.
I. ແນະນໍາກາຽວກັບການເງິນລະຫວ່າງບັນຊີພາຍໃນລະບົບຜ່ານການບໍລິການ LSMS ຂອງ LAOVIETBANK:
LSMS (Lao Viet Bank SMS) ແມ່ນການບໍ ລິການເອເລັກໂຕຼນິກທະນາຄານຂອງ LaoVietBank, ນຳໃຊ້ເພື່ອສົ່ງ ແລະ ຮັບຂໍ້ຄວາມຜ່ານໂທລະສັບມືຖື ຜ່ານເບີໂທສູນກາງໃນການສົ່ງຂໍ້ຄວາມຂອງ LaoVietBank. LSMS ສະໜອງບັນດາຂໍ້ມູນ: - ຂໍ້ມູນກ່ຽວກັບບັນຊີເງິນຝາກ: ລວມມີບັນດາຂໍ້ ມູນຍອດເຫຼືອບັນຊີ, 05 ທຸລະກຳທີ່ຜ່ານມາ (ໃກ້ສຸດ) ຂອງບັນຊີ, ທຸລະກຳທີເກີດຂື້ນໃນເວລາບັນ ຊີມີການຈົດມີ, ຈົດໜີ້.. - ບັນດາຂໍ້ມູນກ່ຽວກັບLVB: ຂໍ້ມູນກ່ຽວກັບອັດຕາ,ດອກ ເບ້ຍຂອງ LVB - ບັນດາຂໍ້ມູນອື່ນ: ຄ່າທຳນຽມນຳໃຊ້ບໍລິການ LSMS ຂອງລູກຄ້າພາຍໃນໄຕມາດ, ຢຸດນຳໃຊ້ບໍລິການ ແລະ ລົງທະບຽນນຳໃຊ້ບັນດາບໍລິການທີ່ໄດ້ລົງທະບຽນ ຄືນ, ... - ນຳໃຊ້ໄດ້ທຸກເຄື່ອຂ່າຍໂທລະຄົມທີ່ກຳລັງເຄື່ອນ ໄຫວຢູ່ລາວ. 2. ເປົ້າໝາຍໃນການນຳໃຊ້ບໍລິການໂອນເງິນຜ່ານ LSMS: - ແມ່ນບັນດາລູກຄ້າທັງໝົດທີ່ມີບັນຊີເງິນຝາກປະເພດເງິນກີບຢູ່ກັບ LaoVietBank ແລະ ນຳໃຊ້ເບີໂທລະ ສັບມືຖືຂອງທຸກເຄື່ອຂ່າຍຢູ່ລາວ (ETL, LTC, Unitel, Beeline) 3. ບັນດາບໍລິການທີ່ LSMS ສະໜອງ: LSMS ສະໜອງໃຫ້ກັບລູກຄ້ສບັນດາບໍລິການດັ່ງ ລຸ່ມນີ້: - ເບິ່ງຄຶຶນທຸລະກຳການເຄື່ອນໄຫວບັນຊີ (ຍອດເຫຼືອ, ທຸລະກຳການເຄື່ອນໄຫວ.....) - ທຸລະກໍາທາງການເງິນ: ການໂອນເງິນ ລະຫວ່າງບັນຊີພາຍໃນລະບົບຂອງ LaoVietBank - ບໍລິການຂໍ້ຄວາມແຈ້ງອັດໂຕໂນມັດ: + ລູກຄ້າຈະໄດ້ຮັບຂໍ້ຄວາມໃນແຕ່ລະຄັ້ງທີ່ບັນຊີມີ ການເຄື່ອນໄຫວ. + ທະນາຄານມີລາຍການການສົມມະນາຄຸນໃຫ້ກັບ ລູກຄ້າ. 4. ຮູບແບບການຈ່າຍຄ່າທຳນຽມ: - ສຳລັບການບໍລິການໂອນເງິນລະຫວ່າງບັນຊີພາຍໃນລະບົບ LaoVietBank: ລະບົບຈະເກັບຄ່າທຳນຽມ ພ້ອມໃນເວລາປະຕິຍັດທຸລະກຳໂອນເງິນຜ່ານໂທລະສັບ. - ສຳຫລັບລູກຄ້າທີ່ເຮັດທຸລະກຳມອບ, ຖອນ ແລະ ບັນດາລາຍງານການປ່ຽນແປງຂອງບັນຊີ ຫລື ລູກ ຄ້າທີ່ນຳໃຊ້ການບໍລິການສອບຖາມກ່ຽວກັບບັນຊີຜ່ານລະ ບົບ LSMS. ໂດຍລະບົບ LSMS ຈະບັນທຶກການບໍລິການ ຂອງລູກຄ້າ ແລະຈະເກັບຄ່າທຳນຽມການບໍລິການເປັນທຸກໆໄຕມາດ. 