, ບາດໄທ… ເໝາະສົມກັບເປົ້າໝາຍນໍາໃຊ້ ຕົວຈິງ;

-    ໄລຍະເວລາການກູ້ຢືມ : ສູງສຸດ 12 ເດືອນ;

-    ຮູບແບບການກູ້ຢືມ : ຫຼັງຈາກໄດ້ຮັບການອະນຸມັດ, ລູກຄ້າສາມາດຖອນເງິນ ໄດ້ທັນທີຕາມ ຈຳນວນເງິນທີ່ໄດ້ຮັບການອະນຸມັດ;

-    ອັດຕາດອກເບ້ຍ : ຕາມຂໍ້ກຳນົດຂອງ ທລວ ຕາມແຕ່ລະໄລຍະ;

-    ຫຼັກຊັບຄໍ້າປະກັນ : ສຳລັບລູກຄ້າສ່ວນບຸກຄົນ ແມ່ນບໍ່ຈຳເປັນຕ້ອງມີ ຫຼັກຊັບຄ້ຳປະກັນ ຖ້າວ່າລູກຄ້າ ແມ່ນພະນັກງານທີ່ສັງກັດ ກັບໜ່ວຍງານທີ່ເບີກຈ່າຍເງິນເດືອນຜ່ານບັດ ATM ຂອງ ທລວ (ພຽງແຕ່ຄ້ຳ ປະກັນດ້ວຍ ຄວາມເຊື່ອຖືຂອງໜ່ວຍງານ ທີລູກຄ້າກຳລັງ ເຮັດວຽກຢູ່).

ເງື່ອນໄຂການກູ້ຢືມ.

-    ຜູ້ກູ້ຢືມຕ້ອງມີອາຍຸຕັ້ງແຕ່ 18 ປີ ເຖິງ 55 ປີ (ສຳລັບຜູ້ຍິງ) ແລະ 60 ປີ (ສຳລັບຜູ້ຊາຍ). ແຕ່ບໍ່ເກີນອາຍຸການເຮັດວຽກທີ່ຍັງເຫຼືອຂອງໜ່ວຍງານທີ່ລູກຄ້າສັງກັດຢູ່;

-    ມີລາຍຮັບເປັນປົກກະຕິ, ໝັ້ນຄົງ ແລະ ເບີກຈ່າຍເງິນເດືອນຜ່ານບັນຊີເງິນຝາກຂອງ ທລວ;

-    ມີທີ່ຢູ່ເປັນຫຼັກແຫຼ່ງ;

-    ເຄີຍພົວພັນສິນເຊື່ອ ຫຼື ເງິນຝາກ (ຕໍ່າສຸດເທົ່າກັບວົງເງິນ OD) ກັບ ທລວ ແລະ ມີຄວາມ ເຊື່ອຖືກັບ ທລວ.

ເອກະສານການກູ້ຢືມ

-    ໃບສະເໜີຂໍເປີດວົງເງິນ OD (ຕາມແບບຟອມ ທລວ);

-    ສຳມະໂນຄົວ;

-    ບັດປະຈຳຕົວ ຫຼື ໜັງສືຜ່ານແດນ ທີ່ຍັງມີຜົນສັກສິດ;

-    ຂໍ້ຕົກລົງຄັດເລືອກພະນັກງານ (ຂໍ້ຕົກລົງແຕ່ງຕັ້ງ ສຳລັບກໍລະນີລູກຄ້າລະດັບຫົວໜ້າ, ການ ນຳ) ສັນຍາແຮງງນ;

-    ໃບຢັ້ງຢືນຖານະການເງິນ ຕໍ່າສຸດ 03 ເດືອນ ກ່ອນເວລາກູ້ຢືມ;

-    ໃບຮັບປະກັນຈາກໜ່ວຍງານທີ່ລູກຄ້າກຳລັງເຮັດວຽກຢູ່.

ຕິດ​ຕໍ່​ພົວພັນ:

ສອບ​ຖາມ​ຂໍ້​ມູນ​ເພີ່ມ​ເຕີມ, ກະ​ລຸນາ ຕິດ​ຕໍ່​ພົວພັນໂດຍ​ກົງ ກັບ​ພະນັກງານ ພະ​ແນ​ກ ພົວພັນ​ລູກ​ຄ້າ.​​ໂທລະ​ສັບ: 021 216316. Email:Phongquanhekhachhang@yahoo.com.