ວັນຈັນ, 06/05/2024

.

ບັດ My Avatar

ບັດຈົດໝີ້ MY AVATA

1. ຄວາມສາມາດຂອງບັດ

- ພິມຮູບພາບຂອງເຈົ້າຂອງບັດ ຫລື ຄົນສະນິດຂອງເຈົ້າຂອງບັດຂື້ນດ້ານໜ້າຂອງບັດ.

- ຖອນເງິນສົດຢູ່ຕູ້ ATM ຜ່ານລະບົບຂອງ Laps ແລະ Napas.

- ໂອນເງິນພາຍໃນລະບົບຂອງ LaoVietBank;

- ຊຳລະໃບບິນບໍລິການໂທລະຄົມ Unitel, LTC, ETL;

- ຊຳລະຄ່ານໍ້າປະປາ ແລະ ໄຟຟ້່າ

- ກວດກາຍອດເຫລືອຈຳນວນເງິນໃນບັນຊີ, ພິມບັນດາລາຍການທຸລະກຳຫລ້າສຸດ.

- ສາມາດເຊື່ອມຕໍ່ເລກບັນຊິີສ່ວນຕົວໄດ້ 4 ບັນຊີ

- ບໍ່ອອກບັດສຳຮອງໃນປະເພດດຽວກັນ.

2. ວົງເງິນນຳໃຊ້

ປະເພດທຸລະກຳ

ວົງເງິນ

ເງິນສົດ

ຈຳນວນເງິນສູງສຸດ/ຄັ້ງ

2.000.000 KIP

ຈຳນວນເງິນຕໍ່າສຸດ/ຄັ້ງ

10.000 KIP

ຈຳນວນເງິນສູງສຸດ/ມື້

10.000.000 KIP

ຈຳນວນຄັ້ງສູງສຸດ/ມື້

10 lần

ເງິນໂອນ

ຈຳນວນເງິນສູງສຸດ/ມື້

50.000.000 KIP

ຈຳນວນຄັ້ງສູງສຸດ/ມື້

  1. n
 

3. ເງື່ອນໄຂການອອກບັດ

- ບຸກຄົນທີ່ເປັນຄົນລາວ ຫລື ຄົນຕ່າງປະເທດທີ່ດຳລົງຊີວິດຢູ່ລາວ ມີຄວາມຕ້ອງການນຳໃຊ້ບັດ ໂດຍຕອບ ສະໜອງບັນດາເງື່ອນໄຂຕ່າງໆໃນການອອກບັດ, ນຳໃຊ້ບັດຂອງ LaoVietbank ແລະ ລະບຽບກົດ ໝາຍ.

- ມີບັນຊີເປີດຢູ່ LaoVietbank.

4. ຂັ້ນຕອນການອອກບັດ              

- ປະກອບເອກະສານອອກບັດລວມມີບັນດາເອກະສານດັ່ງນີ້:

+ ໃບສະເໜີອອກບັດ ແລະ ສັນຍາການນຳໃຊ້ບັດ (ລາຍລະອຽດຕາມແບບຟອມ)

+ ສຳເນົາບັດປະຈຳຕົວ/ໝັງສືຜ່ານແດນ (ເອົາສະບັບແທ້ມາເພື່ອສົມທຽບ)

- ຫລັງຈາກທີ່ທະນາຄານຍອມຮັບການສະເໜີອອກບັດຂອງລູກຄ້າ, ພາຍໃນ 03 ຫາ 07 ວັນ (ບໍ່ນັບ ວັນພັກລັດຖະການ, ວັນບຸນ…) ໃຫ້ລູກຄ້າເຂົ້າມາເອົາບັດໂດຍກົງໄດ້ຢູ່ສາຂາທີ່ລູກຄ້າມາລົງທະບຽນ.

5. ອັດຕາຄ່າທຳນຽມ

ລ/ດ

ປະເພດຄ່າທຳນຽມ

ວົງເງິນ

1

ອອກບັດຄັ້ງທຳອິດ

40.000 ກີບ

2

ປ່ຽນບັດໃໝ່ເນື່ອງຈາກເປ່ເພ, ເສຍຫາຍ

30,000 ກີບ/ບັດ

3

ຄ່ານຳໃຊ້ບັດປະຈຳເດືອນ

2.000 ກີບ/ເດືອນ

4

ປ່ຽນລະຫັດ PIN

10.000 ກີບ/ຄັ້ງ/ບັດ

5

ປິດບັດ ATM

20.000 ກີບ/ຄັ້ງ/ບັດ

6

ຄ່າທຳນຽມທຸລະກຳໃນຕູ້ ATM ຂອງ LaoVietBank

 

 

- ຖອນເງິນສົດ

 ບໍ່ເສຍຄ່າ

 

- ໂອນເງິນພາຍໃນລະບົບ

ບໍ່ເສຍຄ່າ

 

- ກວດສອບຍອດເຫລືອ

ບໍ່ເສຍຄ່າ

 

- ພິມລາຍການທຸລະກຳຍ້ອນຫລັງ

ບໍ່ເສຍຄ່າ

 

- ພິມໃບບິນ (ບັນດາທຸລະກຳຢູ່ຕູ້ ATM)

ບໍ່ເສຍຄ່າ

7

ຄ່າທຳນຽມເຮັດທຸລະກຳຢູ່ຕູ້ ATM ຂອງບັນດາທະນາຄານ ທີ່ເຂົ້າຮ່ວມລະບົບເຊື່ອມໂຍງ Laps ຢູ່ໃນລາວ.

 

 

- ຖອນເງິນສົດ

2,000 ກີບ/ຄັ້ງ

 

- ກວດສອບຍອດເຫລືອ

ບໍ່ເສຍຄ່າ

8

ຄ່າທຳນຽມເຮັດທຸລະກຳຢູ່ຕູ້ ATM ຂອງບັນດາທະນາຄານ ໃນເຄືອຄ່າຍຂອງ NaPas (banknetvn) ຢູ່ຫວຽດນາມ

 

 

- ຖອນເງິນສົດ

1,5 ໂດລາ/ຄັ້ງ

 

- ກວດສອບຍອດເຫລືອ

0,10 ໂດລາ/ຄັ້ງ

ໝາຍເຫດ:

- ອັດຕາຄ່າທຳນຽມນີ້ອາດຈະມີການປ່ຽນແປງຕາມແຈ້ງການຂອງທະນາຄານ ໃນໜ້າເວບໄຊຂອງ ທະນາຄານ (website: http://laovietbank.com.la) ຫລື ບັນດາຊ່ອງທາງໃຫ້ບໍລິການຕ່າງໆຂອງທະ ນາຄານ.

- ແບບຟອມລົງທະບຽນນຳໃຊ້ບັດ My Avatar ຕາມແບບຟອມ 01 ຕິດຄັດ