5. ຜົນປະໂຫຍດທີ່ລູກຄ້າຈະໄດ້ຮັບໃນການນຳໃຊ້ບໍລິການໂອນເງິນພາຍໃນລະບົບ LaoVietBank ຜ່ານ LSMS: - ລູກຄ້າສາມາດປະຕິບັດທຸລະກຳໂອນເງິນພານໃນລະບົບ LaoVietBank ໄດ້ທຸກບ່ອນ, ທຸກເວລາໂດຍທີ່ ລູກຄ້າບໍ່ຈຳເປັນເຂົ້າມາທະນາຄານ. - ລູກຄ້າສາມາດຄຸ້ມຄອງບັນດາບັນຊີຂອງຕົນດ້ວຍວິທີການທີ່ມີໝາກຜົນສຸດໂດຍຜ່ານການໄດ້ຮັບການອັບເດດບັນດາຂໍ້ມູນກ່ຽວກັບສະຖານະຂອງບັນຊີເງິນຝາກ, ບັນຊີເງິນກູ້… - ໄດ້ຮັບການສະໜອງຂໍ້ມູນກ່ຽວກັບຜະລິດຕະພັນບໍລິການໃໝ່ຂອງ LaoVietBank; - ເອກະສານການລົງທະບຽນງ່າຍດາຍ. 6. ເອກະສານການລົງທະບຽນ: - ເອກະສານການລົງທະບຽນນຳໃຊ້ບໍລິການໂອນ ເງິນພາຍໃນລະບົບ LaoVietBank ຜ່ານ LSMS ຕາມ ແບບຟອມ 1A (ບຸກຄົນ), 1B (ບໍລິສັດ, ອົງການຈັດຕັ້ງ) - ເອກະສານການລົງທະບຽນປ່ຽນແປງຂໍ້ມູນໃນ ການນຳໃຊ້ບໍລິການໂອນເງິນພາຍໃນລະບົບ LaoVietBank ຜ່ານ LSMS ຕາມ ແບບຟອມ 2A (ບຸກຄົນ), 2B (ບໍລິສັດ, ອົງການຈັດຕັ້ງ) - ບັດປະຊາຊົນຂອງລູກຄ້າ - ເອກະສານຢັ້ງຢືນທາງດ້ານກົດໝາຍຂອງເຈົ້າຂອງ ບັນຊີ/ຫຼືຜູ້ຕາງໜ້າທີ່ຖືກຕ້ອງຕາມກົດໝາຍຂອງເຈົ້າ ຂອງບັນຊີ. |
|
7. ຈຳນວນມູນຄ່າຂອງທຸລະກຳ: - 2,000,000 LAK/ 01 ລາຍການ. ໃນມື້ໜຶ່ງສາມາດ ປະຕິບັດລາຍການໄດ້ສູງສຸດ 05 ທຸລະກຳ |
II. ຄ່າທຳນຽມ LSMS ຂອງ LaoVietBank
ອີງຕາມແຈ້ງການເລກທີ:409/CV-NVKHTT, ລົງວັນທີ 21/02/2014 ກ່ຽວກັບການດັດແກ້ຄ່າທຳນຽມບໍລິການ LSMS ແລະ ອີງຕາມແຈ້ງການເລກທີ:259/CV-LVB ລົງວັນທີ 25/01/2016
ລດ |
ຄ່າທຳນຽມ |
ລູກຄ້າບຸກຄົນ |
ລູກຄ້າອົງການຈັດຕັ້ງ |
---|---|---|---|
1 |
ຄ່າທຳນຽມລົງທະບຽນນຳໃຊ້ບໍລິການ |
ບໍ່ເກັບ |
ບໍ່ເກັບ |
2 |
ຄ່າທຳນຽມປະຈຳເດືອນ |
5,000 LAK/ເດືອນ |
20,000 LAK/ເດືອນ |
3 |
ຄ່າທຳນຽມທີ່ເກີດຂື້ນຕາມທຸລະກຳ (ຂໍ້ຄວາມ) |
200 LAK/ຂໍ້ຄວາມ |
200 LAK/ຂໍ້ຄວາມ |
4 |
ຄ່າທຳນຽມໂອນເງິນພາຍໃນລະບົບ LaoVietBank |
500 LAK/ລາຍການ |
500 LAK/ລາຍການ |
III. ບັນດາຂັ້ນຕອນການລົງທະບຽນນຳໃຊ້ບໍລິການ LSMS
ແຜນວາດ: ຂັ້ນຕອນການລົງທະບຽນນຳໃຊ້ບໍລິການ LSMS