ວັນສຸກ, 29/03/2024

.

ເງ​ິນກູ້​ເພື່ອ​ຊື້​ລົດ

ແມ່ນຜະລິດຕະພັນ ທ່ີຕອບສະໜອງ ຄວາມຕ້ອງການຂອງລູກຄ້າ ທີມີຄວາມຕ້ອງການ ຢາກຈະຊື້ລົດໃຫຍ່ ສຳລັບລູກຄ້າບຸກຄົນ ຫຼື ຄອບຄົວ ເຊິ່ງ ທລວ ຈະເປັນຜູ້ສະໜອງທຶນ ໃຫ້ລູກຄ້າເພື່ອຈະຊື້ລົດມືສອງ ຫຼື ລົດໃໝ່.

ຄຸນລັກສະນະ ຄຸນປະໂຫຍດ:

-    ເອກະສານການກູ້ຢືມງ່າຍດາຍ, ການອະນຸມັດເງິນກູ້ທີວ່ອງໄວ;

-    ອັດຕາດອກເບ້ຍທ່ີເໝາະສົມ ແລະ ຄິດໄລ່ຕາມຍອດໜີ້ເຫຼືອຕົວຈິງ;

-    ຈຳນວນເງິນໃຫ້ກູ້ຢືມ ສູງສຸດເຖິງ 90% ຂອງມູນຄ່າລົດ;

-    ລູກຄ້າກູ້ຢືມ ແມ່ນສຳລັບລູກຄ້າບຸກຄົນ;

-    ສະກຸນເງິນໃຫ້ກູ້ຢືມ: ກີບ;

-    ອັດຕາດອກເບ້ຍ: ຕາມກົດລະບຽບຂອງ ທລວ ໃນແຕ່ລະໄລຍະ;

-    ໄລຍະເວລາການກູ້ຢືມ: + ສຳລັບລົດໃໝ່ 100 % ສູງສຸດ 05 ປີ;

                                   + ສຳລັບລົດມືສອງ ສູງສຸດ 03 ປີ;

-    ຮູບການຊຳລະ:          + ຊຳລະຕົ້ນ ເປັນລາຍເດືອນ ຫຼື ເປັນງວດ;

                                   + ຊຳລະດອກເບ້ຍທຸກເດືອນ;

-    ຫຼັກຊັບຄ້ຳປະກັນ: ຫຼັກຊັບຄ້ຳປະກັນທີເກີດຈາກເງິນກູ້ (ລົດ), ອະສັງລິມະຊັບ, ຫຼັກຊັບຄ້ຳ ປະກັນອື່ນທີເປັນກຳມະສິດຂອງຜູ້ກູ້ຢືມ ຫຼື ຂອງບຸກຄົນທີສາມ.

ເງື່ອນໄຂການກູ້ຢືມ.

-    ການນຳໃຊ້ເງິນກູ້ຖືກຕ້ອງຕາມເປົ້າໝາຍ;

-    ມີຄວາມສາມາດທາງດ້ານການເງິນ ເພື່ອຮັບປະກັນໃຫ້ແກ່ການຊຳລະຄືນ.

ເອກະສານການກູ້ຢືມ.

-    ໃບສະເໜີຂໍກູ້ຢືມ (ຕາມແບບຟອມຂອງທະນາຄານ);

-    ເອກະສານນິຕິກໍາ (ໃບຊີວະປະຫວັດຫຍໍ້, ບັດປະຈຳຕົວ, ໜັງສືຜ່ານແດນ, ສຳມະໂນຄົວ, ໃບຢັ້ງ ຢືນທີ່ຢູ່);

-    ເອກະສານຢັ້ງຢືນຖານະການເງິນ, ລາຍຮັບ;

-    ເອກະສານກ່ຽວກັບຫຼັກຊັບຄ້ຳປະກັນ;

-    ເອກະສານກ່ຽວກັບລົດທີ່ຊື້ ( ໃບສະເໜີລາຄາລົດ… ).

ຕິດ​ຕໍ່​ພົວພັນ:

ສອບ​ຖາມ​ຂໍ້​ມູນ​ເພີ່ມ​ເຕີມ, ກະ​ລຸນາ ຕິດ​ຕໍ່​ພົວພັນໂດຍ​ກົງ ກັບ​ພະນັກງານ ພະ​ແນ​ກ ພົວພັນ​ລູກ​ຄ້າ.​​ໂທລະ​ສັບ: 021 216316. Email: Phongquanhekhachhang@yahoo.com.